ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມອບເຄື່ອງກິລາໃຫ້ພະແນກການເມືອງ ກອງພັນໃຫຍ່ 605
ເວລາອອກຂ່າວ: 2022-10-03 09:33:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:
ໃນວັນທີ 20 ກັນຍາ 2022 ນີ້, ທ່ານ ຜາຍ ໄຊຍະລາດ ຮອງ ຫົວໜ້າພະແນກຈັດຕັ້ງພະນັກ ງານ ທະນາຄານການຄ້າຕ່າງ ປະເທດລາວ ມະຫາຊົນ ພ້ອມດ້ວຍຄະນະ ໄດ້ນຳເຄື່ອງກິລາ ຈຳ ນວນ 50 ຊຸດ ລວມມູນຄ່າ 2 ລ້ານກວ່າກີບ ມາມອບໃຫ້ພະ ແນກການເມືອງ ກອງພັນໃຫຍ່ 605, ກ່າວຮັບໂດຍ ສະຫາຍ ພັນ ໂທ ໄມສີ ມາວັນດີ ຫົວໜ້າພະ ແນກການເມືອງ ກອງພັນໃຫຍ່ 605 ພ້ອມດ້ວຍຄະນະ.
ສະຫາຍ ຫົວໜ້າພະແນກ ການເມືອງ ໄດ້ຕາງໜ້າຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກ່າວສະແດງຄວາມຂອບ ໃຈຕໍ່ທ່ານຮອງຫົວໜ້າພະແນກ ຈັດຕັ້ງພະນັກງານ ທະນາຄານ ການຄ້າຕ່າງປະເທດລາວມະຫາ ຊົນພ້ອມຄະນະ ທີ່ໄດ້ນຳເອົາເຄື່ອງກິລາມາມອບໃນຄັ້ງນີ້ ເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມຂະບວນການກິລາພາຍໃນກົມ ກອງໃຫ້ມີບັນຍາກາດຟົດຟື້ນ. ພ້ອມທັງ, ອວຍພອນໃຫ້ຄະນະດັ່ງກ່າວມີສຸຂະ ພາບແຂງແຮງສືບຕໍ່ດຳເນີນທຸລະກິດໃຫ້ຈະ ເລີນງອກງາມມີຜົນສຳເລັດຂຶ້ນເລື້ອຍໆ.
ໂດຍ: ໜູແດງ ລາດສະແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ