ຄະນະຈັດສັນດັດສົມລົດລັດແຂວງອຸດົມໄຊ ມອບລົດ ໃຫ້ທະຫານແຂວງ
ເວລາອອກຂ່າວ: 2022-10-03 09:19:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:
ວັນທີ 22 ກັນຍາ 2022, ຄະນະດັດສົມລົດລັດ ແຂວງ ອຸດົມໄຊ, ນຳໂດຍ ສະຫາຍພອນສະຫວັນ ອຸ່ນແກ້ວ ຮອງຫົວໜ້າຂະແໜງຊັບສິນແຫ່ງລັດ ແຂວງອຸດົມໄຊ ຕາງໜ້າກອງເລຂາການຈັດສັນດັດສົມລົດລັດຂັ້ນແຂວງອຸດົມໄຊ ພ້ອມດ້ວຍ
ຄະນະ ໄດ້ນຳເອົາລົດ ຈຳນວນ 8 ຄັນ ມາມອບໃຫ້ກອງບັນຊາການທະຫານແຂວງອຸດົມໄຊ, ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ຫົວ ໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ແລະ
ຕາງໜ້າພະແນກການທີ່ກ່ຽວ ຂ້ອງ ເຂົ້າຮ່ວມ.
ລົດທີ່ນຳມາມອບໃນຄັ້ງນິ້, ມີ ລົດຈິບ ຍີ່ຫໍ້ ໂຕໂຢຕາ 1 ຄັນ, ລົດ
ກະບະ ຍີ່ຫໍ້ ໂຕໂຢຕາ 6 ຄັນ ແລະ ລົດກະບະ ໂຟຕັນ 1 ຄັນ. ທັງນີ້, ເພື່ອປະກອບໃຫ້ບັນດາກົມກອງນຳໃຊ້ເຂົ້າໃນວຽກງານບໍລິຫານ ແລະ ການເຄື່ອນໄຫວກຽມພ້ອມສູ້ຮົບ ປ້ອງກັນທ້ອງຖິ່ນແຂວງໃຫ້ມີຄວາມສະຫງົບໂດຍພື້ນຖານ,
ທັງຮັບປະກັນການແກ້ໄຂວຽກງານໃຫ້ທັນເວລາ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ