ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງ​ເຕັກນິກ​ມອບ​ລົດ​ຮັບ​ໃຊ້​ໃຫ້​ໂຮງໝໍ​ທະຫານ​ແຂວງ​ບໍ່​ແກ້ວ
ເວລາອອກຂ່າວ: 2022-10-04 09:07:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:



ວັນ​ທີ 27 ກັນຍາ 2022, ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ມອບ​ລົດ​ຮັບ​ໃຊ້​ໃຫ້​ໂຮງໝໍ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ໂດຍ​ການເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ທອງ​ໄຂ ສີ​ຍາ​ລາດ ຫົວໜ້າ​ການ​ທະຫານ ​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ສະຫາຍ ​ພັນ​ເອກ ​ຈຸ​ລາຍ ຈຸ​ລະ ​ຈິດ ຫົວໜ້າ​ຫ້ອງ​ເຕັກນິກ, ມີຄະ ນະ​ພັກ-ຄະນະ​ບັນຊາ ​ກອງ​ບັນຊາ​ການ, ຄະນະ​ພັກ-ຄະນະ​ອຳນວຍການໂຮງໝໍ, ພະແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ​ພະນັກ ງານວິຊາ​ການ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສຸກ​ສະຫວັນ ແສງ​ພະຈັນ ຫົວໜ້າ​ພະ​ແນກ​ຄຸ້ມ​ຄອງ​ລົດຫ້ອງ​ເຕັກນິກ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ວ່າ​ດ້ວຍ​ການ​ມອບ​ຍານພາຫະນະ​ໃຫ້​ໂຮງໝໍ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ຄຸ້ມ​ຄອງ ແລະ ນຳ ​ໃຊ້ ຄື: ມອບ​ລົດ​ຕູ້​ແພດ 1 ຄັນ ຍີ່​ຫຍໍ້ IVECO ລຸ້ນ NJ2045XJ ສີຂາວ ​ໃຫ້​ໂຮງໝໍ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ. ຕາງໜ້າ​ກ່າວ​ມອບ​ໂດຍ ສະຫາຍ ພັນ​ເອກ ທອງ​ໄຂ ສີ​ຍາ​ລາດ ແລະ ກ່າວຮັບ​ໂດຍ ສະຫາຍ ພັນ​ຕີ ກິ​ແກ້ວ ຈຸນ​ລະ​ມະນີ ຫົວໜ້າ​ການ​ທະຫານ​ໂຮງໝໍ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ທອງ​ໄຂ ສີ​ຍາ​ລາດ ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານໃນ​ສະ ເພາະ​ໜ້າ ແລະ ຍາວ​ນານ ໃນ​ການ​ປະຕິບັດ​ວຽກ​ງານ​ຂອງກົມ​ກອງ ແລະ ໄດ້​ເນັ້ນ​ໜັກ​ຕໍ່​ພະນັກງານ​ວິຊາ​ສະເພາະ​ດັ່ງກ່າວ​ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ບົວລະບັດ, ປົກ​ປັກ​ຮັກສາ​ພາຫະນະ​ເຕັກນິກລົດໃຫ້ມີ​ຄວາມ​ຮັບປະກັນ​ນຳ​ໃຊ້​ໄດ້​ຍາວນານ. ພ້ອມ​ກັນ​ນັ້ນ, ກໍ​ຕ້ອງ​ຕິດຕາມ​ກວດກາ​ພາຫະນະ​ວັດຖຸ​ອຸປະກອນ​ທີ່​ຂັ້ນ​ເທິງ​ປະກອບ​ບໍ່​ໃຫ້​ຕົກເຮ່ຍເສຍຫາຍ. ທັງ​ນີ້, ກໍ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ໃຫ້​ມີ​ຄວາມ​ຮັບປະກັນ​ໃນ​ເວລາ​ຂັ້ນ​ເທິງ​ຮຽກຮ້ອງ​ຕ້ອງການ​ສາມາດ​ນຳ​ໃຊ້ໄດ້​ທຸກ​ກໍລະນີ. ໂດຍ: ສົມ​ໄຊ ສີ​ລາ​ຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ