ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີຕ້ອນຮັບຄະນະສິລະປະວັນນະຄະດີທີ່ເຂົ້າຮ່ວມແຂ່ງຂັນຮອບຊິງຊະນະເລີດ
ເວລາອອກຂ່າວ: 2018-11-14 10:35:24 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 314 | ຄວາມນິຍົມ:



ພິທີຕ້ອນຮັບຄະນະສິລະປະ- ວັນນະຄະດີສະໝັກຫຼິ້ນມາຈາກ ກົມກອງທ້ອງຖິ່ນ ເພື່ອເຂົ້າຮ່ວມ ແຂ່ງຂັນຮອບຊີງຊະນະເລີດທີ່ ນະຄອນຫຼວງວຽງຈັນ. ຈັດຂຶ້ນ ຢູ່ທີ່ສະໂມສອນກົມໃຫຍ່ການ ເມືອງກອງທັບ, ໃນວັນທີ 11 ພະ ຈິກ 2018 ໂດຍພາຍໃຕ້ການ ເຂົ້າຮ່ວມຕ້ອນຮັບຂອງທ່ານ ພົນຈັດຕະວາ ສາຍສະໝອນ ສະ ຫຼັບແສງ ຫົວໜ້າກົມໂຄສະນາ- ອົບຮົມກົມໃຫຍ່ການເມືອງກອງ ທັບ, ມີທ່ານ ພັນເອກ ຄຳຂື່ນ ເລີດສະໄຫວ ຮອງຫົວໜ້າກົມ ໂຄສະນາ-ອົບຮົມກົມໃຫຍ່ການ ເມືອງກອງທັບ, ພ້ອມດ້ວຍພະ ນັກງານວິຊາການທີ່ກ່ຽວຂ້ອງ, ຕາງໜ້າຄະນະພັກ-ຄະນະບັນ ຊາ ກົມກອງທ້ອງຖິ່ນ ແລະ ນັກສະ ແດງທັງຍິງ ແລະ ຊາຍເຂົ້າຮ່ວມ ຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວທ່ານພົນ ຈັດຕະວາ ສາຍສະໝອນ ສະຫຼັບ ແສງ ກໍໄດ້ກ່າວຕ້ອນຮັບບັນດາ ຄະນະສິລະປະ-ວັນນະຄະດີສະ ໝັກຫຼິ້ນທີ່ມາຈາກກົມກອງທ້ອງ ຖິ່ນ, ເຊິ່ງກ່ອນອື່ນທ່ານໄດ້ສະ ແດງຄວາມຊົມເຊີຍຕໍ່ບັນດາ ສະຫາຍທີ່ຕັດສິນໃຈປະຕິບັດ ຕາມຄຳສັ່ງຂອງກະຊວງປ້ອງ ກັນປະເທດ ກໍຄືແຈ້ງການຂອງ ກົມໃຫຍ່ການເມືອງກອງທັບ ເພື່ອ ເຂົ້າຮ່ວມໃນງານແຂ່ງຂັນ ສິລະປະ-ວັນນະຄະດີສະໝັກຫຼິ້ນ ທົ່ວກອງທັບຄັ້ງທີ V ຮອບຊີງຊະ ນະເລີດທີ່ນະຄອນຫຼວງວຽງ ຈັນ. ການແຂ່ງຂັນສິລະປະ-ວັນ ນະຄະດີສະໝັກຫຼິ້ນທົ່ວກອງທັບ ໃນຄັ້ງນີ້, ແມ່ນມີຄວາມໝາຍ ຄວາມສຳຄັນຫຼາຍເພາະເປັນບັ້ນ ຕັດສິນຊີງຊະນະເລີດ, ເປັນການ ອອກເຫື່ອເທແຮງເຂົ້າໃນການ ສ້າງຂະບວນການສ້າງບັນຍາ ກາດເບີກບານມ່ວນຊື່ນສະເຫຼີມ ສະລອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີໃຫ້ ມີຂະບວນຟົດຟື້ນມ່ວນຊື່ນ. ຕ້ອນ ທ້າຍທ່ານຍັງໄດ້ເນັ້ນໝັກຕື່ມອີກ ກ່ຽວກັບຈຸດປະສົງຄາດໝາຍ ຂອງການແຂ່ງຂັນສິລະປະ-ວັນ ນະຄະດີໃນຄັ້ງນີ້, ເຊິ່ງຈຸດປະສົງ ຕົ້ນຕໍ່ແມ່ນເພື່ອສ້າງຂະບວນ ການຂໍ່ານັບຮັບຕ້ອນສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ສະ ແດງໃຫ້ເຫັນການເຕີບໃຫຍ່ເຂັ້ມ ແຂງ ແລະ ສູ້ຮົບມີໄຊ, ຂອງ ກອງທັບເຮົາສ້າງມາໄດ້ໃນໄລ ຍະ 70 ປີຜ່ານມາ. ໝາຍຄວາມ ວ່າການແຂ່ງຂັນສິລະປະ-ວັນ ນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ໃນຄັ້ງນີ້, ກໍເພື່ອເປັນ ການປຸກລະດົມແນວຄິດຂອງພະ ນັກງານ-ນັກຮົບ, ຕະຫຼອດຮອດ ປະຊາຊົນລາວບັນດາເຜົ່າເຫັນ ໄດ້ມູນເຊື້ອ, ຜົນງານວີລະກຳ ອັນລໍ້າເລີດຂອງກອງທັບ, ສ້າງ ໄດ້ຈິດໃຈ, ຄວາມສາມັກຄີຮັກ ແພງພາຍໃນກອງທັບ ແລະ ລະ ຫວ່າງກອງທັບກັບປະຊາຊົນ ລາວບັນດາເຜົ່າ ເພື່ອພ້ອມກັນ ສ້າງສາ ແລະ ພັດທະນາປະເທດ ຊາດເຮັດໃຫ້ປະຊາຊົນຮັ່ງມີຜາ ສຸກ, ປະເທດຊາດມັ່ງຄັ່ງເຂັ້ມ ແຂງ, ສັງຄົມມີຄວາມສາມັກຄີ ປອງດອງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ. ຂ່າວໃຫ້ຮູ້ອີກວ່າ: ໃນວັນ ດຽວກັນນີ້ຄະນະນຳສິລະປະ-ວັນນະຄະດີສະໝັກຫຼິ້ນເຂົ້າຮ່ວມ ວາງກະຕ່າດອກໄມ້ຢູ່ທີ່ອະນຸສາ ວະລີປະທານ ໄກສອນ ພົມວິ ຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ເຊິ່ງ ນຳໂດຍ ພັນເອກ ປອ ສີພອນ ແກ້ວສະໄໝ ຮອງຫົວໜ້າກົມໂຄ ສະນາກົມໃຫຍ່ການເມືອງກອງ ທັບ, ເນື່ອງໃນໂອກາດເຂົ້າຮ່ວມ ງານແຂ່ງຂັນສິລະປະ-ວັນນະ ຄະນະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ຮອບຊີງຊະນະເລີດທີ່ ນະຄອນຫຼວງວຽງຈັນ. ທັງນີ້ກໍເພື່ອສະແດງເຖິງຄວາມ ເຄົາລົບຮັກ, ຄວາມກະຕັນຍູ້, ຮູ້ ບຸນຄຸນເປັນຢ່າງສູງຕໍ່ຄຸນງາມ ຄວາມດີ ແລະ ຜົນງານອັນຍິ່ງ ໃຫຍ່ທີ່ປະທານ ໄກສອນ ພົມວິ ຫານ ແລະ ຜູ້ນຳຄົນອື່ນໆໄດ້ຈາ ລຶກໄວ້ໃຫ້ປວງຊົນລາວທັງຊາດ, ເຫັນໄດ້ການອຸທິດຊີວິດ ແລະ ເລືອດເນື້ອເພື່ອການຕໍ່ສູ້ອັນພິລາດອາດຫານ ແລະ ບໍ່ຍອມຈຳນົນຕໍ່ ການຮຸກຮານຂອງພວກຕ່າງ ຊາດ, ນຳພາປະຊາຊົນລາວບັນ ດາເຜົ່າຕໍ່ສູ້ຈົນໄດ້ຮັບໄຊຊະນະ, ພ້ອມກັນຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີນຳພາເຮັດວຽກ ຂອງ ປະທານ ໄກສອນ ພົມວິ ຫານ ເພື່ອເປັນຊ່ອງທາງໃນການ ປະຕິບັດແນວທາງຂອງພັກ, ກົດ ໝາຍຂອງລັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງປ່ຽນ ແປງໃໝ່ທີ່ປະທານ ໄກສອນ ພົມ ວິຫານ ທີ່ໄດ້ກຳນົດໄວ້ ເພື່ອເຮັດ ໃຫ້ປະເທດຊາດເຮົາເດີນໜ້າ ກ້າວໄປຕາມທິດສັງຄົມນິຍົມ ຢ່າງແທ້ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ