ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະ​ແນກ​ຊາວ​ໜຸ່ມ​ ທະຫານ​ນະຄອນຫຼວງ​ວຽງ​ຈັນ ຊຸກຍູ້ກຳລັງໃຈນາຍ ແລະ ພົນທະຫານ ກອງຮ້ອຍ 3 ກອງພັນ 511
ເວລາອອກຂ່າວ: 2022-10-06 09:18:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 392 | ຄວາມນິຍົມ:



ວັນ​ທີ 22 ກັນຍາ 2022 ນີ້, ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ນຳ​ເອົາ​ແຜ່ນເກັບພະລັງ ງານໄຟຟ້າ​ແສງ​ຕາເວັນ (ໂຊລາເຊວ) ພ້ອມອຸປະກອນ ຈຳນວນ 1 ຊຸດ ແລະ ອຸປະກອນ​ກິລາ ​ຈຳ ນວນ​ໜຶ່ງ ລວມ​ມູນ​ຄ່າ 6 ລ້ານ​ກວ່າ​ກີບ ໄປ​ມອບ​ໃຫ້​ກອງຮ້ອຍ 3 ກອງພັນ 511, ເຊິ່ງ​ນຳພາ​ໂດຍ ສະຫາຍ ພັນ​ໂທ ບຸນ​ຖົມ ໄຊ​ສັງທອງ ຮອງ​ຫົວໜ້າ​ຫ້ອງ​ການ ເມືອງ ຜູ້​ຊີ້​ນຳວຽກ​ງານ​ອົງ​ການຈັດຕັ້ງ​ມະຫາ​ຊົນ ກອງ​ບັນຊາ​ການທະຫານ​ນະຄອນຫຼວງ​ວຽງ​ຈັນ, ມີ​ ສະຫາຍ ພັນ​ຕີ ທອງ​ຈັນ ແກ້ວ​ບຸນ​ແທ່ນ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ​ ພ້ອມ​ດ້ວຍ​ພະນັກງານ, ສະມາຊິກ​ຊາວໜຸ່ມ-ແມ່ຍິງ ເຂົ້າ​ຮ່ວມ ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ຕີ ບຸນ​ສົງ ລາດ​ສະ​ວົງ ຫົວໜ້າ​ການເມືອງ​ ກອງຮ້ອຍ 3 ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ​ໃນ​ກົມ​ກອງ ກ່າວ​ສະແດງ​ຄວາມ​ຂອບໃຈ​ມາ​ ຍັງ​ພະ​ແນກ​​ຊາວ​ໜຸ່ມ​ ທະຫານນະຄອນຫຼວງ​ວຽງ​ຈັນ ທີ່​ເຫັນ​ໄດ້​ຄວາມ​ຫຍຸ້ງຍາກ ແລະ ຈຳເປັນ​ໃນການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ອັນ​ເປັນ​ການ​ກະ ຕຸກ​ຊຸກຍູ້​ກຳລັງ​ໃຈນາຍ ແລະ ພົນທະຫານ​ໃນ​ການ​ເຮັດ​ໜ້າທີ່​ປ້ອງ​ກັນ​ເວນຍາມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ. ໂດຍ: ສຸພາ​ວະ​ດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ