ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກຊາວໜຸ່ມ ກສນ ເຊື່ອມຊຶມມະຕິຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 4 ສະໄໝທີ VII
ເວລາອອກຂ່າວ: 2019-02-14 09:42:14 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 51 | ຄວາມນິຍົມ:



ໃນວັນທີ 8 ກຸມພາ 2019 ນີ້ຢູ່ທີ່ສະໂມສອນກົມໃຫຍ່ເສນາ ທິການກອງທັບໄດ້ຈັດຕັ້ງເຊື່ອມ ຊຶມມະຕິຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວຄັ້ງທີ 4 ສະໄມທີ VII ໂດຍການເປັນປະທານຂອງ ພັນເອກ ກອງແກ້ວ ວໍລະຈິດ ຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມ ໃຫຍ່ເສນາທິການກອງທັບ ມີ ຄະນະພັກ-ຄະນະບັນຊາ, ຄະນະ ໜ່ວຍຊາວໜຸ່ມທີ່ຂຶ້ນກັບກົມ ໃຫຍ່ເສນາທິການກອງທັບເຂົ້າ ຮ່ວມ. ພັນໂທ ຄຳຄູ່ ອິນທິລາດ ຫົວ ໜ້າພະແນກຊາວໝຸ່ມກົມໃຫຍ່ ເສນາທິການກອງທັບໄດ້ຂຶ້ນເຜີຍ ແຜ່ເນື້ອໃນຂອງມະຕິຄົບຄະ ນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວຄັ້ງທີ 4 ສະໄໝທີ VII ເຊິ່ງເປັນການ ເນັ້ນໜັກໃຫ້ຄະນະໜ່ວຍຊາວ ໜຸ່ມທົ່ວກົມໃຫຍ່ເສນາທິການ ກອງທັບ ແຕ່ລະສະຫາຍໄດ້ເອົາ ໃຈໃສ່ໃນການ ເຕົ້າໂຮມ ຄວາມ ສາມັກຄີພາຍໃນຄະນະບໍລິຫານ ງານພັກ, ຄະນະບໍລິຫານງານ ສຊປລ ກໍຄື ຄຊປປລ ແຕ່ລະຂັ້ນ; ປັບປຸງແບບແຜນວິທີເຮັດວຽກໄດ້ດີກວ່າເກົ່າ, ມີວິທີການນໍາ ພາຊີ້ນໍາຢ່າງເປັນລະບົບຕໍ່ເນື່ອງ ມີການລາຍງານຂໍທິດຊີ້ນໍາຈາກຂັ້ນເທິງເປັນປົກກະຕິ, ເຮັດໃຫ້ ຂັ້ນເທິງມີຄວາມເຊື່ອໝັ້ນຕໍ່ກໍາ ລັງຂອງຊາວໜຸ່ມທີ່ຈະກາຍ ເປັນ ຜູ້ສືບທອດພາລະກິດຂອງຊາດ, ຂອງພັກໃນຕໍ່ຫນ້າ, ຂະບວນການ ຊາວຫນຸ່ມໄດ້ມີບັນຍາກາດໃຫມ່ ມີຄວາມຟົດຟື້ນຂຶ້ນກວ່າເກົ່າ ເປັນຕົ້ນ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ “ຮັກຊາດ-ພັດທະນາ”, ວຽກງານ 3 ສ້າງ ຂອງພັກ ໂດຍຕິດພັນກັບຂໍ້ ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ, ການກະກຽມດໍາເນີນກອງປະ ຊຸມ 3 ຂັ້ນ, ການແຂ່ງຂັນວິຊາ ສະເພາະ, ການລົງຮາກຖານ, ການໂຄສະນາອົບຮົມກໍມີບາດ ກ້າວ ແລະ ຮູບການດຶງດູດໃຫມ່ ເດ່ັນທີ່ສຸດແມ່ນຂະບວນການອາ ສາສະໝັກຊາວໜຸ່ມຕະລຸມບອນ ໃນໄລຍະເກີດອຸທົກກະໄພ ໄພນ້ໍາ ຖ້ວມຢູ່ແຂວງອັດຕະປື ແລະ ບັນ ດາແຂວງຕ່າງໆຂອງລາວຊາວ ຫນຸ່ມໄດ້ຂານອາສາລົງຊ່ວຍເຫຼືອ ນັບແຕ່ສະຫາຍເລຂາຊາວຫນຸ່ມ ສູນກາງຈົນຮອດສະມາຊິກ ຊາວຫນຸ່ມໄດ້ພ້ອມກັນຂານອາ ສາລົງຕົວຈິງ. ຂ່າວຍັງໃຫ້ຮູ້ອີກວ່າ: ໂອ ກາດດຽວກັນນີ້ກໍໄດ້ຈັດຕັ້ງມອບ ໃບຢັ້ງຢືນນາມະຍົດ 4 ບຸກໃຫ້ ຄະນະຊາວໜຸ່ມທົ່ວກົມ ໃຫຍ່ເສ ນາທິການກອງທັບອີກດ້ວຍ. ໂດຍ: ອາວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ