ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານ ແຂວງ​ໄຊ​ສົມບູນ ປິດ​ຊຸດ​ອົບຮົມ​-ຫັດ​ແອບ​ເອກະ​ພາບ​ວຽກ​ງານ​ເສນາ​ທິ​ການ
ເວລາອອກຂ່າວ: 2022-10-06 09:13:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 326 | ຄວາມນິຍົມ:



ວັນ​ທີ 12 ກັນຍາ 2022, ກອງ​ບັນຊາ​ການ​ທະຫານແຂວງ ໄຊ​ສົມບູນ ໄດ້​ມີ​ພິທີ​ປິດຊຸດອົບ ຮົມ-​ຫັດ​ແອບ​ເອກະ​ພາບວຽກ ​ງານ​ເສນາ​ທິ​ການທົ່ວກອງບັນ ຊາ​ການ​ທະຫານ​ແຂວງ.ໂດຍ ການ​ເປັນ​ປະທານ​ຂອງ ສະຫາຍ ​ພັນເອກ ວົງ​ພັນ ດາ​ບຸດ​ດີ ຫົວໜ້າ ​ຫ້ອງ​ເສນາ​ທິ​ການ ກອງບັນຊາ ການ​ທະຫານ​ແຂວງ ໄຊສົມບູນ, ມີ​ຄະນະ​ພັກ-ຄະນະບັນຊາອົງ ການ 5 ຫ້ອງ, ຄູ-ອາຈານຕະ ຫຼອດຮອດ​ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ​ພັນໂທ ສະເຫຼີມ ໄຊ​ສົມ​ພອນ ຮອງ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​​ຜ່ານ​ບົດ​ສະ ຫຼຸບ​ຜົນ​ການ​ຫັດ​ແອບ​ຮໍ່າຮຽນ​ວຽກ​ງານ​ເສນາ​ທິ​ການ​​ໄດ້​ກ່າວ​ວ່າ: ຜ່ານ​ການອົບຮົມ-ຫັດແອບ ​ເວລາ 15 ວັນ ການ​ອົບຮົມ-ຫັດ ​ແອບ​ແມ່ນ​ໄດ້​ຮັບ​ຜົນ​ດີ​ຕາມ​ຄາດ ໝາຍ ເຊິ່ງ​ສະແດງ​ອອກ​ໃນ​ຜົນ​ການ​ຮຽນ​ຄື: ຂັ້ນເກັ່ງ 7 ສະຫາຍ ເທົ່າ 19,44 %, ດີ 20 ສະຫາຍ ເທົ່າ 55,55 %, ຄາດໝາຍ 9 ສະຫາຍ ເທົ່າ​ກັບ 25%. ສະແດງ​ເຖິງ​ຄວາມເອົາໃຈໃສ່​ຮໍໍ່າຮຽນ​ຂອງ​ນັກເຝິກອົບຮົມທີ່​ມີ​ຄວາມ​ຫ້າວຫັນ​ ເອົາໃຈໃສ່​ບົດຮຽນ, ຕັ້ງໜ້າ​ປະຕິບັດ​ຂໍ້​ກຳນົດ​, ກົດ​ລະ ບຽບ​ໃນ​ການ​ອົບຮົມ​ເປັນ​ຢ່າງ​ດີ, ທັງ​ເປັນ​ການເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງຂອງ​ຄູ​ອາຈານ ແລະ ນັກ​ເຝິກ​ອົບຮົມໃຫ້​ມີ​ຄວາ​ຊຳນິ​ຊຳນານ, ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ທາງ​ດ້ານ​ເນື້ອ​ໃນ, ບັນດາ​ບາດກ້າວ​ໃນ​ພາກ​ປະຕິບັດຕົວຈິງ. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ