ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການສູນກາງພັກ ອວຍພອນຄະນະພັກ-ຄະນະບັນຊາ ວພກ
ເວລາອອກຂ່າວ: 2019-02-13 14:34:23 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



v ໃນວັນທີ 7 ກຸມພາ 2019 ທີ່ຜ່ານມານີ້ ທ່ານ ປອ ຄຳຟອງ ບຸດຕະວົງ ຄະນະພັກຫ້ອງວ່າການ ສູນກາງພັກ, ພ້ອມຄະນະ ແລະ ອົງການຈັດຕັ້ງມະຫາຊົນພ້ອມ ດ້ວຍພະນັກງານທີ່ກ່ຽວຂ້ອງໄດ້ ນຳເອົາກະຕ່າຂອງຂວັນ ແລະ ວັດຖຸປັດໄຈຈຳນວນໜຶ່ງ, ເຂົ້າ ອວຍພອນຄະນະພັກ-ຄະນະບັນ ຊາ ວິທະຍາຄານພະລາທິການ ກອງທັບ ໂດຍໄດ້ຮັບການຕ້ອນ ຮັບຂອງພັນເອກ ບຸນສານ ຈັນທະ ສອນ ຄະນະປະຈຳພັກ ຫົວໜ້າ ຫ້ອງການເມືອງວິທະຍາຄານພະ ລາທິການກອງທັບ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ 6 ຫ້ອງ 2 ກອງພັນ ຕະຫຼອດຮອດພະນັກ ງານຫຼັກແຫຼ່ງ ແລະ ສະມາຊິກ ຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ. ໂອກາດນີ້ ພັນເອກ ບຸນສານ ຈັນທະສອນ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ ທ່ານ ປອ ຄຳ ຟອງ ບຸດຕະວົງ ພ້ອມຄະນະ, ທີ່ ມາອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີໃນປີນີ້ ແລະ ຈົ່ງພ້ອມກັນຮັກສາມູນເຊຶ້ື້ອສາຍ ພົວພັນມິດຕະພາບ, ຄວາມສາມັກ ຄີຮັກແພງ ແລະ ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້, ໝັ້ນຄົງຕະຫຼອດໄປ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນຕົ້ນ ເດືອນດຽວກັນນີ້ ພັນຕີ ວົງເພັດ ພົມມະກອນ ຮອງພະແນກບໍລິ ຫານໂຮງຮຽນ 205 ອະດີດນັກ ຮຽນໂຮງຮຽນວຽງໄຊຊຸດທີ III ປີ 1990-1991 ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງກີລາຈຳນວນ 10 ຊຸດ, ເປຕັງ 4 ຊຸດ ລວມມູນ ຄ່າ 1.000.000 ກີບ, ໄປມອບ ໃຫ້ແກ່ສະຫະພັນນັກຮົບເກົ່າບ້ານ ອ່າງນໍ້າຫຸມ. ໂດຍ: ບຸນຜົງ ອິນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ