ເຈົ້າແຂວງ ແຂວງຜົ້ງສາລີ ຕ້ອນຮັບ ຄະນະກອງບັນຊາການ ທະຫານ ແຂວງດຽນບຽນ ມາພົບປະຢ້ຽມຢາມແຮກສ່ຽວ
ເວລາອອກຂ່າວ: 2022-10-04 08:35:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ:
ວັນທີ 26 ກັນຍາ 2022 ນີ້, ທີ່ ແຂວງຜົ້ງສາລີ, ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງຜົ້ງສາລີ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນ ກອງບັນຊາການທະຫານເຂດ 2 ແລະ ກອງບັນຊາການ ທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ນຳໂດຍ ສະ ຫາຍ ພົນຈັດຕະວາ ວຸກິມຮ່າ ຮອງຫົວໜ້າກອງບັນຊາການທະຫານ ເຂດ 2 ແລະ ສະຫາຍ ພັນເອກ ພິເສດ ໂງກວາງຕ໊ວນ ກຳມະການປະຈຳພັກແຂວງ ຫົວໜ້າການທະ ຫານ ກອງບັນຊາການທະຫານແຂວງດຽນບຽນ ພ້ອມດ້ວຍຄະນະ ເພື່ອເຂົ້າຮ່ວມພິທີແຮກສ່ຽວ ທີ່ກອງບັນຊາການທະຫານແຂວງຜົ້ງສາລີ ເປັນເຈົ້າພາບ.
ໃນໂອກາດທີ່, ຄະນະຜູ້ແທນ 2 ກອງບັນຊາການທະຫານແຂວງດຽນບຽນ ໄດ້ມາຢ້ຽມຢາມໃນຄັ້ງນີ້, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບຈຸດພິເສດຂອງແຕ່ລະແຂວງໃຫ້ກັນໄດ້ຮັບຊາບ ເປັນຕົ້ນແມ່ນສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງ, ການພັດ ທະນາທາງດ້ານເສດຖະກິດ-ສັງ ຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງແຂວງ, ເຊິ່ງແຂວງຜົ້ງສາລີ ແລະ ແຂວງດຽນບຽນ ແມ່ນມີຊາຍແດນຕິດຈອດກັນ, ສຳລັບກອງບັນຊາການທະຫານເຂດ 2 ກັບແຂວງຜົ້ງສາລີກໍໄດ້ມີການພົວພັນຮ່ວມມືກັນຢ່າງໃກ້ຊິດໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆຕະ ຫຼອດມາ, ໂດຍສະເພາະແມ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລຽບຕາມຊາຍແດນ, ສ້າງພື້ນຖານໂຄງລ່າງ, ສະໜອງອຸປະກອນ, ຊ່ວຍສ້ອມແປງພາຫະນະຮັບໃຊ້ ແລະ ສ້າງບຸກຄະລາກອນທາງດ້ານວິຊາການທະຫານເປັນຈຳນວນຫຼາຍສົມຄວນ.
ໃນໂອກາດດັ່ງກ່າວ, ທ່ານເຈົ້າແຂວງ ແຂວງຜົ້ງສາລີ ໄດ້ຕີລາຄາສູງການມາພົບປະເຮັດວຽກທີ່ມີຄວາມໝາຍສຳຄັນຍິ່ງ, ເພາະເປັນການແຮກສ່ຽວຂອງສອງກອງບັນຊາການທະຫານແຂວງຜົ້ງສາລີ ກັບ ກອງບັນຊາການທະຫານແຂວງດຽນບຽນ ເຊິ່ງຕໍ່ໄປແມ່ນຈະໄດ້ພົວພັນກັນໃນນາມສ່ຽວທີ່ເລິກເຊິ່ງກວ່າເກົ່າ ແລະ ທັງເປັນການຜັນຂະຫຍາຍ ເນື້ອໃນບົດບັນທຶກຂອງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ແລະ ເນື້ອໃນບົດ ບັນທຶກຂອງຄະນະຜູ້ແທນຂັ້ນສູງແຂວງຜົ້ງສາລີ ກັບ ແຂວງ ດຽນບຽນ ແຫ່ງ ສສ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດ ຕະພາບຄື: ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມຄົບຮອບ 45 ປີ. ທັງນີ້, ເປັນການເສີມຂະຫຍາຍມູນເຊື້ອ ແລະ ເພີ່ມ ພູນຄູນສ້າງສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ເວົ້າສະເພາະແມ່ນແຂວງຜົ້ງສາລີ ກັບ ກອງບັນຊາການທະຫານເຂດ 2 ແລະ ກອງບັນຊາການທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ