ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍງານເຝິກອົບຮົມວິທະຍາຄານ​ການ​ແພດ​ກອງທັບ ເຂົ້າ​ຮ່ວມກອງປະຊຸມ​ວິຊາ​ການ​ແພດ​ທາງໄກ
ເວລາອອກຂ່າວ: 2022-09-30 09:16:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ວັນ​ທີ 22 ສີງ​ຫາ 2022 ນີ້, ໜ່ວຍງານເຝິກອົບຮົມວິທະ ຍາຄານ​ການ​ແພດ​ກອງທັບ ໄດ້​ເຂົ້າ​ຮ່ວມກອງປະຊຸມ​ວິຊາ​ການ​ແພດ​ທາງໄກ ກັບ ກົມ​ແພດທະ ຫານ​ແຫ່ງ​ຣາ​ຊະ​ອານາຈັກໄທ, ພາຍ​ໃຕ້​ຫົວຂໍ້ການ​ແພດ​ແຮງ​ດັນ​ອາກາດ​ສູງ​ສຸດ​ໃນ​ເຫຼົ່າຮົບ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ເອກ ຈັນ​ສະໝອນ ມະຫາ ວົງ ກຳມະການ​ຄະນະ​ພັກ​ອົງ ການ​ກົມ​ໃຫຍ່​ພະລາທິການກອງ ທັບ ຫົວໜ້າ​ການ​ທະຫານວິທະ ຍາຄານ​ການ​ແພດ​ກອງທັບ, ພ້ອມ​ດ້ວຍ​ພະນັກງານ-ຄູ​ອາຈານ ແລະ ນັກ​ສຶກ​ສາ​ແພດ​ທີ່​ກ່ຽວຂ້ອງ ທີ່​ຕິດ​ພັນ​ກັບ​ການ​ຮຽນ-ການ​ສອນ. ກອງ​ປະຊຸມ​ວິຊາ​ການ​ແພດ​ທາງໄກ​ຮ່ວມ​ກັບ​ແພດ​ທະຫານ​ແຫ່ງ​ຣາ​ຊະ​ອານາຈັກ​ໄທ ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ການ​ແພດ​ແຮງ​ດັນ​ອາກາດ​ສູງ, ການ​ນຳ​ໃຊ້​ອົກ​ຊີ​ເຂັ້ມ​ຂຸ້ນໃນ​ ພາວະ​ທີ່​ແຮງ​ດັນ​ສູງ​ປົກກະຕິ​ພາຍ​ໃຕ້​ການ​ຕິດຕາມ​ຂອງ​ແພດຢ່າງ​ໃກ້ຊິດ​ພາຍ​ໃນ​ຫ້ອງ​ຄວາມດັນ, ຂໍ້​ບົ່ງ​ສັ່ງໃນ​ການ​ນຳ​ໃຊ້​ອົກ​ຊີແຊນ​ແຮງ​ດັນ​ສູງ​ໃນ​ການ​ປິ່ນປົວ, ເຊິ່ງ​ພະຍາດ​ທີ່​ເປັນ​ຂໍ້​ບົ່ງ​ສັ່ງ​ໃນ​ການ​ນຳ​ໃຊ້​ສ່ວນ​ຫຼາຍ​ແມ່ນ​ພະຍາດ​ທີ່​ຕິດ​ພັນ​ກັບ​ລະບົບ​ຫາຍໃຈ​ຂອງ​ເຫຼົ່າ​ຮົບ​ທະຫານ​ເຮືອ ເນື່ອງ​ຈາກ​ການ​ປະຕິບັດ​ໜ້າທີ່​ເປັນ​ໄລຍະ​ເວລາ​ດົນ​ພາຍ​ໃນ​ເຮືອ​ດຳ​ນໍ້າທີ່​ຕ້ອງ​ຢູ່​ໃນ​ພາວະ​ຄວາມດັນສູງ, ພາກ​ປະຕິບັດ​ຂອງ​ການນຳ​ໃຊ້​ອົກ​ຊີ​ແຊນ​ແຮງ​ດັນ​ສູງ, ບັນດາ​ເຕັກນິກ​ການ​ນຳ​ໃຊ້​ອົກ​ຊີ​ແຊນ ແລະ ການ​ໃຫ້​ບໍລິການ​ການ​ນຳ​ໃຊ້​ອົກ​ຊີ​ແຊນ​ແຮງ​ດັນ​ສູງ​ໃນ​ການ​ປິ່ນປົວ. ນອກ​ນັ້ນ, ຍັງ​ໃຊ້​ປິ່ນປົວ​ພາວະ​ຂາດ​ອົກ​ຊີ​ເນື່ອງ​ຈາກ​ເຫດໄຟ​ໄໝ້, ປົວ​ບາດແຜ​ຊຶມ​ເຊື້ອ​ທີ່​ເກີດ​ຈາກ​ຈຸ​ລິນ​ຊີ​ທີ່​ບໍ່​ມັກ​ອາກາດ. ຫຼັງຈາກ​ຈົບ​ພາກທິດ ​ສະ​ດີໜ່ວຍ​ງານເ​ຝິກ​ອົບຮົມ​ ໄດ້​ນຳ​ພາເຂົ້າ​ຢ້ຽມ​ຊົມ​ຫ້ອງ​ທີ່​ນຳ​ໃຊ້​ປີ່ນ​ປົວ​ຕົວຈິງ, ຢ້ຽມ​ຊົມ​ໜ່ວຍ​ງານ​ທີ່​ໃຫ້​ບໍລິການ​ປິ່ນປົວ​ດ້ວຍ​ພາວະ​ແຮງ​ດັນ​ສູງ. ກອງ​ປະຊຸມ ໄດ້​ດຳເນີນ​ເປັນ​ເວລາ 5 ວັນ ຈຶ່ງ​ຈະ​ອັດ​ລົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ