ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະກາ​ໂລ​ນີ ຄູ​ເຝິກ​ທີມ​ຊາດ​ອາກ​ຊັງ​ຕິນ ຕົກລົງ​ຕໍ່​ສັນຍາ​ຄຸມ​ທີມ​ເຖິງ ປີ 2026
ເວລາອອກຂ່າວ: 2022-09-30 09:52:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ລີ​ໂອ​ເນວ ສະກາ​ໂລ​ນີ ຄູ​ເຝິກ​ໜຸ່ມ​ໄຟ​ແຮງ ອາຍຸ 44 ປີ ຕົກລົງ​ຕໍ່​ສັນຍາ​ຄຸມ​ະໄໄທີມ​ຊາດ ອາກ​ຊັງ​ຕິນ ຈົນ​ໄປ​ເຖິງ ປີ 2026 ຈາກ​ການ​ຢືນຢັນ​ຂອງ ເຄົາ​ດີ​ໂອ ຕາ​ເປຍ ປະທານ​ສະມາຄົມ​ບານເຕະ​ອາກ​ຊັງ​ຕິນ, ສະກາ​ໂລ​ນີ ກຳລັງ​ພາ​ທີມ​ຟ້າ​ຂາວ​ອາກ​ຊັງ​ຕິນ​ຟອມ​ດີ​ຕໍ່​ເນື່ອງ ສ້າງ​ສະຖິຕິ​ບໍ່​ເສຍ 35 ນັດ​ຕິດຕໍ່​ກັນ ທຽບ​ເທົ່າ​ກັບ​ສະຖິຕິ​ຂອງ​ທີມ​ຊາດ​ແອັດ​ສະ​ປາຍ ແລະ ທີມ​ຊາດ​ເບຣ​ຊິນ ແຕ່​ຍັງ​ເປັນ​ຮອງ​ສະຖິຕິ​ສູງ​ສຸດ​ຂອງ ທີມ​ຊາດ​ອີ​ຕາ​ລີ ທີ່​ສ້າງ​ໄວ້ 37 ນັດ. ສະກາ​ໂລ​ນີ ອະດີດ​ປີກ​ທີມ​ຊາດ​ອາກ​ຊັງ​ຕິນ ເຂົ້າ​ມາ​ຄຸມ​ທີມ​ຟ້າ​ຂາວ ໃນ​ປີ 2018 ແທນ ຈໍ​​ຣ​ເກ ຊາມ​ເປົາ​ລີ ພາ​ທີມ​ຄອງ​ແຊັມ ໂຄ​ປ້າ ອາ​ເມ​ຣິ​ກາ ຄັ້ງ​ທຳ​ອິດ​ໃນ​ຮອບ 34 ປີ ແລະ ໄດ້​ແຊັມ Finalissima 2022 ລວມ​ແລ້ວ​ຄຸມ​ທີມ​ທັງ​ໝົດ 49 ນັດ ຊະນະ 33 ສະເໝີ 12 ເສຍ 4 ນັດ, ຍິງ 96 ປະຕູ ເສຍ 26 ປະຕູ ສະເລ່ຍ​ໂອກາດ​ຊະນະ​ຕໍ່​ນັດ 67.35%. ອາກ​ຊັງ​ຕິນ ຖືກ​ຍົກ​ເປັນ​ໜຶ່ງ​ໃນ​ທີມ​ເຕັງ​ແຊັມ ບານ​ໂລກ 2022 ທີ່​ກາ​ຕ້າ ໂດຍ​ຢູ່​ກຸ່ມ C ຮ່ວມ​ກັບ ທີມ​ຊາດ​ເມັກ​ຊິກ, ໂປ​ໂລຍ ແລະ ອາ​ຣາ​ບີ ຊາ​ອຸ​ດິ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ