ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະ​ນຳ​ກອງ​ບັນຊາ​ການ​ທະຫານ​ອາກາດ ​ເຂົ້າ​ອວຍພອນ​ທີ່​ປືກ​ສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ​ສປ ຈີນ
ເວລາອອກຂ່າວ: 2022-10-06 08:32:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



​ວັນ​ທີ 30 ກັນຍາ 2022 ນີ້, ສະຫາຍ ພົນ​ຈັດຕະວາ ບຸນ​ມາ ຈັນທະ​ວົງສາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ອາກາດ​ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ​ທີ່​ປືກ​ສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ​ສປ ຈີນ ປະຈຳ​ລາວ, ເນື່ອງ​ໃນ​ໂອກາດວັນຊາດ ສປ ຈີນ ຄົບຮອບ 73 ປີ (1 ຕຸລາ 1949-1 ຕຸລາ 2022). ໂດຍ​ການ​ຕ້ອນຮັບຂອງ ​ສະຫາຍ ພັນ​ເອກ ພິເສດ ຫີຼປີງ ຫົວໜ້າ​ຫ້ອງການ​ທີ່​ປືກ​ສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ​ສປ​ຈີນ ປະຈຳ​ ​ລາວ ພ້ອມ​ດ້ວຍ​ຄະນະ. ໃນ​ໂອກາດ​ນີ້, ສະຫາຍ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະ ຫານ​ອາກາດ ໄດ້​ຕ່າງ​ໜ້າ​ໃຫ້​ຄະ ນະ​ພັກ-ຄະນະ​ບັນຊາ​ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ນຳ​ເອົາ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ ແລະ ຄຳ​ອວຍພອນ​ອັນ​ປະເສີດ​ມາ​ຍັງ ສະຫາຍທີ່​ປຶກສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ​ສປ​ຈີນ ປະຈຳ​ລາວ ແລະ ຝາກ​ຄວາມ​ຢື້​ຢາມຖາມ ​ຂ່າວ​ໄປ​ຍັງ​ພັກ-ລັດຖະບານ ແລະ ກະຊວງ​ປ້ອງ​ກັນ​ປະເທດ ​ສປ​ ຈີນ ຕະຫຼອດ​ຮອດ​ປະຊາຊົນ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ​ປະສົບຜົນ ສຳເລັດ​ໃນ​ໜ້າທີ່​ວຽກງານອັນ​ມີ​ກຽດ​ສະຫງ່າ​ຂອງ​ບັນດາ​ສະ ຫາຍ. ພ້ອມ​ກັນ​ສືບຕໍ່​ຮັກສາ​ມູນເຊື້ອ​ຄວາມ​ສາມັກຄີ​ປອງ​ດອງ​ອັນ​ດີງາມ​ຂອງ​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ​ລາວ-ຈີນ ຕາມ​ທິດ 4 ດີ, ເວົ້າ​ລວມ ເວົ້າ​ສະ ເພາະ​ການ​ຊ່ວຍເຫຼືອ​ດ້ານ​ເຕັກ ນິກ​ການ​ທະຫານ ແລະ ດ້ານການ ​ສຶກ​ສາ​ໃຫ້​ກອງ​ບັນຊາການທະ ຫານ​ອາກາດ​ກອງທັບປະຊາຊົນ​ລາວ​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ນັບ​ມື້​ ເຕີບ​ໃຫຍ່​ເຂັ້ມແຂງ. ໂອກາດດຽວ ​ກັນ​ນີ້, ສະຫາຍ ພັນ​ເອກ ພິເສດ ຫຼີປີງ ກໍໄດ້​ກ່າວ​ສະແດງຄວາມ​ຂອບໃຈ​ຕໍ່ຄະນະ​ນຳ​ກອງບັນຊາ​ການ​ທະຫານ​ອາກາດ ທີ່ເຂົ້າ ມາ ອວຍພອນໃນຄັ້ງນີ້ ແລະ ພ້ອມ​ກັນ​ປຶກ​ສາ​ ຫາລື​ແລກປ່ຽນ​ຖອດ​ຖອນ​ບົດ ຮຽນ​ຮ່ວມ​ກັນ​ທັງ​ເປັນ​ການ​ເພີ່ມ​ທະວີ​ຮັດ​ແໜ້ນ​ສາຍ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ອັນ​ເລີກ​ເຊິ່ງ​ທີ​ດີ​ຕໍ່​ກັນ ລະຫວ່າງ ສອງ​ຊາດ, ສອງ​ ກອງທັບ​ລາວ-ຈີນ ໃຫ້​ນັບ​ມື​ຂະຫຍາຍຕົວ​ແໜ້ນ​ແຟ້ນ​ຍິ່ງໆ ​ຂຶ້ນ. ໂດຍ: ສີ​ທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ