ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ເຜີຍແຜ່-ເຊື່ອມ​ຊຶມ​​ ບົດບາດ​ການເຄື່ອນໄຫວ​ຂອງ​ສະພາ​ແຫ່ງ​ຊາດ​
ເວລາອອກຂ່າວ: 2022-10-04 08:33:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ:



ວັນ​ທີ 29 ກັນຍາ 2022 ນີ້, ກົມ​ໃຫຍ່​ເສນາ​ທິ​ການກອງທັບ ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່-ເຊື່ອມ ຊຶມ​ຍົກ​ສູງ​ບົດບາດ​ການເຄື່ອນ ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ໃຫ້​ ແກ່​ກຳລັງ​ປ້ອງ​ກັນ​ຊາດ, ໂດຍ ການ​ເປັນ​ປະທານ​ ຂອງສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ກຳມະ ການຄະນະ​ພັກ ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ບັນດາ​ກົມ, ຫ້ອງການ, ຄະນະ​ພັກ-ຄະນະ​ບັນຊາ ກົມ​ກອງ​ຮາກ​ຖານ, ພະນັກງານ​ຫຼັກ​ແຫຼ່ງທົ່ວ ກົມ​ໃຫຍ່​ເສນາ​ທິ​ການ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ໄດ້​ມີ​ຄຳ​ເຫັນ​ກ່າວ​ຈຸດປະສົງໃນ​ການຈັດຕັ້ງ​ເຜີຍແຜ່-ເຊື່ອມ​ຊຶມ ຍົກ​ສູງ​ບົດບາດ​ການເຄື່ອນໄຫວ​ຂອງ​ສະພາ​ແຫ່ງ​ຊາດ ໃຫ້​ແກ່​ກຳລັງ​ປ້ອງ​ກັນ​ຊາດ ແມ່ນ​ມີ​ຄວາມ​ສຳຄັນ ເພື່ອ​ແນໃສ່​ຮັບ ປະກັນ​ທາງ​ດ້ານ​ຄວາມ​ຮູ້, ເອກະ​ພາບ ແລະ ຄວາມ​ເຂົ້າໃຈ​ຖືກຕ້ອງ​ກ່ຽວ​ກັບ​ແນວທາງ​ນະໂຍບາຍ​ຂອງ ພັກ-ລັດ, ເຊິ່ງ​ປະກອບ​ມີ​ ບັນດາ​ເນື້ອ​ໃນ​ເອກະສານ​ທີ່​ສຳ ຄັນ​ຄື: ຂໍ້​ຕົກລົງ​ຮ່ວມ​ວ່າ​ດ້ວຍ​ການ​ປະສານ​ງານ ລະຫວ່າງ​ກຳມາ​ທິ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ແລະ ຄະນະ​ປະ ສານ​ງານ​ຂອງ​ກະຊວງ​ປ້ອງ​ກັນ ປະເທດ, ມະຕິ​ຂອງ​ຄະນະ​ປະ ຈຳ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການເຄື່ອນໄຫວ​ຂອງ​ກຳມາ​ທິ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ແລະ ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ປະຕິບັດ​ນະໂຍບາຍ​ຕໍ່​ພະນັກງານ-ນັກຮົບ ຂອງ​ກຳລັງ​ປ້ອງ​ກັນ​ຊາດ ແລະ ສະພາ​ປະ ຊາຊົນ​ຂັ້ນ​ແຂວງ. ສະຫາຍ ພົນ​ຈັດຕະວາ ກອງ​ແກ້ວ ວໍລະ​ຈິດ ຄະນະ​ພັກ​ອົງການ​ກົມ​ໃຫຍ່ ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ເສນາ​ທິ​ການ ກໍ​ໄດ້​ຂຶ້ນ​ເຜີຍແຜ່​ເອກະສານ​ກ່ຽວ​ກັບ​ທີ່​ຕັ້ງ, ພາລະ​ບົດບາດ, ສິດ, ໜ້າທີ່ ແລະ ການເຄື່ອນໄຫວ​ຂອງ​ສະພາ​ແຫ່ງ​ຊາດ ແລະ ຜົນສຳເລັດ​ຂອງ​ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ສຳລັບ​ນາຍ ແລະ ພົນ ທະຫານ ຢູ່​ກະຊວງ​ປ້ອງ​ກັນ​ປະ ເທດ ແລະ ບົດ​ສະຫຼຸບ​ຕີ​ລາຄາ​ຄືນ​ໂດຍ​ສັງເຂບ​ຜ່ານ​ການເຄື່ອນໄຫວ​ປະສານ​ງານ ປີ 2021-2025 ລະຫວ່າງ​ກຳ​ມະ​ທິ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX ກັບ ກະຊວງ​ປ້ອງ​ກັນ​ປະເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ. ໃນ​ຕອນ​ທ້າຍ​ກອງ​ປະຊຸມ, ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະ ນະ​ບັນຊາ ກົມ​ກອງກຳ​ແໜ້ນ ບັນດາ​ເນື້ອ​ໃນ, ຫຼັກການ, ເສີມ​ ຂະຫຍາຍ​ບົດບາດ​ການ​ນຳພາ​ຂອງ​ພັກ, ເປັນ​ຫຼັກ​ແຫຼ່ງ​ໃນ​ການ ຈັດຕັ້ງ​ຜັນ​ຂະຫຍາຍ​ແນວທາງ​ນະໂຍບາຍ​ຂອງ​ພັກ-ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ທັງ​ເປັນ​ແບບຢ່າງ​ທີ່​ດີ​ໃນ​ການ​ເຄົາລົບ ແລະ ປະ ຕິບັດ​ລັດ​ຖະ​ທຳ​ມະນູນ ກໍ​ຄື​ກົດ ໝາຍ​ຕໍ່​ປະຊາຊົນ ແລະ ພ້ອມ​ກັນ​ນຳ​ເອົາ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຈັດ​ຕັ້ງ​ເຊື່ອມ​ຊຶມ ໄປ​ຈັດ​ຕັ້ງ​ເຜີຍແຜ່​ໃຫ້​ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ຂອງ​ຕົນ ເພື່ອ​ເປັນ​ພື້ນຖານ​ໃນ​ການ​ນຳໄປຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ໜ້າທີ່​ວິຊາ​ສະເພາະ ໃຫ້​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ ແລະ ສອດຄ່ອງ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງໃນ​ສະ ເພາະ​ໜ້າ ແລະ ຍາວ​ນານ. ໂດຍ: ເກດ​ຕະ​ວັນ​



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ