ຄະນະກອງບັນຊາການທະຫານແຂວງຈຳປາສັກ ຕ້ອນຮັບຜູ້ແທນຂັ້ນສູງທະຫານແຂວງ ກວາງຫງາຍ
ເວລາອອກຂ່າວ: 2022-10-06 09:14:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:
ວັນທີ 17 ກັນຍາ 2022 ນີ້, ຜູ້ແທນຂັ້ນສູງທະຫານແຂວງ ກວາງຫງາຍ ສສ ຫວຽດນາມ ໄດ້ມາຢ້ຽຝຍາມ ແລະ ເຮັດວຽກ-ມອບທຶນຊ່ວຍເຫຼືອຢູ່ກອງບັນຊາການທະຫານແຂວງຈຳປາສັກ, ເຊິ່ງນຳໂດຍ ສະຫາຍ ພັນເອກ ຫວໍ້ ວັນບ໋າ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງກວາງຫງາຍ ພ້ອມດ້ວຍຄະນະ, ໂດຍການຕ້ອນ ຮັບດ້ວຍຄວາມອົບອຸ່ນຂອງ ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ສ ປປ ລາວ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ຫວໍ້ ວັນບ໋າ ໍໄດ້ຕາງໜ້າໃຫ້ຄະນະກ່າວສະ ແດງຄວາມພາກພູມໃຈເປັນຢ່າງຫຍິ່ງຕໍ່ການຕ້ອນຮັບໄມຕີຈິດ-ມິດຕະພາບທີ່ດີຕໍ່ກັນ ແລະ ອົບອຸ່ນຈາກຄະນະກອງບັນຊາການທະຫານແຂວງຈຳປາສັກ, ແລະ ເນື່ອງໃນໂອກາດສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ- ຫວຽດນາມ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດ ຕະພາບ-ການຮ່ວມມື ຄົບຮອບ 45 ປີ, ເຊິ່ງໄດ້ມອບທຶນຊ່ວຍເຫຼືອ ຈຳນວນ 1 ຕື້ດົ້ງ (ສະກຸນເງິນຫວຽດນາມ).
ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກ່າວຮັບ ພ້ອມທັງສະແດງຄວາມຂອບໃຈແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ຄະ ນະຜູ້ແທນຂັ້ນສູງກອງບັນຊາການທະຫານແຂວງກວາງ ຫງາຍ ທີ່ຍາມໃດກໍເປັນຫ່ວງເປັນໃຍທັງເຫັນໄດ້ຄວາມໝາຍ ຄວາມສຳຄັນອັນເລີກເຊິ່ງຕໍ່ເພື່ອນມິດສະຫາຍສາຍພົວພັນແບບພິເສດອັນແໜ້ນແຟ້ນ. ພ້ອມນັ້ນ, ສະຫາຍກໍໄດ້ອວຍພອນ ສະຫາຍ ພັນເອກ ຫວໍ້ ວັນ ບ໋າ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກອງບັນຊາການທະຫານແຂວງກວາງຫງາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ປະສົບຜົນສໍາເລັດໃນໜ້າທີ່ການງານທັງສ່ວນລວມ ແລະ ສ່ວນຕົວ, ສືບຕໍ່ຮັດແໜ້ນຄວາມສາມັກ ຄີມິດຕະພາບທີ່ດີຕໍ່ກັນ ແລະ ທັງເປັນການເສີມສ້າງສາຍພົວພັນໃນການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ, ເພື່ອຮັກສາມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງສອງຊາດ, ສອງພັກ.ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າສະເພາະແມ່ນກອງບັນ ຊາການທະຫານແຂວງກວາງຫງາຍ ສສ ຫວຽດນາມ ກັບກອງບັນຊາການທະຫານແຂວງຈຳປາສັກ ສປປ ລາວ ໃຫ້ນັບມື້ເພີ່ມພູນຄູນສ້າງຈະເລີນງອກງາມ ແລະ ໝັ້ນຄົງ.
ໂດຍ: ວິໄລພອນ ວົງວິສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ