ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ຫຼວງ​ພະ​ບາງ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ
ເວລາອອກຂ່າວ: 2022-10-03 09:17:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ດ້​ມອບ​ເງິນ​ນະ ໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ໃຫ້​ນາຍ ແລະ ພົນທະຫານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ໃຈ ສີສະ​ຫວັດ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ ທະຫານ​ແຂວງ​ຫຼວງ​ພະ​ບາງ, ມີ ຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ ຕະຫຼອດ​ຮອດ ນາຍ ແລະ ພົນທະ ຫານ ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຫານ​ຊະນະ ຂັດຕິຍະ​ວົງສາ ຫົວໜ້າ​ພະ​ແນກ​ພະນັກງານ​ ​ໄດ້​ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າ ດ້ວຍ ການອະນຸຍາດໃຫ້ນາຍທະ ຫານຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ ອອກອຸດໜູນ ບຳເນັດ, ອີງຕາມກົດໝາຍ​ ວ່າ​ດ້ວຍ​ປະກັນ​ສັງຄົມ, ອີງ​ຕາມກົດໝາຍ​ນາຍ​ທະຫານ​ກອງທັບປະ ຊາຊົນ​ລາວ. ໃນ​ນີ້, ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງມີ​ພະນັກງານ​ທີ່​ໄດ້​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ຈຳນວນ 6 ສະຫາຍ. ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພັນ​ໂທ ໄພ​ວັນ ເພັງ​ສຸວັນ ຫົວໜ້າ​ພະ​ແນກ​ກຳລັງ​ພົນ ຫ້ອງ​ເສນາ​ທິ​ການ​ ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ສິບ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ອອກ​ອຸດ​ໜູນ​ບຳ​ເນັດ, ອີງ​ຕາມ​ຂໍ້​ກຳນົດ ວ່າ​ດ້ວຍ​ລະບຽບ​ການ​ຂອງ​ນາຍ​ສິບ ແລະ ພົນທະຫານ​ໃນ​ກອງທັບ​ປະຊາຊົນ​ລາວ. ໃນ​ນີ້, ມີ​ນາຍ​ສິບ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ອອກ​ອຸດ​ໜູນ​ບຳ​ເນັດ ຈຳນວນ 23 ສະຫາຍ ລວມ​ເງິນ​ທັງ​ໝົດ 1.082.650.000 ກີບ. ໂດຍ : ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ