ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ​ນະຄອນຫຼວງ​ວຽງ​ຈັນ​ ຫັດ​ແອບ​​ຍຸດທະວິທີສູ້ຮົບຈັ້ງ​ທ່າ​ເທິງ​ແຜນທີ່
ເວລາອອກຂ່າວ: 2022-10-06 09:09:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ວັນ​ທີ 30 ກັນຍາ 2022, ຢູ່​ທີ່​ໂຮງຮຽນ​ການ​ທະຫານ​ທ້ອງ ຖິ່ນ ​ນະຄອນຫຼວງ​ວຽງ​ຈັນ ໄດ້ ຫັດ​ແອບ​ຍຸດທະວິທີສູ້​ຮົບ​ຈັ້ງ​ທ່າ​ ເທິງ​ແຜນທີ່ປະສານ​ສຽງ​ແຕກ ຍິງ​ລູກປືນ​ແທ້) ໃຫ້​ພະນັກງານ​ບຳລຸງ​ນາຍ​ສິບ​ ລະບົບ 6 ເດືອນ​ຊຸດ I ແລະ ນັກຮຽນ​ກໍ່ສ້າງ​ນາຍ ສິບ​ ຊຸດ​ທີ VII ສູ້​ຮົບ​ຈັ້ງ​ທ່າ​ຮັກ ສາ​ແໜ້ນ​ຍຸດ​ທະ​ສາດ​ການ​ຫັດ​ແອບ​ຊ້ອມ​ຮົບ​ເທິງ​ແຜນທີ່, ໂດຍ ການເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ຫົວໜ້າ​ການ​ທະຫານ ກອງ​ບັນ ຊາ​ການ​ທະຫານນະຄອນຫຼວງ ​ວຽງ​ຈັນ, ມີ​ຜູ້ຕາງໜ້າຫ້ອງການ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ, ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ພັກ-ຄະນະບັນຊາ ບັນດາ​ກົມ​ກອງ​, ຄະນະ​ຮັບຜິດ ຊອບ ຄູ-ອາຈານ ຕະຫຼອດ​ຮອດ​ນັກຮຽນ​ເຂົ້າ​ຮ່ວມ. ສະຫາຍ ​ພັນ​ຕີ ໂຕ່​ລິກ ບາງ​ ພະຈັນ ຫົວໜ້າ​ພະ​ແນກ​ອົບຮົມ ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ລາຍ​ງານ​ກ່ຽວ​ກັບ​ຈັງຫວະ​ບາດກ້າວ​ການ​ກະທຳຂອງ​ຜູ້​ບັນ ຊາ​ໃນ​ເວລາ​ກະກຽມ​ການ​ສູ້​ຮົບ ເຊິ່ງ​ປະກອບ​ມີ 2 ພາກ​ຄື: ພາກ​ຫັນ​ພາວະ​ກຽມພ້ອມ​ສູ້​ຮົບ​ກະ ໂດດ​ຂັ້ນ ແລະ ພາກ​ຈັດ​ຕັ້ງ​ກະ ກຽມ​ສູ້​ຮົບ​ຈັ້ງ​ທ່າ, ໃນ​ເວລາ​ສັດຕູ ກໍ່​ກະບົດ​ລຸກ​ຮືຂຶ້ນ​ໃນ​ຂອບ​ເຂດ​ຮັບຜິດຊອບ ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຂອງ​ຜູ້​ບັນຊາ​ໃຫ້​ກອງ​ບັນຊາ​ການ​ທະຫານນະຄອນຫຼວງ​ວຽງ​ຈັນ ກໍຄື​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ໄດ້​ຫັນ​ພາວະ​ກຽມພ້ອມ​ສູ້​ຮົບ​ກະໂດດ​ຂັ້ນ ມີ​ການ​ປະສານ​ວຽກ​ງານ​ທີ່​ຕ້ອງ​ເຮັດ​ດ່ວນ​ໃນ​ແຕ່​ລະ​ຂັ້ນ​ໃຫ້​ຊາບ ເພື່ອ​ກະກຽມ​ສູ້​ຮົບ​ຕ້ານ​ສັດຕູ​ໃຫ້​ທັນ​ເວລາ. ການ​ຫັດ​ແອບ​ຊ້ອມ​ຮົບ​ຄັ້ງນີ້​ ​ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ສາມາດໃນ​ການຈັດຕັ້ງ​ການ​ຊີ້​ນຳ​ກະກຽມ ແລະ ປະຕິບັດ​ການ​ຊ້ອມ​ຮົບ​ໃຫ້​ນາຍ​ທະຫານທີ່​ເຂົ້າ​ມາ​ບຳ ລຸງນາຍສິບ ​ຊຸດ​ທີ I ແລະ ນັກ ຮຽນ​ກໍ່ສ້າງ​ນາຍ​ສິບ​ ຊຸດ​ທີ VII ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແລະ ນາຍ​ທະຫານ​ຊ່ວຍ​ວຽກ​ອົງ ການທະຫານ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ມີ​ແບບແຜນ​ວິທີ​ນຳພາ-ບັນຊາ ແລະ ສູ້​ຮົບ ​ຮູ້​ໄດ້​ກ່ຽວ​ກັບ ວຽກ​ງານ​ເສນາ​ບັນຊາ​ເຂົ້າ​ໃນ​ການຈັດຕັ້ງ​ກຽມພ້ອມ​ສູ້​ຮົບ ທັງ​ເປັນ​ການ​ກວດກາ​ຕີ​ລາຄາ​ຜົນ​ຂອງ​ການ​ບຳລຸງ​ພະນັກງານ ແລະກໍ່ສ້າງ​ນາຍ​ສິບ​ໃຫ້​ມີ​ຄຸນ​ນະ​ພາບ ຕາມ​ແຜນການ. ໂອກາດ​ນີ້​, ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ໄດ້​ຕີລາຄາ​ ສູງ ແລະ ສະແດງ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຕໍ່​ຜົນງານ​ການຈັດ​ຕັ້ງ​ປະ ຕິບັດ​ການ​ຫັດ​ແອບ​ສູ້​ຮົບ​ເທິງ​ແຜນ​ທີ​່ຄັ້ງ​ນີ້, ພ້ອມ​ທັງ​ ຮຽກຮ້ອງ​ໃຫ້​ນັກຮຽນ​ຊຸດ​ນີ້​ ​ພ້ອມ​ກັນ​ອົດທົນ​ຜ່ານ​ຂໍ້​ຫຍຸ້ງຍາກ​ຕະຫຼອດ​ການ​ໃຫ້​ມີ​ຄວາມ​ຊຳນານຫັດແອບ​ສາ ມາດ​ເກັບກຳໄດ້ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ ພ້ອມ​ທັງຍົກ​ ສູງ​ນ້ຳ​ໃຈ​ສາມັກຄີ​ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ ຄື​ດັ່ງ​ອ້າຍ​ນ້ອງ​ຄອບຄົວ​ດຽວ​ກັນ ທັງ​ຮັກສາ​ໄດ້​ຄວາມ​ປອດ​ໄພ 100%. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ