ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງ​ ແຂວງຜົ້ງ​ສາລີ ຕ້ອນຮັບ ຄະນະ​​ກອງ​ບັນຊາ​ການ​ ທະຫານ ແຂວງ​ດຽນ​ບຽນ ມາ​ພົບ​ປະ​ຢ້ຽມຢາມ​ແຮກສ່ຽວ
ເວລາອອກຂ່າວ: 2022-10-04 08:35:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 254 | ຄວາມນິຍົມ:



ວັນ​ທີ 26 ກັນຍາ 2022 ນີ້, ທີ່ ແຂວງ​ຜົ້ງ​ສາລີ, ສະຫາຍ ຄຳ​ຜອຍ ວັນນະ​ສານ ກຳມະການ​ສູນກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງ ແຂວງ​ຜົ້ງ​ສາລີ ປະທານ​ຄະນະ​ກຳມະການປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ພ້ອມ​ດ້ວຍ​ຄະນະ​ ໄດ້​ຕ້ອນຮັບຄະນະຜູ້ແທນ ກອງ​ບັນຊາການ​ທະຫານ​ເຂດ 2 ແລະ ກອງ​ບັນຊາ​ການ​ ທະຫານແຂວງ​ດຽນ​ບຽນ ແຫ່ງ ​ສສ ຫວຽດນາມ, ນຳ​ໂດຍ ສະ ຫາຍ ພົນ​ຈັດຕະວາ ວຸ​ກິມ​ຮ່າ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ ​ເຂດ 2 ແລະ ສະຫາຍ ພັນ​ເອກ ພິເສດ ໂງ​ກວາງ​ຕ໊ວນ ກຳມະການ​ປະຈຳ​ພັກ​ແຂວງ ຫົວໜ້າ​ການ​ທະ ​ຫານ​ ກອງ​ບັນຊາການ​ທະຫານ​ແຂວງ​ດຽນ​ບຽນ ພ້ອມ​ດ້ວຍ​ຄະນະ ເພື່ອ​ເຂົ້າ​ຮ່ວມ​ພິທີ​ແຮກສ່ຽວ ທີ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ເປັນ​ເຈົ້າພາບ. ໃນ​ໂອກາດ​ທີ່, ຄະນະ​ຜູ້​ແທນ 2 ກອງ​ບັນຊາ​ການ​ທະຫານ​ແຂວງ​ດຽນ​ບຽນ ໄດ້​ມາ​ຢ້ຽມຢາມ​ໃນ​ຄັ້ງ​ນີ້, ທັງ​ສອງ​ຝ່າຍ​ໄດ້​ຜັດ​ປ່ຽນ​ກັນ​ລາຍ​ງານ​ສະພາບ​ຈຸດ​ພິເສດ​ຂອງ​ແຕ່​ລະແຂວງ​ໃຫ້​ກັນ​ໄດ້​ຮັບ​ຊາບ ​ເປັນຕົ້ນ​ແມ່ນສະພາບ​ທີ່ຕັ້ງ, ຈຸດ​ພິເສດ​ຂອງ​ແຂວງ, ການ​ພັດ ທະນາ​ທາງ​ດ້ານ​ເສດຖະກິດ-ສັງ ຄົມ ແລະ ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ແຂວງ, ເຊິ່ງ​ແຂວງ​ຜົ້ງ​ສາລີ ແລະ ແຂວງ​ດຽນ​ບຽນ ແມ່ນ​ມີ​ຊາຍ​ແດນຕິດ​ຈອດ​ກັນ, ສຳລັບ​ກອງ​ບັນຊາ​ການ​ທະຫານ​ເຂດ 2 ກັບ​ແຂວງ​ຜົ້ງ​ສາລີ​ກໍ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດໃນ​ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ດ້ານ​ຕ່າງໆ​ຕະ ຫຼອດ​ມາ, ໂດຍ​ສະເພາະ​ແມ່ນ ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ລຽບ​ຕາມ​ຊາຍ​ແດນ, ສ້າງ​ພື້ນຖານ​ໂຄງ​ລ່າງ, ສະໜອງ​ອຸປະກອນ, ຊ່ວຍ​ສ້ອມແປງ​ພາຫະນະ​ຮັບ​ໃຊ້ ແລະ ສ້າງ​ບຸກ​ຄະລາ​ກອນ​ທາງ​ດ້ານ​ວິຊາ​ການ​ທະຫານ​ເປັນ​ຈຳນວນ​ຫຼາຍ​ສົມຄວນ. ໃນ​ໂອກາດ​ດັ່ງກ່າວ, ທ່ານ​ເຈົ້າແຂວງ ແຂວງ​ຜົ້ງ​ສາລີ ໄດ້​ຕີ​ລາຄາ​ສູງ​ການ​ມາ​ພົບ​ປະ​ເຮັດ​ວຽກ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ເພາະ​ເປັນ​ການ​ແຮກສ່ຽວ​ຂອງ​ສອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ກັບ ກອງ​ບັນຊາ​ການ​ທະຫານ​ແຂວງ​ດຽນ​ບຽນ ເຊິ່ງ​ຕໍ່​ໄປ​ແມ່ນ​ຈະ​ໄດ້​ພົວພັນ​ກັນ​ໃນ​ນາມ​ສ່ຽວ​ທີ່​ເລິກເຊິ່ງ​ກວ່າ​ເກົ່າ ແລະ ທັງ​ເປັນ​ການຜັນຂະຫຍາຍ ​ເນື້ອ​ໃນ​ບົດ​ບັນທຶກ​ຂອງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ ​ລາວ-ຫວຽດນາມ ແລະ ເນື້ອໃນ​ບົດ​ ບັນທຶກ​ຂອງ​ຄະນະ​ຜູ້​ແທນຂັ້ນ​ສູງແຂວງ​ຜົ້ງ​ສາລີ ກັບ ແຂວງ ​ດຽນ​ບຽນ ແຫ່ງ ​ສສ ຫວຽດນາມ ເພື່ອ​ປະກອບສ່ວນ​ເຂົ້າ​ໃນການ​ສະເຫຼີມສະຫຼອງປີສາມັກຄີ​ມິດ ຕະພາບ​ຄື: ວັນ​ສ້າງຕັ້ງ​ສາຍ​ພົວ ພັນ​ການ​ທູດ ​ລາວ-ຫວຽດນາມ​ຄົບຮອບ 60 ປີ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ​ຄົບຮອບ 45 ປີ. ທັງ​ນີ້, ເປັນການ​ເສີມ​ຂະຫຍາຍ​ມູນເຊື້ອ ແລະ ເພີ່ມ ​ພູນ​ຄູນ​ສ້າງ​ສາຍ​ພົວພັນມິດຕະ ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດ​ລາວ-ຫວຽດນາມ, ເວົ້າ​ສະເພາະ​ແມ່ນແຂວງ​ຜົ້ງ​ສາລີ ກັບ ກອງ​ບັນຊາ​ການ​ທະຫານ​ເຂດ 2 ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ດຽນ​ບຽນ ແຫ່ງ ​ສສ ຫວຽດນາມ ໃຫ້​ນັບ​ມື້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ