ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະຊາຊົນ 264 ຄອບຄົວ​ ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ຈາກ​ອົງການ​ກາແດງ​ແຫ່ງ​ຊາດ
ເວລາອອກຂ່າວ: 2022-10-03 09:32:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ອົງການ​ກາແດງ​ແຫ່ງ​ຊາດ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ບັນເທົາທຸກ​ໃຫ້​ຄອບຄົວ​ທີ່​ໄດ້​ຮັບ​ຜົນກະທົບ​ຈາກ​ໄພພິບັດ​ນ້ຳ​ຖ້ວມ​ຢູ່ເມືອງ ​ຊຽງ​ຮ່ອນ ແຂວງ​ໄຊ​ຍະ​ບູ​ລີ ໃນ​ກາງ​ເດືອນ​ສິງຫາຜ່ານ​ມາ, ພິທີ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ກັນຍາ 2022 ນີ້, ຢູ່​ທີ່​ສະໂມສອນ​ຂອງ​ເມືອງ ໂດຍມີ ທ່ານ ຮ​ສ​ ສິງ ເມ​ໂນ​ລາດ ຮອງປະທານອົງການກາ ແດງແຫ່ງຊາດ, ມີ​ທ່ານ ບຸນ​ຈັນ ແກ້ວວິຊາຮອງເຈົ້າ ເມືອງ ເມືອງຊຽງ​ຮ່ອນ, ທ່ານ ວັນນະ​ສິງ ມຸງຄຸນ​ສະ​ຫວັດ ຫົວໜ້າ​ອົງ ການ​ກາແດງແຂວງໄຊ​ຍະ​ບູ​ລີ ພ້ອມ​ດ້ວຍຄະນະ​ຄຸ້ມ​ຄອງ​ໄພພິ ບັດ​ຂັ້ນ​ເມືອງ, ນາຍບ້ານ ແລະ ​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບ ຈາກໄພພິບັດ​ນໍ້າຖ້ວມ​ເຂົ້າ​ຮ່ວມ. ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​, ປະກອບ​ມີ​ນໍ້າດື່ມ, ເຂົ້າສານ, ອາ ຫານ​ແຫ້ງ, ເຄື່ອງ​ອຸປະໂພກ-​ບໍ ລິໂພກ ​ມອບ​ໃຫ້​ປະຊາຊົນ​ຈຳ ນວນ 264 ຄອບຄົວໃນ 11 ບ້ານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ນ້ຳ​ຖ້ວມ ລວມ​ມູນຄ່າ​ທັງ​ໝົດ 151. 000.000 ກີບ. ໂອກາດ​ນີ້, ທ່ານ ບຸນ​ຈັນ ແກ້ວ​ວິຊາ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ອົງການ​ກາແດງ​ແຫ່ງ​ຊາດ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ແລະ​ ມອບ​ເຄື່ອງ​ຊ່ອຍ​ເຫຼືອ​ບັນເທົາ​ທຸກ​ໃຫ້​ປະຊາຊົນ​ທີ່​ໄດ້​ ຮັບ​ຜົນ​ກະທົບ​ຈາກ​ອຸ​ທົກ​ກະ​ໄພ​ ໃນ​ຄັ້ງ​ນີ້ ແລະ ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ແຈກ​ຍ້າຍ​ໃຫ້​ທົ່ວ​ເຖິງ​ກັນ. ໂດຍ: ດອນ ຂຽວ​ພະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ