ທະຫານແຂວງຫຼວງນ້ຳທາ ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-10-06 09:07:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 792 | ຄວາມນິຍົມ:
ທ້າຍເດືອນກັນຍາ 2022, ກອງບັນຊາການທະຫານແຂວງ ຫຼວງນ້ຳທາ ໄດ້ຈັດຕັ້ງປະຕິບັດ ຍິງເປົ້າໝາຍດ້ວຍ ລູກປືນແທ້ ແລະ ປິດຊຸດອົບຮົມ-ຫັດແອບ
ການເມືອງ,ການທະຫານ ປະຈຳປີ 2022, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນມີ ໄຊປະເສີດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການ, ມີຄູ-ອາຈານ ພ້ອມດ້ວຍນັກເຝິກອົບຮົມຈາກ 5 ຫ້ອງ, ກົມກອງອ້ອມຂ້າງກອງບັນຊາການທະຫານແຂວງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນລ້ຽງ ອຽນບູນມີ ຮອງຫົວໜ້າພະແນກອົບຮົມ ທະຫານແຂວງ ໄດ້ສະຫຼຸບຄືນໂດຍຫຍໍ້ຕະຫຼອດໄລຍະການອົບຮົມ-ຫັດແອບ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນ. ຜ່ານການ ອົບ ຮົມ-ຫັດແອບທັງ 4 ພາກ ສາ ມາດຕີລາຄາໝາກຜົນໄດ້ດັ່ງ ນີ້: ພາກການເມືອງ ສະເລ່ຍ
92,89%; ພາກລະບຽບ 88,65%; ພາກສິລະປະຍຸດ 85,98% ແລະ ພາກຍຸດທະວິທີ 87,75% ສາມາດຮັບປະກັນໄດ້ຄວາມປອດໄພ 100% .
ໂອກາດນີ້, ສະຫາຍ ພັນເອກ ບຸນມີ ໄຊປະເສີດ ໄດ້ໂອ້ລົມ ແລະ ກ່າວປິດຊຸດອົບຮົມການເມືອງ, ການທະຫານ ປະຈຳປີ 2022 ລົງຢ່າງເປັນທາງການ.
ທັງນີ້, ເພື່ອ ປັບປຸງແບບແຜນ ກຳລັງແຮງກາຍຂອງພະນັກ ງານ-ນັກຮົບ ເພື່ອເປັນການທົບທວນຄືນດ້ານທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງໃຫ້ມີ
ຄວາມຊຳນານໃນການກຽມພ້ອມເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັງເປັນການຍົກລະດັບຄວາມຮູ້, ຄວາມສາ ມາດໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້
ແລະ ເຂົ້າໃຈທາງດ້ານສິລະປະ ຍຸດ-ຍຸດທະວິທີໃນການຈັດການ ທຳລາຍເປົ້າໝາຍ ແລະ ການນຳ ໃຊ້ອາວຸດກະສຸນເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ສູງຂຶ້ນ.
ໂດຍ: ຈ່າຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ