ພະແນກຊາວໜຸ່ມ ທະຫານນະຄອນຫຼວງວຽງຈັນ ຊຸກຍູ້ກຳລັງໃຈນາຍ ແລະ ພົນທະຫານ ກອງຮ້ອຍ 3 ກອງພັນ 511
ເວລາອອກຂ່າວ: 2022-10-06 09:18:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 386 | ຄວາມນິຍົມ:
ວັນທີ 22 ກັນຍາ 2022 ນີ້, ພະແນກຊາວໜຸ່ມ ກອງບັນຊາ
ການທະຫານນະຄອນຫຼວງວຽງຈັນ ໄດ້ນຳເອົາແຜ່ນເກັບພະລັງ ງານໄຟຟ້າແສງຕາເວັນ (ໂຊລາເຊວ) ພ້ອມອຸປະກອນ ຈຳນວນ 1 ຊຸດ ແລະ ອຸປະກອນກິລາ ຈຳ ນວນໜຶ່ງ ລວມມູນຄ່າ 6 ລ້ານກວ່າກີບ ໄປມອບໃຫ້ກອງຮ້ອຍ 3 ກອງພັນ 511, ເຊິ່ງນຳພາໂດຍ ສະຫາຍ ພັນໂທ ບຸນຖົມ ໄຊສັງທອງ ຮອງຫົວໜ້າຫ້ອງການ
ເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີ ສະຫາຍ ພັນຕີ ທອງຈັນ ແກ້ວບຸນແທ່ນ ຫົວໜ້າພະແນກຊາວໜຸ່ມ ພ້ອມດ້ວຍພະນັກງານ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ
ໂອກາດດັ່ງກ່າວ, ສະຫາຍ ພັນຕີ ບຸນສົງ ລາດສະວົງ ຫົວໜ້າການເມືອງ ກອງຮ້ອຍ 3 ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບໃນກົມກອງ ກ່າວສະແດງຄວາມຂອບໃຈມາ ຍັງພະແນກຊາວໜຸ່ມ ທະຫານນະຄອນຫຼວງວຽງຈັນ ທີ່ເຫັນໄດ້ຄວາມຫຍຸ້ງຍາກ ແລະ ຈຳເປັນໃນການປະຕິບັດໜ້າທີ່ການເມືອງຂອງກົມກອງ, ອັນເປັນການກະ ຕຸກຊຸກຍູ້ກຳລັງໃຈນາຍ ແລະ ພົນທະຫານໃນການເຮັດໜ້າທີ່ປ້ອງກັນເວນຍາມຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ. ໂດຍ: ສຸພາວະດີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ