ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ​ເສນາ​ຮັກ​ສະ​ຫຼູບ​ຍ້ອງຍໍ​ຜົນສຳເລັດບັ້ນ​ຫັດ​ແອບ​ເຝິກຊ້ອມ​ຊ່ວຍເຫຼືອ​ດ້ານ​ການ​ແພດ ຢູ່​ທະຫານ​ແຂວງ​ວຽງ​ຈັນ
ເວລາອອກຂ່າວ: 2022-10-03 09:04:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:



ໃນ​ວັນ​ທີ 29 ກັນຍາ 2022 ນີ້, ຢູ່​ທີ່​ສະໂມສອນ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ໄດ້​ຈັດ​ກອງ​ປະຊຸມ​ສະ​ຫຼຸບ​ຍ້ອງຍໍ​ຜົນສຳເລັດ​ບັ້ນ​ຫັດ​ແອບ​ເຝິກຊ້ອມ​ຊ່ວຍເຫຼືອ​ມະນຸດສະທຳ ແລະ ກິດຈະກຳ​ບໍລິການ​ທາງ ການແພດ (ຂະ​ບວນ​ລົດໄຟສັນຕິ ພາບ 2022) ລະຫວ່າງ​ກອງທັບ​ປະຊາຊົນ​ລາວ ກັບ ກອງທັບປົດ ​ປ່ອຍ​ປະຊາຊົນ​ຈີນ ທີ່​ຈັດ​ຂຶ້ນຢູ່​ທີ່​ ສະຖານີ​ລົດໄຟ​ໂພນ​ໂຮງ, ແຕ່ວັນ ​ທີ 19 ຫາ 28 ກໍລະກົດ 2022) ທີ່​ຜ່ານ​ມາ. ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ບົວ​ສິງ ອິນ​ທະວົງ ກຳມະການຄະນະພັກກະຊວງ​ປ້ອງ​ກັນ​ປະເທດ ຮອງຫົວໜ້າ​ໃຫຍ່ພະລາທິການກອງທັບ, ມີ​ ສະຫາຍ ພັນ​ເອກ ບຸນ​ຜອງ ບຸດ​ທະ​ວົງ ກຳມະການ​ພັກ​ແຂວງ ຮອງ ​ເລຂາ​ຄະນະພັກ ຫົວໜ້າການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ສະຫາຍ ພົນ​ຈັດຕະວາ ຄຳ​ແພງ ພູມ​ມາ​ແກ້ວ ຫົວໜ້າ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ ກົມ​ເສນາ​ຮັກ, ພະແນກການ ທີ່​ກ່ຽວຂ້ອງ, ກອງ​ບັນຊາ​ການ ​ປກສ ແຂວງ, ພະ​ແນກ​ການອ້ອມ​ ຂ້າງ​ແຂວງ, ພ້ອມ​ດ້ວຍ​ພະນັກ ງານ-ນັກຮົບ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ​ດຣ ນາງ ວັນເພັງ ພວງ​ສາ​ວະ​ດີ ຮອງ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາທິ ການ​ກອງທັບ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ ເຖິງ​ຜົນສຳເລັດ​ໃນ​ຫຼາຍດ້ານ ​ທີ່​ພົ້ນ​ເດັ່ນ​ຂອງ​ຄະນະ​ຊີ້​ນຳລວມ, ຄະນະ​ອະນຸ​ກຳມະການ, ພະນັກ ງານ​ແພດ​ເຫຼົ່າ​ຮົບ​ເສນາ​ຮັກຂອງ ​ສອງ​ກອງທັບ ລາວ-ຈີນ ຍາດມາ​ ໄດ້​ໃນ​ຕະຫຼອດ​ໄລຍະ​ຂອງຈັດ ​ຕັ້ງ​ປະຕິບັດ​ແຜນການ​ຫັດ​ແອບ, ເຝິກຊ້ອມ​ເປັນ​ເວລາ 10 ວັນ, ໂດຍ​ສະເພາະ​ແມ່ນໄດ້​ ແລກປ່ຽນ​ບົດຮຽນ​ຄວາມ​ຮູ້ ແລະ ປະສົບ​ການ​ໃນ​ການ​ກອບ​ກູ້ ແລະ ຊ່ວຍ ເຫຼືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ທຳ​ມະ​ຊາດ, ຊອກ​ຄົ້ນ​ກອບ​ກູ້​ຜູ້​ປະສົບ​ໄພ​ຢູ່​ເຂດ​ທີ່​ເກີດ​ໄພພິບັດ ຈຳນວນ 30 ກໍລະນີ, ກວດກາ ແລະ ຄັດ​ແຍກ​ລະດັບ​ຄວາມ​ຮ້າຍ​ແຮງ​ຂອງ​ຜູ້​ທີ່​ຖືກ​ບາດເຈັບ. ໃນ​ນີ້, (ມີ​ຄົນ​ເຈັບ​ໜັກ 4 ກໍລະນີ, ຄົນ​ເຈັບ​ກາງ 8 ກໍລະນີ ແລະ ຄົນ​ເຈັບ​ເບົາ 18 ກໍລະນີ), ກອບ​ກູ້ ແລະ ຊ່ວຍເຫຼືອ​ຄົນ​ເຈັບ​ທີ່​ມີ​ບັນຫາ​ກ່ຽວ​ກັບ​ລະບົບ​ຫາຍໃຈ​ກໍລະນີ​ທີ່​ມີ​ການ​ສົງ​ໃສ​ຕິດເຊື້ອ​ພະຍາດ​ໂຄ​ວິດ-19, ເຝິກແອບ​ວີ​ທີ​ແກ້​ໄຂ, ປິ່ນປົວ, ການ​ເຄື່ອນ​ຍ້າຍ ແລະ ມອບ​ຮັບ​ຜູ້​ຖືກ​ບາດເຈັບ​ຈາກ​ລົດ​ແພດ​ສະໜາມ​ນຳ​ສົ່ງຕໍ່​ໄປ​ທີ່​ລົດໄຟ (ໂດຍ​ນຳ​ໃຊ້​ລົດໄຟ​ຕົວ​ຈິງ​ເຂົ້າ​ໃນ​ການ​ເຝິກຊ້ອມ), ຮຽນ​ຮູ້​ເຕັກ​ນິ​ການ​ເຊີດ​ຊູ ແລະ ປີ່ນ​ປົວ​ຄົນ​ເຈັບ ເວລາ​ເຄື່ອນ​ຍ້າຍ​ຢູ່​ເທິງ​ລົດໄຟ, ແລກປ່ຽນ​ຄວາມ​ຮູ້​ດ້ານ​ວິຊາ​ການ 7 ບົດ, ປະກອບ ມີ: ການ​ຄຸ້ມ​ຄອງ​ອາການ​ເຈັບ ບາດແຜ​ຈາກ​ການ​ສູ້​ຮົບ, ການ​ປ້ອງ​ກັນ ແລະ ປິ່ນປົວ​ບາດແຜ​ຈາກ​ການເຝິກແອບ​ການ​ທະຫານ​ຢູ່​ສະໜາມຮົບ, ການ​ນຳ​ໃຊ້ຊ່ອງ ​ທາງ​ເຂົ້າ​ໃນ​ການຜ່າຕັດ​ລະບົບ ປະສາດ, ການ​ປິ່ນປົວ​ພະຍາດໂຄ​ ວິດ-19 ທີ່​ມີ​ອາການ​ໜັກ ແລະ ອັນຕະລາຍ, ການ​ສ້າງ​ຕຶກ​ປິ່ນປົວ​ພະຍາດ​ຕິດແປດ ແລະ ການນຳ ໃຊ້​ເຄື່ອງ​ຊ່ວຍເຫຼືອຕົນເອງ, ການ​ຊ່ວຍເຫຼືອ ແລະ ຮ່ວມ​ມືກໍລະນີ​ເກີດເຫດ​ສຸກ​ເສີນດ້ານສາທາ ລະນະ​ສຸກ, ການ​ບໍລິການ​ດ້ານ​ການ​ພະຍາບານ​ແພດ​ທີ່​ດີເດັ່ນ​ຂອງ ​ສປ ຈີນ, ເຊິ່ງ​ມີ​ຜູ້​ເຂົ້າຮ່ວມ ທັງ​ໝົດ 315 ສະຫາຍ (ລວມ ​ທັງ​ລາວ-ຈີນ). ໃນ​ນັ້ນ​, ມີ​ພະ ນັກງານ-ແພດ​ໝໍ ແລະ ພະນັກ ງານ-ນັກຮົບ​ຂອງ​ກອງບັນຊາ ​ການ​ທະຫານ​ແຂວງ​ວຽງຈັນເຂົ້າ​ ຮ່ວມ 53 ສະຫາຍ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າກົມ ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການ ເມືອງ​ກອງທັບ, ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະ ເທດ ແລະ ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ ການ​ມອບ​ຍ້ອງຍໍ​ໃຫ້​ຄະນະ​ຊີ້​ນຳ​ຫັດ​ແອບ​ເຝິກຊ້ອມ​ກູ້​ໄພພິບັດ ເພື່ອ​ຊ່ວຍເຫຼືອ​ມະນຸດສະທຳ​ດ້ານ​ການ​ແພດ ແລະ ກິດຈະກຳ​ບໍລິການ​ດ້ານ​ການ​ແພດ (ຂະ​ບວນ​ລົດໄຟ​ສັນຕິພາບ 2022) ກອງທັບ​ປະຊາຊົນ​ລາວ, ໃຫ້​ຄະນະ​ຊີ້ນຳ ແລະ ນັກ​ເຝິກ​ອົບຮົມ​ຢູ່​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ຈຳນວນ 37 ສະຫາຍ, ກົມກອງ ​ລວມ​ໝູ່ 4 ກົມ​ກອງ, ມອບໃບ​ ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງ ທັບ ຈຳນວນ 34 ສະຫາຍ, ໂດຍ​ການ​ເປັນ​ກຽດ​ມອບ​ຂອງ ສະຫາຍ ພົນ​ຈັດຕະວາ ບົວ​ສິງ ອິນ​ທະ​ວົງ ກຳມະການ​ຄະນະພັກ ກະຊວງ​ປ້ອງ​ກັນ​ປະເທດ ຮອງ ​ຫົວໜ້າ​ໃຫຍ່​ພະລາທິການກອງ ທັບ, ພ້ອມ​ດ້ວຍ​ຄະນະ​ມອບ​ຕາມ​ລຳດັບ​ຢ່າງ​ສົມ​ກຽດ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ