ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 608 ຈັດພິທີລະນຶກວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-18 09:35:52 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



+ ໃນວັນທີ 5 ກຸມພາ 2019 ນີ້, ກອງພັນ 608 ທະຫານແຂວງ ຈໍາປາສັກ, ໄດ້ຈັດຕັ້ງພິທີລະນຶກ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ໂດຍການ ເຂົ້າຮ່ວມເປັນປະທານຂອງພັນ ໂທ ພູເວີນ ສຸນິວົງ ຮອງຫົວໜ້າ ຫ້ອງການເມືອງທະຫານແຂວງ ຈຳປາສັກ, ມີຄະນະພັກ-ຄະນະ ບັນຊາ, ພະນັກງານອາວຸໂສບໍາ ນານເຂົ້າຮ່ວມ. ພັນໂທ ໄຊສັນຍາ ສີປະເສີດ ຫົວໜ້າການເມືອງກອງພັນ 608 ໄດ້ຂຶ້ນກ່າວປາໄສໃນພິທີລະນຶກວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019), ເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຜົນງານການເຄື່ອນໄຫວ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມກອງ ເຊິ່ງໄດ້ຮັບ ການສ້າງຕັ້ງຂຶ້ນໃນວັນທີ 14 ພະ ຈິກ 1992 ຈາກກະຊວງປ້ອງ ກັນປະເທດ, ໂດຍພາຍໃຕ້ການຊີ້ ນໍາໆພາໂດຍກົງຮອບດ້ານຈາກ ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງຈໍາປາ ສັກ, ພາຍຫຼັງໄດ້ຮັບການສ້າງຕັ້ງ ຂຶ້ນກົມກອງໄດ້ຮັບໜ້າທີ່ອັນມີກຽດສະຫງ່າ ປະກອບສ່ວນອັນ ສຳຄັນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ, ປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ,ຕິດພັນກັບການ ຊີ້ນຳໆພາສຶກສາອົບຮົມການ ເມືອງແນວຄິດໃຫ້ແກ່ນາຍ ແລະ ພົນທະຫານຖືເອົາການເຝິກແອບ ຮໍ່າຮຽນເປັນບ່ອນເຝິກຝົນຫຼໍ່ ຫຼອມຄຸນທາດການເມືອງໃຫ້ ມີຄຸນທາດການເມືອງໜັກແໜ້ນ ມີຄວາມເຂັ້ມແຂງດ້ານການຈັດ ຕັ້ງ, ພ້ອມນັ້ນກໍໄດ້ຈັດຕັ້ງເຄື່ອນ ໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານປະສານສົບທົບ ແໜ້ນກັບອຳນາດການປົກຄອງ ທ້ອງຖິ່ນ ສະກັດກັ້ນປາບປາມ ກຸ່ມຄົນບໍ່ດີທີ່ຈະກໍ່ໃຫ້ເກີດຄວາມ ບໍ່ສະຫງົບໃນຂອບເຂດບໍລິເວນ ກົມກອງຮັບຜິດຊອບ. ຈາກ ຜົນງານດັ່ງກ່າວກົມກອງໄດ້ ຮັບການຕີລາຄາ ແລະ ຍ້ອງຍໍປະ ເພດຕ່າງໆດັ່ງນີ້: ກົມກອງລວມ ໝູ່ໄດ້ຮັບຫຼຽນປະເພດຕ່າງໆ 8 ໜ່ວຍ, ຫຼຽນກາລະນຶກ 70 ປີ 43 ສະຫາຍ,ໄດ້ຮັບທຸງໄຊ 1 ຜືນ, ທຸງຊະນະເລີດ 1 ຜືນ ແລະ ໃບ ຍ້ອງຍໍຂັ້ນຕ່າງໆຈໍານວນໜຶ່ງ, ໜ່ວຍພັກໄດ້ຮັບນາມະຍົດ ເປັນ ກອງປອດໃສ, ເຂັ້ມແຂງ, ໜັກ ແໜ້ນ 7 ສະໄໝຕິດຕໍ່ກັນ. ໂອກາດ ດັ່ງກ່າວຍັງໄດ້ຍ້ອງຍໍຜົນງານ 5 ປີ ໃຫ້ຜູ້ມີຜົນງານດີເດັ່ນໃນ ການປະກອບສ່ວນປົກປັກຮັກ ສາສ້າງສາພັດທະນາປະເທດ ຊາດ ໄດ້ຮັບຫຼຽນໄຊແຮງງານຊັ້ນ II ມີ 4 ສະຫາຍ, ຫຼຽນໄຊແຮງ ງານຊັ້ນ III ມີ 12 ສະຫາຍ, ຫຼຽນ ກາແຮງງານ ມີ 25 ສະຫາຍ ແລະ ໃບຍ້ອງຍໍຂັ້ນຕ່າງໆຈໍານວນໜຶ່ງຢ່າງສົມກຽດ. ໂດຍ: ຄໍາພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ