ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ຜູ້​ແທນ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ກອງ​ບັນຊາ​ການ ​ທະຫານ​ນະຄອນ​ອຽນ​ບາຍ ​ສສ ຫວຽດນາມ
ເວລາອອກຂ່າວ: 2022-10-03 09:28:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ໃນ​ວັນ​ທີ 27 ກັນຍາ 2022 ນີ້, ສະຫາຍ ພັນ​ເອກ ດາວ​ນ້ອຍ ບຸດ​ບົວທອງ ຫົວໜ້າ​ການເມືອງ ກອງ​ບັນຊາການ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​ຄະນະ​ໄດ້​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ກອງ ​ບັນຊາ​ການ ທະຫານ​ນະຄອນ ອຽນບາຍ ແລະ ກອງພັນ​ໃຫຍ່ 121 ທີ່​ຂຶ້ນ​ກັບ​ກອງ​ບັນຊາການ ​ທະຫານ​ແຂວງ​ອຽນ​ບາຍກອງ ທັບ​ປະຊາຊົນ​ຫວຽດນາມ, ໂດຍ​ການ​ໃຫ້​ກຽດ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ເລ​ຫງອກ​ເຊິມ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ ​ທະຫານ​ນະຄອນ​ອຽນ​ບາຍ ແລະ ສະຫາຍ ພັນ​ເອກ ຫງວ​​ຽນ​ກົງ​ເລ້ ຫົວໜ້າ​ກອງພັນ​ໃຫຍ່ 121 ກອງທັບ​ປະຊາຊົນ​ຫວຽດນາມ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ຄະນະ​ພັກ-ຄະນະ​ບັນຊາ​ທັງ​ສອງ​ກົມ​ກອງ​ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງຕໍ່​ການມາຢ້ຽມ ຢາມ ແລະ ເຮັດ​ວຽກຂອງ​ຄະ ນະ​ຜູ້​ແທນກອງບັນຊາການທະ ຫານ​ແຂວງ​ໄຊ​ຍະ​ບູ​ລີ. ໃນ​ຄັ້ງ​ນີ້, ພ້ອມ ​ທັງໄດ້​ລາຍ​ງານກ່ຽວກັບສະພາບ ​ທີ່​ຕັ້ງຈຸດ​ພິເສດ, ພາລະບົດ ບາດ ແລະ​ ການເຄື່ອນໄຫວປະຕິບັດ ໜ້າທີ່ວຽກ​ງານໃນໄລຍະ​ຜ່ານ ມາ, ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ ​ທະຫານເມືອງ ​ອຽນ​ບາຍ ແລະ ກອງພັນ​ໃຫຍ່ 121 ໄດ້​ເອົາໃຈໃສ່​ສຶກສາ​ອົບຮົມ​ການເມືອງ-ນໍາພາແນວຄິດເປັນ​ກົກເຮັດ​ໃຫ້​ພະນັກງານ-ນັກຮົບ​ມີ​ທາດ​ແທ້​ຄຸນສົມບັດ, ສິນ​ທຳ​ປະ ຕິວັດ ຮັກສາ​ໄດ້​ທາດ​ແທ້​ປະຕິວັດ ແລະ ມູນເຊື້ອ​ອັນ​ດີງາມ​ຂອງ​ຊາດ ຂອງ​ກອງທັບ, ມີ​ຄວາມເຊື່ອໝັ້ນ​ ຕໍ່​ການນຳພາ​ຂອງພັກ-ລັດ ແລະ ມີ​ສະຕິ​ລະວັງ​ຕົວ​ຕໍ່ກົນອຸບາຍຫັນ ປ່ຽນ​ໂດຍສັນຕິ​ຂອງ​ສັດຕູ ພ້ອມ​ກັນ​ປະຕິບັດ​ກົດ​ລະບຽບ​ຂອງ​ກອງທັບ​ກໍຄື​ຂອງ​ກົມ​ກອງ​ວາງ​ອອກ. ຈາກນັ້ນ, ທັງ​ສອງ​ຝ່າຍໄດ້​ແລກປ່ຽນທັດສະນະ, ບົດຮຽນ​ສະພາບ​ການ​ຕ່າງໆເຊິ່ງ​ກັນ ແລະ ກັນໃນ​ຂົງເຂດ​ການ​ພົວພັນ​ຮ່ວມ​ມື​ຂອງ​ທັງ​ສອງ​ຝ່າຍ. ສະຫາຍ ພັນ​ເອກ ດາວ​ນ້ອຍ ບຸດ​ບົວທອງ ໄດ້​ຕາງໜ້າໃຫ້ຄະນະ​ຜູ້​ແທນ​ກອງ​ບັນຊາການ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ຄະນະ​ພັກ-ຄະນະ​ ບັນຊາກອງ​ບັນຊາ​ການ ​ທະຫານ ​ນະຄອນ​ອຽນ​ບາຍ ແລະ ກອງພັນ ​ໃຫຍ່ 121 ກອງທັບປະຊາຊົນ​ ຫວຽດນາມ ຕະຫຼອດ​ຮອດ​ພະນັກ ງານ-ນັກຮົບ​ທີ່​ໄດ້​ປະກອບສ່ວນ​ໃຫ້ການ​ຮ່ວມ​ມື​ຊ່ວຍເຫຼືອ ແລະ ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ໄດ້​ພົວພັນກັນຢ່າງ​ສະໜິດ ແໜ້ນ, ນີ້​ເປັນການຢືນຢັນ​ວ່າ ພັກ-ລັດ ແລະ ປະຊາ ຊົນ​ທັງ​ສອງ​ຊາດ ເວົ້າ​ສະເພາະ​ສອງ​ກຳລັງ​ປະກອບ​ອາວຸດ ຍາມ​ໃດ​ກໍມີ​ການ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ ດ້ວຍຄວາມຈິງ​ໃຈ​ເປັນ ຢ່າງ​ດີ​ຕະຫຼອດ​ມາ. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ