ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໝາກຜົນ​ການແຫ່ງຈັດຕັ້ງ​ປະຕິບັດ ວຽກ​ງານ ​ປກຊ-​ປກສ ຢູ່​ແຂວງ​​ຜົ້ງ​ສາລີ
ເວລາອອກຂ່າວ: 2022-10-06 09:17:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 358 | ຄວາມນິຍົມ:



ສະຫາຍ ພົນ​ຈັດຕະວາ ທິດ​ແກ້ວ ພົມ​ປັນຍາ ຮອງ​ປະທານ, ຜູ້​ປະຈຳການ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບ​ແຂວງ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດ​ວຽກ​ງານ ​ປກຊ-​ປກສ ທົ່ວ​ປວງ​ຊົນ​ຮອບດ້ານ​ຢູ່​ແຂວງ​ຜົ້ງ​ສາລີ ດຳເນີນ​ໄປ​ຢ່າງ​ຕັ້ງໜ້າ ແລະ ແຂງແຮງ. ສຳລັບ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ແຂວງ​ຜົ້ງ​ສາລີ ໄດ້ສືບຕໍ່​ຮັກສາ ແລະ ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ປະຕິວັດ, ເປັນ​ກຳລັງ​ຫຼັກ​ແຫຼ່ງ​ຄໍ້າປະກັນ​ໃຫ້​ແຂວງ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ເສດຖະກິດ​ເຕີບ​ໃຫຍ່​ຂະຫຍາຍຕົວ, ເປັນ​ເຈົ້າ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ​ເຂັ້ມແຂງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ເວົ້າ​ສະເພາະແຂວງ​ຜົ້ງ​ສາລີ​ ໃຫ້​ມີ​ຄວາມ​ມັ່ງ​ຄັ່ງ​ເຂັ້ມແຂງ, ໂດຍ​ ເປັນ​ເຈົ້າ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ ແລະ ການຈັດຕັ້ງ​ຜັນ​ ຂະຫຍາຍ 2 ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ ​ການ​ແກ້​ໄຂ​ບັນຫາຄວາມ ຫຍຸ້ງຍາກທາງດ້ານ​ເສດຖະກິດ-ການ​ເງິນ ແລະ ບັນຫາ​ຢາ​ເສບ​ຕິດ​ຢ່າງ​ແຂງແຮງ ແລະ ໄດ້​ຮັບ​ຜົນສຳເລັດ​ຫຼາຍ​ດ້ານ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ນັບ​ມື້​ໄດ້​ຮັບ​ການ​ປັບ ປຸງ​ດີ​ຂຶ້ນ​ເປັນ​ກ້າວໆ​ມາ. ປັດຈຸບັນ, ​ອິດ​ທິ​ກຳລັງ​ປໍ​ລະ​ປັກຍັງ​ສືບ​ຕໍ່​ເຄື່ອນ​ໄຫວ​ປະຕິບັດ​ກົນອຸບາຍ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ ດ້ວຍ​ຫຼາຍ​ຮູບ​ການ​ເຊັ່ນ: ບັນຫາ​ສາສະໜາ, ສິດທິ​ມະນຸດ, ບັນຫາ​ຊົນເຜົ່າ ແລະ ອື່ນໆ ເພື່ອ​ເປັນ​ຂໍ້​ອ້າງ​ໂຄສະນາ​ທັບ​ຖົມ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ແລະ ກໍ່ໃຫ້ເກີດ​ມີ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ​ຫຼາຍ​ຂຶ້ນ. ຕໍ່​​ບັນຫາ​ດັ່ງກ່າວ, ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສຂອງ​ ພັກ ເຊິ່ງ​ເວລາ​ໃດ​ ກໍ​ຖື​ສຳຄັນວຽກ ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນຮອບ ດ້ານ​ຂອງ​ພັກ ​ເປັນ​ບູ​ລິ​ມະ​ສິດ​ແຖວ​ໜ້າ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ​ຂອງ​ພັກ​ໃນ​ການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ເປັນ​ຫົວ ໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານ​ເປັນ​ກຸ່ມ​ບ້ານ​ພັດທະນາ ​ຢ່າງ​ແຂງແຮງ ເພື່ອ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ຄະນະ​ກຳມະການ ​ປກຊ-​ປກສ ແຕ່​ລະຂັ້ນ ໄດ້​ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ເຮັດ​ໃຫ້​ ພະນັກງານ-ນັກຮົບ, ລັດຖະກອນແລະ ປະຊາຊົນມີ​ຄຸນ​ທາດ​ການ ເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ທັດສະນະ​ຫຼັກ​ໝັ້ນ​ຊົນ​ຊັ້ນ ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ ກໍ​ຄື​ແນວທາງ ​ປກຊ-​ປກສ ທົ່ວປວງຊົນຮອບດ້ານ, ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ອົງຄະ​ນະພັກ​ແຂວງ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ບົນ​ຈິດໃຈ​ບຸກ​ທະລຸ ເພື່ອ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ທົ່ວ​ແຂວງ​ມີ​ຄວາມ​ສະຫງົບ, ໄດ້​ຊີ້​ນຳ​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ ແບບ​ທາງ​ເລິກ ແລະ ທາງ​ກວ້າງ ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ 3 ຂັ້ນ ​ຕິດ​ພັນ​ກັບ​ການ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ ແລະ ວຽກ​ງານ 3 ສ້າງ​ຂອງ​ພັກ​ໃນ​ການ​ເຕົ້າໂຮມ​ບ້ານ​ນ້ອຍ​ໃຫ້​ກາຍເປັນ​ບ້ານ​ໃຫຍ່ ແລະ ເຕົ້າໂຮມ​ບ້ານ​ໃຫຍ່​ໃຫ້​ກາຍເປັນ​ຕົວ​ເມືອງ​ນ້ອຍ ໃນ​ຊົນນະບົດ. ປັດຈຸບັນ​ມີ​ພະ ນັກງານ​ເຄື່ອນໄຫວ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ​ກວມ​ເອົາ ​ຈຳນວນ​ບ້ານ​ແມ່ນ 95% ຂອງ​ແຜນການ, ສ້າງ​ຄອບຄົວ​ປ້ອງ​ ກັນ​ຊາດ​ເຂັ້ມແຂງ ໄດ້ 100%, ບ້ານ​ປ້ອງ​ກັນ​ຊາດ​​ເຂັ້ມແຂງ​ໄດ້ 100%, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ 95% ແລະ ສ້າງ​ບ້ານ​ພັດທະນາ​ດີ ກວມ​ເອົາ 80% ຂອງ​ແຜນການ. ສະຫາຍ ພົນ​ຈັດຕະວາ ທິດ​ແກ້ວ ພົມ​ປັນຍາ ຍັງ​ໃຫ້​ຮູ້​ຕື່ມວ່າ: ໄປ​ຄຽງ​ຄູ່​ກັນ​ນັ້ນ​ ຍັງ​ຫັນ​ເອົາ​ວຽກ​ງານ ​ປກຊ-​ປກສ ຕິດ​ພັນ​ກັບ​ໜ້າທີ່​ການເມືອງ​ແຕ່​ລະ​ຮາກ​ຖານ​ປະຊາຊົນ ແລະ ບັນດາ​ຫົວໜ່ວຍ​ອົງ​ການຈັດຕັ້ງ​ ທັງ​ ພາກ​ລັດ ແລະ ເອກະ​ຊົນ ເປັນຕົ້ນ​​ໄດ້​ສຳເລັດ​ການ​ເຝິກອົບຮົມ​ວິຊາ​ສິລະ​ປະຍຸດ-ຍຸດທະວິທີ​ຂັ້ນ​ພື້ນ ຖານ​ຂອງ​ທະຫານ​ຮາບ ແລະ ວິຊາ​ປ້ອງ​ກັນ​ຕົວ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ນັກ ຮຽນ, ນັກ​ສຶກ​ສາ, ຫົວໜ່ວຍ​ລັດ​ວິ​ສາ​ຫະ​ກິດ, ປະຊາຊົນ ແລະ ກຳລັງ​ກອງ​ຫຼອນ-​ປກສ ບ້ານ​ທົ່ວ​ແຂວງ ສາມາດ​ຮັບປະກັນ​ໃນ​ການເຄື່ອນໄຫວ​ປ້ອງ​ກັນ​ເວນຍາມ​ເກັບ​ກຳ​ສະພາບ​ຂອບ​ເຂດ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ 100%. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ອົບຮົມ-ຫັດ​ແອບ ວຽກ​ງານ ​ປກຊ-​ປກສ​ໃຫ້​ແຕ່​ລະ​ເປົ້າ​ໝາຍ​ທົ່ວ​ແຂວງ​ຢ່າງ​ທົ່ວ​ເຖິງ. ຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ​ປກຊ-​ປກສ ທົ່ວ​ແຂວງ​ເຫັນ​ວ່າ ​ມີ​ຄວາມ​ສະຫງົບ​ດີ ແລະ ສາມາດ​ແກ້​ໄຂ​ໜໍ່​ແໜງ​ຄວາມ​ບໍ່​ສະຫງົບ​ໄດ້​ຂາດ​ຕົວ ເປັນຕົ້ນ​ແມ່ນ​ການ​ຄ້າຂາຍ​ເຖື່ອນ, ບັນຫາ​ຢາ​ເສບ​ຕິດ, ການ​ແຕ່ງດອງ​ແບບ​ຜິດ​ກົດໝາຍ ແລະ ບັນຫາ​ອື່ນໆ, ອັນ​ພົ້ນ​ເດັ່ນ​ແມ່ນ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ໄດ້​ປະ ສານ​ສົມທົບ​ຮ່ວມ​ມື​ບັນດາແຂວງ,​ປະເທດ​ໃກ້ຄຽງທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ຈອດ​ກັບ​ແຂວງ​ຜົ້ງ​ສາລີ​ເຊັ່ນ: ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ດຽນ​ບຽນ ​ສສ ຫວຽດນາມ ແລະ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ປະຈຳເມືອງຫຼ້າ ກິ່ງ ​ແຂວງ​ສິບ​ສອງ​ພັນ​ນາ ​ສປ ຈີນ ເຄື່ອນໄຫວ​ກວດກາ​ຈຸດເຂດ​ແດນ​ຮ່ວມ​ກັນ ແລະ ມີ​ການ​ພົບ​ປະ​ແລກປ່ຽນ​ຖອດ​ຖອນ​ບົດຮຽນລະຫວ່າງ​ການນຳ​ຂັ້ນ​ແຂວງ, ກອງ​ບັນຊາ​ການ​ທະຫານ-ຕຳຫຼວດ​ແຂວງ ແລະ ຂະແໜງການ​ຕ່າງໆ ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ​ປກຊ-​ປກສ ແຂວງ​ຜົ້ງ​ສາລີ ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ມີ​ຄວາມ​ສະຫງົບ​ດີ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ