ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 4 ມອບ​ເງິນ​ອຸດ​ໜູນ ​ໃຫ້​ຄອບຄົວ​ພະນັກງານ-ນັກຮົບ​ຜູ້ທີ່ເສຍ​ຊີວິດ
ເວລາອອກຂ່າວ: 2022-10-06 09:07:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ທ້າຍ​ເດືອນ​ກັນຍາ 2022, ກອງ​ພົນ​ທີ 4 ໄດ້​ຈັດ​ພິທີ​ມອບ ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກ ງານ-ນັກຮົບ​ຜູ້ທີ່​ເສຍ​ຊີວິດ​ຈຳ ນວນ 5 ສະຫາຍ, ລວມ​ເງິນທັງ​ໝົດ 347.957.696 ກີບ, ໂດຍ​ການ​ກ່າວມອບຂອງສະຫາຍ ພັນ​ເອກ ຈັນ​ແດງ ຂຸນ​ຍຸ​ລາດ ກຳມະການ​ຄະນະ​ປະຈຳ​ພັກ ຫົວ ໜ້າ​ຫ້ອງ​ການເມືອງກອງ​ພົນ​ທີ 4, ມີ​ຜູ້ຕາງໜ້າ​ອົງການ 5 ຫ້ອງ,​ ຜູ້ຕາງໜ້າ​ພະແນກການ​ທີ່​ກ່ຽວ ຂ້ອງ ແລະ ຄອບຄົວ​ພະນັກງານ-ນັກຮົບ​ ທີ່​ເສຍ​ຊີວິດ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພິທູນ ບຸນ​ມາລາ ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ ຫ້ອງ​ການເມືອງ ກອງ​ພົນ​ທີ 4 ໄດ້​ອະທິບາຍຊີ້​ແຈງ​ການ ​ຄິດໄລ່​ເງິນອຸດ​ໜູນ​ໃຫ້​ພະນັກ ງານ-ນັກຮົບທີ່​ເສຍ​ຊີວິດ, ໂດຍ​ປະ ຕິບັດ​ຕາມ​ກົດໝາຍ ​ວ່າ​ດ້ວຍ​ການ​ປະກັນ​ ສັງຄົມ ແລະ ຂໍ້​ຕົກ ລົງ​ຂອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ແລະ ສະຫວັດດີການ​ສັງຄົມ. ໂອກາດ​ນີ້, ສະຫາຍ​ຫົວໜ້າ​ຫ້ອງ​ການເມືອງ​ ກອງ​ພົນ​ທີ 4 ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ຄອບຄົວ​ພະ ນັກງານ-ນັກຮົບທີ່​ເສຍ​ຊີວິດ​ ໄດ້ຮັບ​ຮູ້​ເຊື່ອມ​ຊຶມ ແລະ ເຂົ້າໃຈຢ່າງ​ ເລິກເຊິ່ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ກໍ​ຄື​​ກະຊວງ​ປ້ອງ​ກັນ​ປະເທດ​ທີ່​ມີ​ຕໍ່​ນາຍ ແລະ ພົນ ທະຫານທົ່ວ​ກອງທັບ​ປະຊາຊົນ​ລາວ ເວົ້າ​ສະເພາະ ​ແມ່ນ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 4 ທີ່​ມີ​ຕໍ່​ຄອບຄົວ​ພະນັກງານ-ນັກ ຮົບ​ທີ່​ເສຍ​ຊີວິດ, ເຊິ່ງ​ແຕ່​ລະ​ສະ ຫາຍ​ໄດ້​ອຸທິດ​ເຫື່ອແຮງ, ​ສະຕິ​ປັນຍາ​ປະກອບສ່ວນ​ເຂົ້າ​ໃນ​ພາ ລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ ພັດທະນາ​ປະເທດ​ຊາດ ແລະ ຮຽກ ຮ້ອງ​ໃຫ້​ຄອບຄົວ​ພະນັກງານ-ນັກ ຮົບ​ທີ່​ເສຍ​ຊີວິດ ພ້ອມ​ກັນ​ນຳ​ໃຊ້​ ເງິນ​ຈຳນວນ​ດັ່ງກ່າວ ເພື່ອ​ປັບ ປຸງ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ໃຫ້​ນັບ​ມື້​ດີ​ຂຶ້ນ. ໂດຍ: ບົວ​ຄຳ ທອງ​ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ