ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານເຈົ້າເມືອງໆນາໝໍ້ແຂວງອຸດົມໄຊ ພ້ອມດ້ວຍຄະນະລົງຢ້ຽມຢາມກອງຮ້ອຍ 141
ເວລາອອກຂ່າວ: 2019-02-14 09:39:09 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



+ ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ, ທ້າຍເດືອນມັງກອນ 2019 ນີ້, ທ່ານ ໃຈເພັດ ຄຳມະລີ ກຳມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆນາໝໍ້ ແຂວງອຸດົມ ໄຊ ພ້ອມດ້ວຍຄະນະໄດ້ລົງພົບ ປະໂອ້ລົມພະນັກງານ-ຫຼັກແຫຼ່ງ ຢູ່ກອງຮ້ອຍ 141 ໃຫ້ກຽດ ຕ້ອນຮັບໂດຍ ພັນຕີ ບຸນນ້ອຍ ຈັນສະໝອນ ຫົວໜ້າການທະ ຫານກອງຮ້ອຍ 141 ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ຕະ ຫຼອດຮອດພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ. ໃນໂອກາດທີ່ລົງມາຢ້ຽມ ຢາມ ແລະ ພົບປະພະນັກງານ- ນັກຮົບຄັ້ງນີ້ ທ່ານ ໃຈເພັດ ຄຳ ມະລີ ກໍໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານໄຊ ຊະນະທີ່ພະນັກງານ-ນັກຮົບ ພາຍໃນກົມກອງໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ເຮັດໃຫ້ ຂອບເຂດຮັບຜິດຊອບຂອງຕົນ ມີຄວາມສະຫງົບໂດຍພື້ນຖານ. ພ້ອມທັງອວຍພອນໃຫ້ນາຍ ແລະ ພົນທະຫານໃນກົມກອງ ຈົ່ງມີສຸຂະພາບແຂງແຮງ ປະ ສົບຜົນສຳເລັດໃນໜ້າທີ່ວຽກ ງານທີ່ພັກ-ລັດ ແລະ ປະຊາ ຊົນມອບໝາຍໃຫ້. ດ້ວຍຄວາມ ຮັບຜິດຊອບສູງ ພ້ອມດຽວກັນ ນັ້ນ ທ່ານເຈົ້າເມືອງພ້ອມດ້ວຍ ຄະນະກໍໄດ້ນຳເອົາກະຕ່າຂອງ ຂວັນ, ເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າສານ 25 ກິໂລ, ແລະ ເງິນ ສົດຈຳນວນ 1.200.000 ກີບ ລວມມູນຄ່າທັງໝົດ 4.500.000 ກີບ. ມອບໃຫ້ກົມກອງຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ