ປະກາດການແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2022-10-05 08:25:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ:
ວັນທີ 4 ຕຸລາ 2022 ນີ້, ຢູ່ ທີ່ຫ້ອງວ່າການປົກຄອງນະຄອນ ຫຼວງວຽງຈັນ ໄດ້ຈັດພິທີປະກາດການແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະ ເທດ ຮອງປະທານ ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ມີ ສະຫາຍ ພົນຕີ ປອ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການຄະນະກຳ ມະການ ປກຊ-ປກສ ສູນກາງ, ພ້ອມດ້ວຍເລຂາ-ຮອງເລຂາ ແລະ ກຳມະການປະຈຳພັກ ນະ ຄອນຫຼວງວຽງຈັນ, ປະທານສະ ຫະພັນນັກຮົບເກົ່າ ແລະ ບັນດາ ຫົວໜ້າພະແນກການທີ່ກ່ຽວ ນະຄອນຫຼວງວຽງຈັນ, ບັນດາຫົວໜ້າຫ້ອງທີ່ຂຶ້ນກັບກອງບັນ ຊາການ ປກຊ-ປກສ ນະຄອນ ຫຼວງວຽງຈັນ ເຂົ້າຮ່ວມ.
ສະຫາຍ ພົນຕີ ປອ ສະຫວ່າງໄຊ ສິນນະວົງ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ອີງຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ, ອີງຕາມໜັງສືສະ ເໜີຂອງຄະນະຈັດຕັ້ງສູນກາງ ພັກ, ຄະນະເລຂາທິການສູນກາງພັກ ຕົກລົງ: ແຕ່ງຕັ້ງ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ປະກອບມີ 7 ສະຫາຍຄື: ສະຫາຍ ອານຸພາບ ຕຸນາລົມ ເປັນປະທານ, ສະຫາຍ ອາດສະ ພັງທອງ ສີພັນດອນ ເປັນຮອງປະທານ, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ເປັນຮອງປະທານ ທັງເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ເປັນກຳມະການ, ສະ ຫາຍ ພັນເອກ ບົວພັນ ຟອງມະນີ ເປັນກຳມະການ, ສະຫາຍ ພັນເອກ ບຸນວານ ພົມມະວົງ ເປັນກຳມະການ ແລະ ສະຫາຍ ພັນເອກ ວັນໄຊ ສີລິປັນຍາ ເປັນກຳ ມະການ. ພ້ອມດຽວກັນນີ້ ສະ ຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາ ຄະນະພັກນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານລາຍງານຫຍໍ້ການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ນະຄອນຫຼວງວຽງຈັນໃນ ໄລຍະຜ່ານມາ ເຫັນວ່າ ຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝທີ XI ຂອງພັກ, ມະຕິກອງປະຊຸມຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ສະໄໝທີ VII ລົງສູ່ຮາກຖານຂັ້ນເມືອງ, ບ້ານ ແລະ ບັນ ດາກຳລັງປະກອບອາວຸດຢ່າງກວ້າງຂວາງ ໂດຍສຸມໃສ່ປັບປຸງເຫຼົ່າຮົບວິຊາສະເພາະໃຫ້ແກ່ກຳ ລັງ ປກຊ-ປກສ, ກອງຫຼອນບ້ານ, ກຸ່ມບ້ານ ໃຫ້ມີຄວາມເຂັ້ມ
ແຂງ,ໄດ້ຈັດຕັ້ງເອົາກຳລັງ ປກຊ-ປກສ ສົມທົບກັບກຳລັງຂອງກະ ຊວງ ແລະ ອົງການປົກຄອງລົງ ກໍ່ສ້າງຮາກຖານການເມືອງ ພັດ ທະນາຊົນນະບົດ ສ້າງໄດ້ບ້ານປ້ອງກັນຄວາມສະຫງົບດີ 370 ບ້ານ, ບ້ານປ້ອງກັນຊາດເຂັ້ມ ແຂງ 49 ບ້ານ. ພ້ອມນີ້, ກໍໄດ້ ເອົາໃຈໃສ່ສຶກສາອົບຮົມບຳລຸງກໍ່ສ້າງພະນັກງານທີ່ມີລັກສະນະສືບທອດເຊັ່ນ: ກໍ່ສ້າງໄລຍະສັ້ນ, ໄລຍະຍາວທັງພາຍໃນ ແລະ ຕ່າງປະເທດ, ໄດ້ຊີ້ນຳໃນການ ຈັດຕັ້ງສັບຊ້ອນ, ຄັດເລືອກພະ ນັກງານ ທະຫານ, ຕຳຫຼວດ ຜູ້ທີ່
ມີຄວາມຮູ້ຄວາມສາມາດ ເຂົ້າໃນແຕ່ລະໜ້າທີ່ວຽກງານປັບປຸງກຳລັງ ປກຊ-ປກສ ໂດຍໄດ້ສຸມ ໃສ່ປັບປຸງການຈັດຕັ້ງກອງຫຼອນ-ປກສ ຂັ້ນບ້ານ, ກຸ່ມບ້ານ ໃຫ້ຮູ້ໃນການເຄື່ອນໄຫວໜ້າທີ່ວຽກງານຄຽງຄູ່ ກັບ ວຽກງານ ແກ້ໄຂຊີວິດການເປັນຢູ່ໄດ້ຊີ້ນຳໃນການຄຸ້ມຄອງລາຍຮັບ-ລາຍຈ່າຍ ບົນຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄອບຄົວເຂັ້ມ ແຂງດ້ວຍຕົນເອງ, ໄດ້ຊີ້ນຳກຳ ລັງ ປກຊ-ປກສ ອອກແຮງງານເພີ່ມພູນຜະລິດຜົນດ້ວຍການປູກ ຝັງ-ລ້ຽງສັດ, ປູກພືດຕາມເງື່ອນ
ໄຂຂອງແຕ່ລະທ້ອງຖິ່ນ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍ ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ກໍຄື ຜົນງານຂອງຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ ຍາດມາໄດ້ໃນໄລຍະຜ່ານມາ
ຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ ເປັນການ
ຈັດຕັ້ງໜຶ່ງທີ່ມີບົດບາດສຳຄັນ, ເປັນເສນາທິການໃຫ້ແກ່ຄະນະກຳມະການ ປກຊ-ປກສ ສູນ ກາງ ແລະ ຄະນະພັກນະຄອນຫຼວງ ວຽງຈັນ ໃນການຄົ້ນຄວ້າ, ກຳ ນົດບັນຫາຍຸດທະສາດກ່ຽວກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ຄວາມໝັ້ນ ຄົງຂອງທ້ອງຖິ່ນ, ກໍຄືຂອງຊາດ; ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເຄື່ອນໄຫວເພື່ອຮັບປະກັນໃຫ້ແຂວງມີສະ ຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ພ້ອມດຽວກັນນັ້ນ, ກໍຕ້ອງ ເປັນເຈົ້າການຊີ້ນຳການຈັດຕັ້ງຜັນຂະຫຍາຍ, ປະຕິບັດບັນດາມະຕິ, ຄຳສັ່ງຂອງກົມ ການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກົດໝາຍຂອງລັດ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນຳພາ-ຊີ້ນຳ ໂດຍກົງ, ລວມສູນເປັນເອ ກະພາບ ແລະ ຮອບດ້ານຕໍ່ກຳລັງ ປກຊ-ປກສ ສືບຕໍ່ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ