ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

​ກອງ​ປະຊຸມ​ມອບ​ໝາຍ​ໜ້າທີ່​ກະກຽມ​​ນັກ​ກິລາ ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI
ເວລາອອກຂ່າວ: 2022-09-30 09:14:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 316 | ຄວາມນິຍົມ:



ວັນ​ທີ 28 ກັນຍາ 2022 ນີ້, ຢູ່​ຫ້ອງ​ປະຊຸມ​ກອງ​ກິລາ​ກອງທັບ ໄດ້ຈັດກອງ​ປະຊຸມ​ມອບໝາຍ​ໜ້າ ທີ່​ຜູ້​ຈັດການ​ທີມ ແລະ ຄູ​ເຝິກຄະ ນະ​ຮັບຜິດຊອບ​ກະກຽມ​ນັກກິລາ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ເພື່ອ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ທີ່​ແຂວງ​ຊຽງ​ຂວາງ​ເປັນ​ເຈົ້າ ພາບ, ຈະຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 8 ພະຈິກ-23 ທັນວາ 2022 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ແສງ​ອຳພອນ ພູມີ​ເງີນ ຮອງຫົວໜ້າ​ຫົວໜ້າ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຫົວໜ້າ​ກົມ-ຮອງກົມ ​ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ ແລະ ບັນດາ​ພາກສ່ວນ​ທີ່​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສີ​ສຸກ ເຟັງ​ຄຳ​ອ່ອນ ຫົວໜ້າ​ພະ​ແນກ​ກິລາ​ ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໃຫ້​ຮູ້​ວ່າ: ໂດຍ​ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ ມອບ​ໃຫ້​ກົມ​ອົບຮົມ, ກົມ ​ໃຫຍ່​ເສນາ​ທິ​ການ​ກອງທັບ ຮັບຜິດຊອບ​ການ​ກະກຽມເພື່ອຄັດ ເລືອກນັກກິລາ​ຂອງກະຊວງ​ປ້ອງ​ກັນ​ປະເທດ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຢູ່​ ແຂວງ​ຊຽງ​ຂວາງ ເປັນ​ເຈົ້າພາບ, ຄະນະ​ກົມ​ອົບຮົມ ໄດ້​ມີ​ການ​ຄັດເລືອກ​ນັກກິລາ ແລະ ສ້າງ​ແຜນການ​ແຕ່​ລະ​ດ້ານ​ຢ່າງ​ລະອຽດ ເປັນຕົ້ນແມ່ນການ​ສ້າງແຜນການຫັດ​ແອບ​ນັກກິລາ, ແຕ່ງຕັ້ງ​ປະທານຄະນະ​ຮັບຜິດຊອບ ແລະຊີ້ນຳ​ນັກກິລາ, ແຕ່ງຕັ້ງ​ຜູ້​ຈັດການທີມ ແລະ ຄູ​ເຝິກ​ຮັບຜິດຊອບ​ຫັດແອບ ​ກີລາ​ແຕ່​ລະ​ປະເພດ ​ເພື່ອ​ຮັບປະກັນຄວາມ​ປອດ​ໄພ​ແກ່​ນັກກິລາ. ພ້ອມ​ນັ້ນ, ຍັງ​ໄດ້ຈັດ​ຕັ້ງກອງ​ປະຊຸມ​ຄະນະ​ວິຊາ​ການ ແລະ ຄູ​ເຝິກ​ຮັບ​ຜິດຊອບ​ແຕ່​ລະ​ປະເພດກີລາ ເພື່ອ​ໃຫ້​ເຊື່ອມຊຶມ​ ໜ້າທີ່​ຂອງ​ຕົນ​ເອງ​ທີ່​ໄດ້​ຮັບ​ການ ແຕ່ງຕັ້ງ ແລະ ເພື່ອປຶກສາ​ຫາລື​ປະເພດ​ກິລາ​ທີ່​ມີ​ຄວາມ​ພ້ອມ, ເລັ່ງໃສ່​ປະເພດ​ທີ່​ມີ​ຄວາມ​ຫວັງ​ໄດ້​ຫຼຽນ ເຊິ່ງ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ. ​ໃນ​ນີ້​, ກອງທັບ​ໄດ້​ວາງ​ຄາດໝາຍ​ໄວ້​ຄື: ຫຼຽນ​ຄຳ 55 ຫຼຽນ, ຫຼຽນ​ເງິນ 46 ຫຼຽນ ແລະ ຫຼຽນ​ທອງ 41 ຫຼຽນ ເຊິ່ງ​ກະຊວງ​ປ້ອງ​ກັນ​ປະເທດ​ກຽມ​ສົ່ງ​ນັກກິລາ​ເຂົ້າ​ທັງ​ໝົດ 18 ປະເພດ​ກິລາ ພ້ອມ​ຕັ້ງ​ເປົ້າ​ໄວ້ 1-3 ຂອງອັນ​ດັບຫຼຽນ ​ລາງວັນ. ສຳລັບ​ງານມະ​ຫະກຳ ​ກິລາ​ແຫ່ງ​ຊາດ ​ຄັ້ງ​ທີ XI ປີ 2022 ນີ້ ໄດ້​ບັນຈຸ​ກິລາ​ແຂ່ງຂັນ​ທັງໝົດ 28 ປະເພດ​ກິລາ ເພື່ອ​ ຊີງ​ຫຼຽນ​ທັງ​ໝົດ 3.100 ຫຼຽນ, (ຫຼຽນ​ຄຳ 917 ຫຼຽນ, ຫຼຽນ ເງິນ 917 ຫຼຽນ ແລະ ຫຼຽນ​ທອງ 1.266 ຫຼຽນ ) ສະເພາະກິລາ​ກະຊວງ​ປ້ອງ​ກັນ​ປະເທດມີຄວາມ ​ສາມາດ​ສຸມ​ໃສ່ກິລາ​ດ່ຽວ (ປະ ເພດ​ສ່ວນບຸກຄົນ) ສາມາດ​​ແຂ່ງ ຂັນ​ໄດ້​ຫຼາຍ​ລາຍການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ