ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 202 ປິດການແຂ່ງຂັນກິລາມວນຊົນ ຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-15 09:33:49 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ກອງພັນໃຫຍ່ 202 ໃນກອງ ພົນທີ 2 ໄດ້ປິດການແຂ່ງຂັນກີລາ ມວນຊົນໃນໂອກາດສ້າງຂະບວນ ການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີໃນທ້າຍເດືອນ ມັງກອນ 2019 ນີ້ໂດຍພາຍໃຕ້ການເປັນ ປະທານຂອງສະຫາຍ ພັນໂທ ສົມດີ ໄຊຍະລາດ ຄະນະພັກ ຫົວຫນ້າ ພະແນກເສນາທິການກອງພັນ ໃຫຍ່ມີຄະນະພັກ-ຄະນະບັນຊາ ບັນດາພະແນກການກົມກອງ ອ້ອມຂ້າງຕະຫຼອດຮອດພະນັກ ງານ-ນັກຮົບ ແລະ ນັກກີລາເຂົ້າ ຮ່ວມຢ່າງພ້ອມພຽງ. ສະຫາຍຮ້ອຍເອກ ວຽງແກ້ວ ແສງມະນີ ຫົວໜ້າຂະແໜງອົບ ຮົມກອງພັນໃຫຍ່ 202 ໄດ້ຂຶ້ນສະ ຫຼຸບ ແລະ ຕີລາຄາຄືນການເຄື່ອນ ໄຫວແຂ່ງຂັນກີລາມວນຊົນໃນ ຄັ້ງນີ້ ເຊິ່ງໄດ້ແຂ່ງຂັນມາຕັ້ງແຕ່ ຕົ້ນເດືອນກັນຍາ 2018 ຜ່ານມາ ເຫັນວ່າຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 202 ໄດ້ລົງໃກ້ຊິດ ຕິດແທດບວກໃສ່ບັນດານັກກີລາ ແຕ່ລະທີມເຫັນໄດ້ຄວາມໝາຍ ຄວາມສຳຄັນ ແລະ ເປັນເຈົ້າການ ເຂົ້າຮ່ວມຂະບວນການວຽກງານ ກີລາດ້ວຍບັນຍາກາດຄຶກຄຶ້ນ ມ່ວນຊື່ນ ແລະ ມີຄວາມສະຫງົບ ປອດໄພ 100% ສຳລັບກີລານຳ ມາແຂ່ງຂັນປະກອບມີ 6 ປະເພດ ລວມມີກີລາບານເຕາະ, ກີລາ ບານສົ່ງ, ກີລາກະຕໍ້, ກີລາເປຕັງ ຄູ່ 3 ກີລາແລ່ນລານ 100 ແມັດ ແລະ ກີລາດຶງເຊືອກລວມມີ 12 ຫົວໜ່ວຍກົມກອງເຂົ້າຮ່ວມຜົນ ຂອງການແຂ່ງຂັນຕົວຈິງລາງ ວັນທີ 1 ໄດ້ແກ່ກອງພັນທີ 2, ລາງວັນທີ 2 ໄດ້ແກ່ພະແນກເສ ນາທິການ, ລາງວັນທີ 3 ໄດ້ແກ່ ກອງພັນ 413, ກີລາບານສົ່ງຊາວ ໜຸ່ມລາງວັນທີ 1 ໄດ້ແກ່ກອງພັນ 413, ລາງວັນທີ 2 ໄດ້ແກ່ກອງ ຮ້ອຍສື່ສານ, ລາງວັນທີ 3 ໄດ້ແກ່ ພະແນກເສນາທິການ, ກີລາກະຕໍ້ ຫວາຍທີ 1 ໄດ້ແກ່ກອງພັນ 413, ລາງວັນທີ 2 ໄດ້ແກ່ກອງພັນທີ 2 ລາງວັນທີ 3 ໄດ້ແກ່ພະແນກພະ ລາທິການ, ກີລາເປຕັງລາງວັນທີ 1 ໄດ້ແກ່ກອງຮ້ອຍສື່ສານ, ລາງ ວັນທີ 2 ໄດ້ແກ່ພະແນກເສນາທິ ການ, ລາງວັນທີ 3 ໄດ້ແກ່ກອງ ຮ້ອຍປືນໃຫຍ່, ກີລາດຶງເຊືອກ ລາງວັນທີ 1 ໄດ້ແກ່ພະແນກເສ ນາທິການ, ລາງວັນທີ 2 ໄດ້ແກ່ ພະແນກພະລາທິການ, ລາງວັນ ທີ 3 ໄດ້ແກ່ກອງພັນ 413, ກີລາ ແລ່ນລານ 100 ແມັດລາງວັນທີ 1 ໄດ້ແກ່ກອງພັນ 413, ລາງວັນ ທີ 2 ໄດ້ແກ່ພະແນກເສນາທິການ, ລາງວັນທີ 3 ໄດ້ແກ່ກອງພັນທີ 2 ຈາກນັ້ນຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 202 ໄດ້ພັດປ່ຽນ ກັນຂຶ້ນມອບຂັນລາງວັນໃຫ້ທີມ ກີລາແຕ່ລະປະເພດທີ່ໄດ້ລາງວັນ ຕາມລຳດັບດ້ວຍບັນຍາກາດຄຶກ ຄຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ