ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ​ສປ​ປ ລາວ ຕ້ອນຮັບ ນາຍົກລັດຖະມົນຕີ ແຫ່ງ ສ ກູ​ບາ
ເວລາອອກຂ່າວ: 2022-10-04 08:38:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 317 | ຄວາມນິຍົມ:



(​ສພຊ) ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 3 ຕຸລາ 2022, ທີ່​ສະພາ​ແຫ່ງ​ຊາດ ແຫ່ງ ​ສປ​ປ ລາວ, ສະຫາຍ ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ​ສປ​ປລາວ ໄດ້​ຕ້ອນຮັບ ແລະ ພົບ​ປະ​ກັບ​ສະຫາຍ ມາ​ນູ​ເອັນ ມາ​ເຣ​ໂຣ ກຣູຊ໌ (Manuel Marrero Cruz) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ກູ​ບາ ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ ​ສປ​ປລາວ ຢ່າງ​ເປັນ​ທາງ​ການ ໃນ​ລະຫວ່າງ​ວັນ​ທີ 2-4 ຕຸລາ 2022. ໃນ​ໂອກາດ​ນີ້, ສະຫາຍປະທານ ​ສະພາ​ແຫ່ງ​ຊາດ​ລາວ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນອົບອຸ່ນ ແລະ ຕີ​ລາຄາ​ສູງຕໍ່​ການ​ຢ້ຽມ ຢາມ ​ສປ​ປ ລາວ ຢ່າງ​ເປັນ​ທາງ​ການຂອງ ​ສະຫາຍ ມາ​ນູ​ເອັນ ມາ​ເຣ​ໂຣ ກຣູຊ໌ ແລະ ຄະນະ ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະກອບ ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້ ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ມີ​ມູນເຊື້ອ​ອັນ​ດີງາມ ແລະ ການ​ຮ່ວມ​ມື​ຖານ​ອ້າຍ​ນ້ອງ​ຮ່ວມ​ອຸດົມ​ການ​ດຽວ​ກັນ ຂອງ​ສອງ​ຊາດ ລາວ-ກູ​ບາ ໃຫ້​ແໜ້ນ​ແຟ້ນ ແລະ ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ. ໃນ​ໂອກາດ​ດຽວ​ກັນ​ນີ້, ສະ ຫາຍ ມາ​ນູ​ເອັນ ມາ​ເຣ​ໂຣ ກຣູຊ໌ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ຢ່າງ​ຈິງ​ໃຈ ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້​ສະ ຫາຍ ໄຊ​ສົມ​ພອນ ພົມວິຫານ ຊາບ ກ່ຽວ​ກັບ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ລວມ​ເຖິງ​ຜົນສຳເລັດ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ສະຫາຍນາຍົກລັດຖະ ມົນຕີ ພັນ​ຄຳ ວິພາ​ວັນ ໃນ​ມື້​ຜ່ານ​ມາ, ໄດ້​ແຈ້ງ​ໃຫ້​ຊາບ​ສະພາບ​ພົ້ນ​ເດັ່ນຂອງ​ກູ​ບາ ແລະ ທິດ​ທາງ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ ສອງ​ປະເທດ ລາວ-ກູ​ບາ ໃນຕໍ່ໜ້າ. ສະຫາຍ ໄຊ​ສົມ​ພອນ ພົມວິ ຫານ ໄດ້​ຕີ​ລາຄາ​ສູງຕໍ່​ສາຍ​ພົວ ພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ​ແຫ່ງ​ການ​ຮ່ວມ​ມື​ອັນ​ດີງາມ ແລະ ຄວາມ​ສາມັກຄີ​ຖານ​ອ້າຍ​ນ້ອງ ລະຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ກູ​ບາ ໃນ​ໄລຍະ​ສະໄໝ​ຕໍ່ສູ້​ກູ້​ຊາດ ກໍ​ຄື​ໄລຍະ​ສ້າງສາ​ປະເທດ​ຊາດ​ໃນ​ປັດຈຸບັນ. ສະຫາຍ ປະທານ​ສະພາ​ແຫ່ງ​ຊາດ​ລາວ ໄດ້​ຕີ​ລາ ຄາສູງ​ຕໍ່​ການ​ພົວພັນ​ຮ່ວມ​ມືລະຫວ່າງສະພາ​ແຫ່ງ​ຊາດ​ລາວ ແລະ ສະພາ​ແຫ່ງ​ຊາດ​ອຳນາດ​ປະຊາຊົນ​ກູ​ບາ ເຊິ່ງ​ໃນ​ເດືອນ​ເມສາ 2022 ຜ່ານ​ມາ, ສອງ​ປະທານ​ສະພາ ກໍ​ໄດ້​ມີ​ກອງ​ປະຊຸມ​ພົບ​ປະ​ທາງໄກ​ຮ່ວມ​ກັນ ເຊິ່ງ​ໄດ້​ທົບ​ທວນຄືນ​ການ​ພົວພັນ​ຮ່ວມ​ມື, ການ​ແລກປ່ຽນ​ບົດຮຽນ ແລະ ຂໍ້​ມູນ​ຂ່າວສານ​ຕ່າງໆ ແລະ ອື່ນໆ ບົນ​ພື້ນຖານ​ການຈັດຕັ້ງ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ ວ່າ​ດ້ວຍ ​ການ​ຮ່ວມ​ມື ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ ທີ່​ລົງ​ນາມ​ຮ່ວມ​ກັນ ໃນ​ປີ 2019 ທັງ​ໝົດ​ນີ້ ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ມູນເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ ລະຫວ່າງ ສອງ​ຊາດ ລາວ-ກູ​ບາ ບົນ​ພື້ນຖານ​ຮ່ວມ​ອຸ ດົມ​ການ​ສັງຄົມ​ນິຍົມ. ພ້ອມ​ນີ້, ສະຫາຍ ໄຊ​ສົມ​ພອນ ພົມວິຫານ ກໍ​ໄດ້​ຢືນຢັນ​ຄືນ​ວ່າພັກ, ລັດຖະ ບານ ແລະ ປະຊາຊົນ​ລາວ​ບັນດາ ເຜົ່າ ຈະ​ສືບຕໍ່​ເຮັດ​ສຸດ​ຄວາມ​ສາ ມາດຮ່ວມ​ກັບພັກ, ລັດຖະບານ ແລະ ປະ​ຊົນ​ກູ​ບາ​ອ້າຍ​ນ້ອງ ໃນ​ການ​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ ທີ່​ເປັນ​ມູນເຊື້ອ​ມາ​ແຕ່ດົນ​ນານ ລະຫວ່າງ ສອງ​ຊາດ ລາວ-ກູ​ບາ ໃຫ້​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ ຕອບ​ສະໜອງ​ຜົນ​ປະ ໂຫຍດ​ຂອງ​ປະຊາຊົນ​ສອງ​ຊາດ ກໍ​ຄື​ເພື່ອ​ພາລະກິດ​ສັນຕິພາບ, ມິດ ຕະພາບ ແລະ ການ​ຮ່ວມ​ມືໃນ​ພາກ​ພື້ນ ແລະ ໃນ​ໂລກ. ໃນ​ຕອນ​ທ້າຍ, ສະຫາຍ ໄຊ ສົມ​ພອນ ພົມວິຫານ ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວຂອງ​ການ​ນຳ​ພັກ ແລະ ລັດຖະບານ​ລາວ ກໍ​ຄື​ໃນ​ນາມ​ສ່ວນ​ຕົວ ສົ່ງ​ຜ່ານ ສະຫາຍ ມາ​ນູ​ເອັນ ມາ​ເຣ​ໂຣ ກຣູຊ໌ ໄປ​ຍັງ​ການ​ນຳພັກ ແລະ ລັດ​ຖະ ບານ​ກູ​ບາ ໂດຍ​ສະເພາະ ສະຫາຍ ເອ​​ັສ​ເຕ​ບານ ລາ​ໂຊ ເຮີ​ນານ​ເດ​​ສ ປະທານ​ສະພາ​ແຫ່ງ​ຊາດ​ອຳນາດ​ ປະຊາຊົນ ແຫ່ງ ສ ກູ​ບາ. ພ້ອມ​ທັງ​ໄດ້​ຢ້ຳ​ຄືນ​ການ​ເຊື້ອ ​ເຊີນ ສະຫາຍ ປະທານ​ສະພາ​ແຫ່ງ​ຊາດ​ອຳນາດ​ປະຊາຊົນ​ກູ​ບາ ເດີນທາງ​ຢ້ຽມຢາມ ​ສປ​ປລາວ ໃນ​ເວລາ​ທີ່​ມີ​ຄວາມ​ສະດວກ ແລະ ຂໍ​ອວຍພອນ​ໃຫ້ ຄະນະ ເດີນທາງ​ກັບ​ປະເທດ ດ້ວຍ​ຄວາມ​ສະຫວັດ ດີ​ພາບ. ກ່ອນໜ້ານີ້ ໂດຍຕອບສະ ໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ, ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູ ເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ຄະນະ ໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ, ໃນວັນທີ 02-04 ຕຸລາ 2022, ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແຕ່ດົນ ນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຖານອ້າຍນ້ອງຮ່ວມອຸດົມ ການອັນດຽວກັນ ໃຫ້ນັບມື້ເຂັ້ມ ແຂງ ແລະ ແຕກດອກອອກຜົນ ຍິ່ງໆ ຂຶ້ນໃນຊຸມປີຕໍ່ໜ້າ. ພິທີຕ້ອນຮັບຢ່າງເປັນທາງ ການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນຕອນບ່າຍຂອງວັນທີ 02 ຕຸ ລາ 2022, ຈາກນັ້ນ ກໍໄດ້ມີການ ພົບປະສອງຝ່າຍຢ່າງເປັນທາງ ການ, ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ສະ ຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງສາທາ ລະນະລັດກູບາ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາ ວັນ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງມາຍັງ ສະ ຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງ ສ.ກູບາ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ແລະ ເປັນ ຄັ້ງປະຫວັດສາດ, ເຊິ່ງເປັນ​ນິ​ມິດ​ໝາຍອັນດີໃນການສືບຕໍ່ຮັດແໜ້ນ ແລະ ​ເສີມຂະຫຍາຍສາຍພົວພັນ​ມິດ​ຕະ​ພາບ ແລະ ການຮ່ວມມື ຖານອ້າຍນ້ອງ ທີ່ເປັນມູນເຊື້ອ ອັນດີມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ. ການພົບປະໃນຄັ້ງນີ້, ສອງ ຝ່າຍໄດ້ປຶກສາຫາລືແລກປ່ຽນ ຄຳຄິດເຫັນຢ່າງກົງໄປກົງມາ, ຕີລາຄາຄືນສະພາບການພົວພັນ ຮ່ວມມືສອງຝ່າຍ ໃນໄລຍະຜ່ານ ມາ ແລະ ກຳນົດທິດທາງແຜນ ການຮ່ວມມືໃນຕໍ່ໜ້າ, ເຊິ່ງສອງ ຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນຮ່ວມມືສອງຝ່າຍທີ່ເປັນມູນ ເຊື້ອມາແຕ່ຍາວນານ, ບົນພື້ນ ຖານແຫ່ງການເຂົ້າໃຈ ແລະ ຊ່ວຍ ເຫຼືອເຊິ່ງກັນ ແລະກັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ກູບາ, ພາຍ ຫຼັງທີ່ສອງປະເທດໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນໃນ ວັນທີ 04 ພະຈິກ 1974 ເປັນຕົ້ນ ມາ, ເຊິ່ງການພົວພັນຮ່ວມມືດ້ານ ການ ເມືອງແມ່ນສືບ ຕໍ່ຢູ່ໃນລະດັບ ດີເລີດ ແລະ ນັບມື້ນັບໜັກແໜ້ນ ຍິ່ງໆຂຶ້ນ, ສະແດງອອກໃນການ ພົບປະແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳ ຂັ້ນສູງຂອງສອງປະເທດ ລາວ- ກູບາ ເປັນແຕ່ລະໄລຍະ, ໄດ້ມີການ ປຶກສາຫາລື ແລະ ແລກປ່ຽນ ຄຳຄິດເຫັນກັນໃນບັນຫາຕ່າງໆ ຢ່າງເປັນປະຈຳ ລວມທັງໃນ ຮູບແບບກອງປະຊຸມທາງໄກ ໃນໄລຍະການແຜ່ລະບາດຂອງ ພະຍາດໂຄວິດ-19. ພ້ອມດຽວ ກັນນີ້, ສອງຝ່າຍກໍໄດ້ຕີລາຄາ ສູງຕໍ່ການຮ່ວມມືດ້ານສາທາ ລະນະສຸກ, ດ້ານການສຶກສາ-ກິ ລາ, ເຊິ່ງເປັນຂະແໜງການຮ່ວມ ມືທີ່ມີມູນເຊື້ອມາແຕ່ດົນນານ ແລະ ພົ້ນເດັ່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃນໄລຍະ ຜ່ານມາ. ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນ ທີ່ພົ້ນເດັ່ນ, ແລກປ່ຽນຄຳຄິດຄຳ ເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ຮ່ວມກັນ. ໃນໂອກາດນີ້, ສະຫາຍ ນາຍົກ ລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນຊ່ວຍເຫຼືອ ອັນລໍ້າຄ່າໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາເປັນຕົ້ນ ແມ່ນການສະໜອງທຶນການສຶກ ສາ ເພື່ອການພັດທະນາຊັບ ພະຍາ ກອນມະນຸດ, ການສົ່ງຊ່ຽວຊານ ແພດໝໍ ກູບາ ມາຊ່ວຍເຫຼືອໃຫ້ ຄວາມຮູ້ແກ່ຝ່າຍລາວ, ການ ສົ່ງທີມຄູເຝິກມວຍສາກົນ ເພື່ອ ມາເຝິກ ແອບໃຫ້ແກ່ນັກກິລ າລາວ ໃນການເຂົ້າຮ່ວມງານກິລາສຳ ຄັນຕ່າງໆ ແລະ ການຊ່ວຍເຫຼືອ ອື່ນໆ. ສອງຝ່າຍ ຢືນຢັນເຖິງ ຄວາມມຸ້ງໝັ້ນຈະສືບຕໍ່ຊອກຫາ ທຸກວິທີທາງທີ່ເປັນໄປໄດ້ ເພື່ອ ເສີມຂະຫຍາຍການຮ່ວມມືໃນ ດ້ານຕ່າງໆ ໂດຍສະເພາະດ້ານ ເສດຖະກິດ-ການຄ້າ ໄປສຄວາມ ສໍາເລັດອັນໃໝ່ຮ່ວມກັນ. ໃນຕອນ ທ້າຍ, ສະຫາຍນາຍົກ ລັດຖະມົນ ຕີ ພັນຄຳ ວິພາວັນ ໄດ້ອວຍພອນ ໃຫ້ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງຂອງ ກູບາ ຈົ່ງປະສົບຜົນສຳເລັດໃນ ໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນ ດີງາມທີ່ມີມາແຕ່ດົນນານ ລະ ຫວ່າງ ສອງປະເທດ ລາວ-ກູບາ ຈົ່ງໝັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະ ຫຍາຍຕົວ ແລະ ມີປະສິດທິຜົນ ຍິ່ງຂຶ້ນ. ພາຍຫຼັງສຳເລັດການພົບປະ ສອງຝ່າຍ, ສະຫາຍ ນາຍົກ ລັດ ຖະມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດຖະມົນຕີ ມາ ນູເອັນ ມາເຣໂຣ ກຣູຊ໌ ກໍໄດ້ເຂົ້າ ຮ່ວມເປັນສັກຂີພະຍານໃນພິທີລົງ ນາມເອກະສານບົດບັນທຶກຄວາມ ເຂົ້າໃຈ ຈຳນວນ 4 ສະບັບ ຄື: 1.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາຊັ້ນສູງ ແຫ່ງ ສ ກູບາ ວ່າດ້ວຍ ການຮ່ວມມື ດ້ານການສຶກສາຊັ້ນສູງ ແລະ ຄົ້ນ ຄວ້າວິທະຍາສາດໃນໄລຍະປີ 2022-2027; 2.) ບົດບັນທຶກ ຄວາມເຂົ້າໃຈລະຫວ່າງ ກະຊວງ ກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສ ກູບາ ກ່ຽວກັບການຮ່ວມ ມືໃນຂົງເຂດກະສິກໍາ; 3.) ແຜນ ການຮ່ວມມືດ້ານການແພດລະ ຫວ່າງກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງ ສາທາລະນະສຸກ ແຫ່ງ ສ ກູບາ; 4.) ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືລະຫວ່າງ ມະຫາວິ ທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ລາຮາວານ ໃນຂົງເຂດການສຶກສາ. ການພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ, ສ້າງສັນ, ກົງໄປກົງມາແລະ ມີຄວາມເຂົ້າໃຈກັນຖານສະຫາຍອ້າຍນ້ອງທີ່ແທ້ຈິງ ຮ່ວມອຸດົມການສັງຄົມນິຍົມອັນດຽວ ກັນ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ