ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫຼວງພະບາງ ແລະ ທະຫານແຂວງດຽນບຽນ ພົບປະແລກປ່ຽນປະຈຳປີ
ເວລາອອກຂ່າວ: 2022-10-03 08:59:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ:



ວັນທີ 29 ກັນຍາ 2022 ນີ້, ກອງບັນຊາການທະຫານ ແຂວງຫຼວງພະບາງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມພົບປະແລກປ່ຽນສະ ພາບປະຈຳປີ ກັບກອງບັນຊາ ການທະຫານແຂວງດຽນບຽນ ສສ ຫວຽດນາມ, ໂດຍການ ເປັນປະທານຮ່ວມຂອງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ເລ ຂາຄະນະພັກ, ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງຫຼວງພະບາງ ແລະ ສະ ຫາຍ ພັນເອກ ພິເສດ ໂງກວາງ ຕ້ວນ ຫົວໜ້າການທະຫານກອງບັນຊາການທະຫານແຂວງດຽນບຽນ ພ້ອມດ້ວຍຄະນະທັງສອງ ຝ່າຍເຂົ້າຮ່ວມ. ວາລະກອງປະຊຸມທັງສອງ ຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງ ຄົມຂອງແຂວງ, ພ້ອມທັງຕີລາຄາ ຜົນໄດ້ຮັບການເຄື່ອນໄຫວປະຕິ ບັດວຽກງານປ້ອງກັນຊາດ, ພ້ອມທັງຕີລາຄາໝາກຜົນຂອງ ການຈັດຕັ້ງປະຕິບັດເນຶ້ອໃນບົດບັນທຶກຊ່ວຍຈຳໃນຊຸມປີຜ່ານມາ, ລວມໄປເຖິງການພົວພັນຮ່ວມມື ກົມກອງເພື່ອນ ລາວ - ຫວຽດນາມ ແລະ ການຊ່ວຍເຫຼືອດ້ານບຸກຄະ ລາກອນ ແລະ ວັດຖຸອຸປະກອນ ຕ່າງໆໃນໄລຍະຜ່ານມາ, ພ້ອມ ທັງວາງທິດທາງແຜນການໃນ ຊຸມປີ 2023. ກອງປະຊຸມພົບປະ ແລກປ່ຽນ ທັງສອງຝ່າຍໄດ້ເຫັນ ດີເອກະພາບຕີລາຄາສະພາບ ຄວາມສະຫງົບດ້ານການເມືອງ ຢູ່ຂອບເຂດຊາຍແດນແຂວງ ຫຼວງພະບາງ ແລະ ແຂວງດຽນ ບຽນ. ເອກະພາບການຮ່ວມມື ແກ້ໄຂບັນຫາການເຄື່ອນຍ້າຍພູມ ລຳເນົາແບບເສລີຂ້າມຊາຍແດນ, ບັນຫາຄວາມສະຫງົບເຂດຊາຍ ແດນ, ການແຈ້ງຂ່າວ, ການແລກ ປ່ຽນຂໍ້ມູນຂ່າວສານແບບປົກກະ ຕິ ແລະ ແບບບັງເອີນ ລະຫ່ວາງ ສອງກອງບັນຊາການ. ສືບຕໍ່ຈັດຕັ້ງພົບປະເປັນປະຈໍາຕາມວາລະການຜັດປ່ຽນກັນ, ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງນຳພາ ແນວຄິດ, ໂຄສະນາເຜີຍແຜ່ໃຫ້ ປະຊາຊົນຢູເຂດຊາຍແດນສອງ ຝ່າຍເປັນເສັ້ນຊາຍແດນມິດຕະ ພາບແບບພິເສດ, ນ້ຳໃຈສາມັກ ຄີກໍ່ສ້າງເສັ້ນຊາຍແດນຮ່ວມ ໃຫ້ ກາຍເປັນເສັ້ນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ວັດທະນະທຳ, ສືກສາອົບຮົມໃຫ້ ພະນັກງານ-ນັກຮົບ ທົ່ວກຳລັງ ປະກອບອາວຸດ ແລະ ປະຊາຊົນ ສອງຝ່າຍຍົກສູງສະຕິປະຕິວັດ, ສືບຕໍ່ຮ່ວມມືຢ່າງມີປະສິດທິຜົນ ເພື່ອຕ້ານກັບກົນອຸບາຍຂອງກຳ ລັງອິດທິປໍລະປັກ ທີ່ຈະເຂົ້າມາ ແຊກແຊງແບ່ງແຍກທຸກຮຸບແບບ, ສືບຕໍ່ປະສານສົມທົບຈັດຕັ້ງ ເຄື່ອນໄຫວຮ່ວມືດ້ານວຽກງານ ກູ້ຊີບ, ກອບກູ້ໄພພິບັດ ແລະອື່ນໆ ຕື່ມອີກຈຳນວນໜຶ່ງ. ຈາກນັ້ນ ກໍໄດ້ເຊັນບົດບັນທຶກຊ່ວຍຈຳ ລະຫ່ວາງ ກອງບັນຊາການຫຼວງ ພະບາງ ກັບກອງບັນຊາການ ທະຫານແຂວງດຽນບຽນ, ພ້ອມ ທັງມອບຂອງຂັວນທີ່ລະນຶກ ໃຫ້ ກັນ ແລະ ກັນຕື່ມອີກ. ຂ່າວ: ສົມພອນ ສຸວັນທອນ, ພາບ: ບຸນເພັງ ວົງແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ