ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ການ​ທະ​ຫານ​ທ້ອງຖິ່ນແຂວງ​ຈຳປາ​ສັກ ຫັດ​ແອບ​ການ​ເຄື່ອນ​ທັບ​ຊ້ອມ​ຮົບ
ເວລາອອກຂ່າວ: 2022-09-30 09:13:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 25-27 ກັນຍາ 2022 ນີ້, ໂຮງຮຽນການ ​ທະຫານ​ທ້ອງຖິ່ນ​ແຂວງຈຳປາ​ ສັກ ໄດ້​ຈັດ​ຕັ້ງ​ຫັດ​ແອບ​ການ​ເຄື່ອນ​ທັບ​ຊ້ອມ​ຮົບ ແລະ ຍິງເປົ້າ ໝາຍດ້ວຍ​ລູກປືນ​ແທ້​ປະສານ​ສຽງ​ແຕກ ໃຫ້​ແກ່​ນັກຮຽນ​ນາຍ​ສິບ ຊຸດ​ທີ 12 ປະຈຳ​ສົກຮຽນ 2021-2022 ຢູ່​ທີ່​ສະໜາມຫັດ ​ແອບ​ປ່າ​ອາວ, ໂດຍ​ມີ ສະຫາຍ ພັນ​ໂທ ໄພ​ວັນ ຫຼວງ​ໄຊສົງຄາມ ຄະນະ​ພັກ​ຫ້ອງເສນາທິ​ການຫົວ ໜ້າ​ພະແນກ​ອົບຮົມກອງບັນຊາ ການທະຫານແຂວງ​ຈຳປາສັກ, ສະຫາຍ ພັນ​ໂທ ທອງມາ ແພງ​ວິໄລສານ ຄະນະພັກກອງ​ບັນຊາ​ການ ຫົວໜ້າ​ການເມືອງ ​ໂຮງ ຮຽນການ​ທະຫານທ້ອງຖິ່ນ ແຂວງຈຳປາ​ສັກ ພ້ອມ​ດ້ວຍຄະ ນະຮັບຜິດຊອບ​ພາກສ່ວນ​ທີ່​ກ່ຽວ ຂ້ອງ ແລະ ນັກຮຽນ​ນາຍ​ສີບ ຊຸດ​ທີ 12 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສີສະ​ໃໝ ວົງຄຳວັນ ຮອງ​ຫົວໜ້າການ​ທະ ຫານ​ ໂຮງຮຽນ​ການ​ທະຫານ ທ້ອງຖິ່ນ​ແຂວງ​ຈຳປາ​ສັກ, ຜູ້​ຮັບ ຜິດຊອບ​ລວມ​ໃນ​ການ​ເຄື່ອນ​ທັບ​ຊ້ອມ​ຮົບ​ໃຫ້​ຮູ້​ວ່າ: ການ​ເຄື່ອນທັບ​ ຊ້ອມ​ຮົບ​ພາກ​ສະໜາມ ແລະ ຍິງ ເປົ້າໝາຍດ້ວຍລູກລູກປືນ​ແທ້​ປະສານ​ສຽງ​ແຕກໃນ​ຄັ້ງ​ນີ້ ໄດ້ ດຳເນີນ​ເປັນ​ເວລາ 3 ວັນ, ມີນັກ ຮຽນ​ທັງໜົດ 132 ສະຫາຍ, ໂດຍ ​ປະຕິບັດ​ຕາມ​ແຜນການຮຽນ- ການ​ສອນກໍ​ຄື​ເນື້ອ​ໃນບົດ​ຫັດແອບ ​ສັງ​ລວມ​ຂັ້ນ​ໝວດປະກອບ​ມີ: ການ​ອາ​ແລັກ​ປ່າວ​ເຫດ​ອອກຈາກ ​ກົມ​ກອງ​ໄປ​ສູ່​ເຂດເຕົ້າໂຮມ​ປິດ ລັບ, ໝວດ​ທະຫານຮາບປະທະ​ສັດຕູ​ໂດຍ​ບັງເອີນ, ໝວດທະຫານ ​ຮາບ​ບຸກ​ຕີ​ສັດຕູ​ຈັ້ງ​ທ່າ ແລະ ໝວດ​ທະຫານ​ຮາບ​ຈັ້ງ​ທ່າ. ຜ່ານ ການຈັດຕັ້ງ​ປະຕິບັດ​ຕົວຈິງເຫັນ ​ວ່ານັກຮຽນ​ທຸກ​ສະຫາຍ​ມີຄວາມ ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່ຂອງຕົນ ແລະ ປະຕິບັດ​ຖືກຕ້ອງ​ຕາມແຜນ ການ​ເນື້ອ​ໃນ​ອົບຮົມ-ຫັດ​ແອບທີ່​ໄດ້​ກຳນົດ​ໄວ້, ຮັກສາ​ໄດ້​ດ້ານຈຳ ນວນ​ພົນ, ປະຕິບັດ​ຂໍ້ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ, ມີ​ຄວາມອົດທົນ​ຜ່ານຜ່າ ​ຕໍ່​ສິ່ງແວດລ້ອມ, ສະພາບດິນຟ້າ​ອາກາດ, ຮັກສາ​ໄດ້​ຄວາມ​ສາມັກ ຄີ​ພາຍ​ໃນ ແລະ ກຳ​ໄດ້​ເນື້ອໃນບົດ ຮຽນ​ທາງ​ດ້ານ​ທິດ​ສະ​ດີຫຼັກການ ສາມາດ​ນຳ​ມາ​ໝູນ​ໃຊ້ເຂົ້າໃນ​ພາກ​ປະຕິບັດ​ຕົວ​ຈິງ​ໄດ້​ເປັນ​ຢ່າງ​ດີ ແລະ ມີ​ຄວາມ​ປອດ​ໄພ 100%. ໂດຍ: ດາ​ວົງ ບຸດ​ຕະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ