ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ນາຍົກລັດຖະມົນຕີ​ ແຫ່ງ ​ສປປ ລາວ ເຂົ້າ​ຢ້ຽມ​ຂ່ຳນັບ​ປະທານາທິບໍດີ​ແຫ່ງ ສ ສິງກະໂປ
ເວລາອອກຂ່າວ: 2022-10-03 09:07:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 231 | ຄວາມນິຍົມ:



ໃນ​ໂອກາດ​ເດີນທາງ​ຢ້ຽມ ຢາມ ສາທາລະນະ​ລັດ ສິງກະໂປ ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 28 ກັນຍາ 2022, ທີ່ ທຳ​ນຽບ​ປະທານາທິບໍດີ Istana, ທ່ານ ພັນ​ຄຳ ວິພາ​ວັນ, ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຂອງ ​ສປປ ລາວ ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ ນາງ ຮາ​ລິ​ມາ ຢາ​ຄອບ, ປະທານາທິບໍດີ ແຫ່ງ ສາທາລະນະ​ລັດ ສິງກະໂປ. ໃນ​ໂອກາດ​ນີ້, ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ​ສປປ ລາວ ໄດ້​ ສະແດງ​ຄວາມ​ຂອບໃຈຕໍ່​ການ​ ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ສະແດງ ​ຄວາມ​ຊົມເຊີຍ​ຕໍ່​ການພັດທະນາ ​ ແບບ​ກ້າວ​ກະໂດດ​ຂັ້ນຂອງ​ສິງ ກະໂປ ທີ່​ເປັນ​ຕົວ​ແບບ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ ແລະ ສີ ຂຽວ ພ້ອມ​ທັງ ຕີ​ລາຄາ​ສູງຕໍ່ການ ​ພົວພັນ​ຮ່ວມ​ມື​ທີ່​ດີ​ຂອງ​ສອງ​ປະ ເທດ ໃນ​ຕະຫຼອດ​ໄລຍະ 48 ປີ ຜ່ານມາ ທີ່​ໄດ້​ສືບຕໍ່​ຮັດ​ແໜ້ນ ແລະ ຂະຫຍາຍຕົວ​ເປັນກ້າວໆ​ ມາ. ຖື​ ໂອກາດ​ນີ້, ທ່ານນາຍົກລັດຖະມົນ ຕີ ໄດ້​ຕາງໜ້າ​ໃຫ້​ລັດຖະບານ ແລະ ປະຊາຊົນ​ລາວ ສະແດງ ຄວາມ​ຂອບໃຈ​ມາ​ຍັງລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່​ໄດ້​ ໃຫ້ການ​ຮ່ວມ​ມື ແລະ ການ​ຊ່ວຍ ເຫຼືອ​ແກ່ ​ສປປ ລາວ ຕະຫຼອດມາ ໂດຍ​ສະເພາະ​ໃນ​ຂົງເຂດ​ວຽກ​ ງານ​ການ​ພັດທະນາ​ຊັບພະຍາ ກອນ​ມະນຸດ, ໂຄງການອາສາສະ ໝັກ​ສິງກະໂປ ອັນ​ເປັນ​ການ​ປະ ກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ ​ສປປ ລາວ ທັງ​ເປັນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ ລະຫວ່າງ​ປະຊາຊົນ​ສອງ​ຊາດ​ລາວ ແລະ ສິງກະໂປ ຕື່ມ​ອີກ. ພ້ອມ​ດຽວ​ກັນ​ນີ້, ທ່ານ ນາຍົກ ລັດຖະມົນຕີ ກໍໄດ້​ແຈ້ງ​ຈຸດປະສົງ​ການ​ຢ້ຽມຢາມ​ໃນ​ຄັ້ງ​ນີ້ ໃຫ້​ທ່ານ ປະທານາທິບໍດີ ໄດ້​ຮັບ​ຊາບ ແລະ ສະແດງ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ກອງ​ປະຊຸມ​ພົບ​ປະ​ສອງ​ຝ່າຍ​ຮ່ວມ​ກັບ​ທ່ານ ນາຍົກລັດຖະມົນຕີ ລີ​ຊຽນ​ລຸງ ຈະ​ເປັນ​ການ​ປະກອບ ສ່ວນ​ເຂົ້າ​ໃນ​ການ ສືບຕໍ່​ຮັດ​ແໜ້ນ ແລະ ເສີມ​ຂະຫຍາຍ ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື ອັນ​ດີງາມ ລະຫວ່າງ ລາວ-ສິງ ກະໂປ ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່ ແລະ ຍັງ​ຍົກ​ໃຫ້​ເຫັນວ່າໂດຍອີງໃສ່ ​ທ່າແຮງ​ຂອງສອງ​ປະເທດລາວ- ສິງກະໂປ ຍັງສາມາດເພີ່ມທະວີ​ ການ​ຮ່ວມ​ມື​ໃຫ້​ຫຼາຍ​ຂຶ້ນຕື່ມ ເປັນ ຕົ້ນດ້ານ​ການ​ຄ້າ-ການ​ລົງທຶນ, ການ​ບໍລິການ, ສາທາລະນະ​ສຸກ ແລະ ອື່ນໆ. ນອກຈາກ​ນີ້, ທ່ານ​ນາຍົກລັດຖະມົນຕີ ຍັງ​ໄດ້​ກ່າວ​ວ່າ ປຈຸ​ບັນ, ລັດຖະບານ​ລາວ ໄດ້​ປັບປຸງ​ກົນ​ໄກ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະເທດ ໂດຍ​ໄດ້​ມີ​ການ​ປັບປຸງ​ບັນດາ​ນິຕິ​ກຳ ແລະ ຂັ້ນ​ຕອນ​ການ​ອະນຸມັດ​ການ​ລົງທຶນ ໃຫ້​ກະທັດ​ຮັດ​ຍິ່ງ​ຂຶ້ນ ເພື່ອ​ອຳນວຍ​ຄວາມ​ສະດວກ ໃຫ້​ນັກ​ລົງທຶນ​ຕ່າງປະເທດ ລວມ​ທັງ ຍັງ​ໄດ້​ສ້າງ​ເຂດ​ເສດຖະກິດ​ພິເສດ ແລະ ເຂດ​ເສດຖະກິດ​ສະເພາະ, ເຂດ​ນິຄົມ​ອຸດສາຫະກຳ ແລະ ທ່າ​ ບົກ ເພື່ອ​ຕອບ​ຮັບ​ກັບ​ຍຸດ​ທະສາດ​ການ​ຫັນ​ເອົາ​ປະເທດ​ໄປ​ສູ່​ການ​ເຊື່ອມ​ໂຍງ-ເຊື່ອມ​ຈອດ​ກັບ​ພາກ ​ພື້ນ. ນອກຈາກ​ນັ້ນ, ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ​ສປປ ລາວ ຍັງ ​ໄດ້​ນຳ​ເອົາ​ຄຳ​ຢື້​ຢາມຖາມຂ່າວ ແລະ ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ ທອງ ​ລຸນ ສີ​ສຸ​ລິດ, ປະທານ​ປະ ເທດ ແຫ່ງ ​ສປປ ລາວ ເຖິງ​ ທ່ານ ປະ ທານາທິບໍດີ ແຫ່ງ ສ ສິງກະໂປ ໄປ​ຢ້ຽມຢາມ ​ສປປ ລາວ ໃນ​ໂອກາດ​ອັນ​ເໝາະ​ສົມ. ໃນ​ໂອກາດ​ດຽວ​ກັນ, ທ່ານ ປະທານາທິບໍດີ ແຫ່ງ ສາທາລະ ນະ​ລັດ ສິງກະໂປ ກໍ​ໄດ້​ສະແດງ ​ຄວາມ​ຍິນ​ດີ​ຕ້ອນຮັບອັນ​ອົບອຸ່ນ ແລະ ຕີ​ລາຄາ​ສູງຕໍ່​ການ​ມາ​ຢ້ຽມ ຢາມ ສິງກະໂປ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ແຫ່ງ ​ສປປ ລາວ ໃນ​ຄັ້ງ​ນີ້, ເຊິ່ງ​ຈະ​ເປັນ​ການ​ປະ ກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ດີຂອງ​ສອງ​ປະ ເທດ ລາວ-ສິງກະໂປ ໃຫ້​ແຕກ ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ