ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການສະແດງສິລະປະຮ່ວມລະວ່າງທະຫານແຂວງສາລະວັນກັບໂຮງຮຽນປະຖົມ ແລະ ມັດທະຍົມເມືອງເລົ່າງາມ
ເວລາອອກຂ່າວ: 2019-02-13 14:32:28 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ໃນຄໍ່າຄືນຂອງ ວັນທີ 8 ກຸມ ພາ 2019 ນີ້, ໜ່ວຍສິລະປະສະ ໝັກຫຼີ້ນຂອງກອງບັນຊາການ ທະຫານແຂວງ ສາລະວັນ ໄດ້ສະ ແດງຮ່ວມກັບໜ່ວຍ ສິລະປະໂຮງ ຮຽນປະຖົມ ບ້ານຝັ່ງຮາມ ແລະ ໂຮງຮຽນມັດທະຍົມຕົ້ນບ້ານຫໍ ກອງ, ສິລະປະໂຮງຮຽນ ມສ ວັງ ເປືອຍ, ມສ ອົ້ນນ້ອຍ,ມສ ດົງໃຫຍ່ ແລະ ມສ ເລົ່າງາມ ຂອງເມືອງ ເລົ່າງາມ ເນື່ອງໃນໂອກາດ ທີ່ ເມືອງ ເລົ່າງາມ ຈັດຕັ້ງພິທີສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນຢູ່ເດີ່ນຂອງກອງບັນຊາການທະຫານເມືອງ ເລົ່າງາມ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາພູວຽງ ຫຼ່ຽມ ມະວົງສາ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນຊາ ການທະຫານ ແຂວງສາລະວັນ ມີ ທ່ານ ນາງ ສູນທອນ ແກ້ວບົວ ລະພາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆ ເລົ່າງາມມີບັນດາຄະນະປະຈຳ ພັກເມືອງ, ກຳມະການພັກເມືອງ, ກອງບັນຊາການທະຫານເມືອງ, ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບ້ານອອ້ມຂ້າງ ເຂົ້າຮວ່ມຮັບຊົມຢ່າງຫຼວງຫຼາຍ. ລາຍການທີ່ນຳມາສະແດງໃນ ຄັ້ງນີ້ ລວມມີ 12 ລາຍການ ຄື: ບົດເພງ ແສງສະຫວ່າງ 20 ມັງກອນ ປະກອບບົດຟ້ອນ ລວມໝູ່ຍີງ-ຊາຍ,ບົດເພງ ສ້າງ ກອງສາມປອດ ຮ້ອງລວມໝູ່ ຊາຍ,ບົດເພງ ຊົມເຊີຍ ອ້າຍບ່າວ ກອງຫຼອນຮ້ອງລວມໝູ່ຍິງ, ບົດເພງສາລະວັນອາດຫານ ກ້າວຂຶ້ນ ຮ້ອງລວມໝູ່ຍິງ-ຊາຍ ປະກອບບົດຟ້ອນຍິງ-ຊາຍ, ບົດຟ້ອນ 70 ປີເຕີບໃຫ່ຍໃຕ້ຮົ່ມ ທຸງພັກ ລວມໝູ່ຍີງ-ຊາຍ, ບົດຟ້ອນ ໃຕ້ຮົ່ມທຸງພັກລວມ ໝູ່ຍິງ-ຊາຍ,ບົດ ຟ້ອນເອກະ ລາດຂອງເຜົ່າຕະໂອ້ຍເກັບກ່ຽວ ຜົນຜະລິດ, ບົດຟ້ອນລາວຊ່ວຍ ຫວຽດ-ຫວຽດຊ່ວຍລາວລວມ ໝູ່ຍິງ-ຊາຍ,ບົດຟ້ອນຊົມເຊີຍ 20 ມັງກອນ ລວມໝູ່ຍິງ-ຊາຍ, ບົດຟ້ອນລາວສາມັກຄີລວມໝູ່ ຍິງ-ຊາຍ,ບົດຟ້ອນເທີດທູນບຸນ ຄຸນ ພັກ ລວມໝູ່ຍິງ-ຊາຍ,ບົດຟ້ອນ ຮ່ວມສະຫຼອງສອງວັນປະຫວັດ ສາດ ລວມໝູ່ຍິງ-ຊາຍ,ບົດເພງ ຈົດໝາຍຈາກແມ່ຮ້ອງດ່ຽວຊາຍ, ເຊີ່ງແຕ່ລະລາຍການລວ້ນແຕ່ມີ ເນື້ອໃນສອ່ງແສງໃຫ້ເຫັນເຖິງ ມູນເຊື້ອການນຳພາຂອງພັກ ທີ່ສະຫຼາດສ່ອງໃສ ແລະ ມູນ ເຊື້ອການຕໍ່ສູ້ຂອງກອງທັບປະຊາ ຊົນລາວ ແລະ ຂອງປະຊາຊົນ ບັນດາເຜົ່າ ຊາວແຂວງ ສາລະ ວັນ ຢ່າງພິລາດອາດຫານ ,ມີນ້ຳ ໃຈຕໍ່ສູ້ຢ່າງກ້າແກ່ນ ໜຽວແໜ້ນ ບໍ່ຍອມຈຳນົນໃຫ້ພວກສັດຕູທີ່ຈະເຂົ້າມາຮຸກຮານ ແລະ ສ່ອງ ແສງໃຫ້ເຫັນເຖິງວິຖີການດຳລົງ ຊິວີດ ຮີດຄອງປະເພນີ ອັນດີງາມ ຂອງ ປະຊາຊົນບັນດາເຜົ່າໃນແຕ່ລະທ້ອງຖີ່ນ,ທັງນີ້ກໍເພື່ອແນໃສ່ສ້າງຂະບວນການ,ສ້າງບັນຍາກາດ ເພື່ອສະເຫຼີມ-ສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ທີ່ ເມືອງ ເລົ່າງາມໃຫ້ເບີກບານມ່ວນຊື່ນ ໃຫ້ມີຄວາມໝາຍຄວາມສຳຄັນ ຢ່າງເລິກເຊິ່ງຕໍ່ເນື່ອງ. ໂດຍ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ