ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ສະຫວັນ​ນະ​ເຂດ​ ມອບ​ລົດ ແລະ ອຸປະກອນ​ການ​ແພດ​ໃຫ້​ໂຮງໝໍ​ທະຫານ​ແຂວງ
ເວລາອອກຂ່າວ: 2022-09-30 09:11:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ:



ວັນ​ທີ 27 ກັນຍາ 2022 ນີ້ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້ມອບ ​ລົດ ແລະ ອຸປະກອນ​ການ​ແພດ​ໃຫ້​ໂຮງໝໍ​ທະຫານ​ແຂວງ​, ໂດຍ​ ການ​ເປັນ​ປະທານ ແລະ ກ່າວ​ມອບ​ຂອງ ​ສະຫາຍ ພັນ​ເອກ ຄຳ​ເພັດ ສຸລິຍະ​ວົງ ຫົວ​ໝ້າ​ການ​ທະຫານ ​ກອງ​ບັນຊາການ ​ທະຫານ​ແຂວງ​ສະຫວັນ​ນະເຂດ​ ພ້ອມ​ຄະນະ, ມີຄະນະພະແນກ ການ ແລະ ພາກສ່ວນທີ່​ກ່ຽວຂ້ອງ ເຂົ້າຮ່ວມ. ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ ສະ ຫວັນ​ນະ​ເຂດ ວ່າ​ດ້ວຍ ​ການ​ປະ ກອບ​ລົດ​ຈິບ​ແພດ (Amburane)ໃຫ້​ກົມ​ກອງ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວິຊາ​ສະເພາະ ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງ ການຂອງ​ໜ້າ​ທີ່​ວຽກ​ງານ​ວິຊາ​ສະເພາະ​ ກໍຄື​ ວຽກ​ງານ​ປ້ອງ​ກັນ ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບໃຫ້​ມີ​ຄວາມ​ເຕີບ​ໃຫຍ່ ແລະ ເຂັ້ມແຂງ​ໃນ​ທຸກ​ດ້ານ, ດັ່ງນັ້ນ, ​ພະ​ແນກ​ຄຸ້ມ ​ຄອງ​ລົດ, ຫ້ອງ​ເຕັກນິກກອງ​ບັນຊາ​ການທະຫານ​ແຂວງ​ສະ ຫວັນ​ນະ​ເຂດ ຈຶ່ງ​ໄດ້​ມອບ​ປະເພດ​ລົດ​ຈິບ​ແພດ ຫຍີ່​ຫໍ້ FORD EVEREST ​ຈຳນວນ 1 ຄັນ ພ້ອມອຸປະກອນ​ ການ​​ແພດ​ສຸກ​ເສີນ​​ຄົບ​ຊຸດໃຫ້​ໂຮງ ໝໍ​ທະຫານ​ແຂວງ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂອງ​ກົມ​ກອງ. ໂອກາດ​ດັ່ງກ່າວ​, ສະຫາຍ ພັນ​ເອກ ຄຳ​ເພັດ ສຸລິຍະ​ວົງ ໄດ້​ຮຽກຮ້ອງ​ໃນ​ການ​ນຳ​ໃຊ້​ລົດ​ໃຫ້​ ຖືກ​ເປົ້າ​ໝາຍ​​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ​ເກີດ​ປະໂຫຍດ​ສູງ​ສຸດ, ເປັນ​ເຈົ້າ​ການ​ປົກ​ປັກ​ຮັກ ສາ​ບົວລະບັດ​ຜັດ​ເຊັດ, ກວດກາ​ ດ້ານ​ເຕັກນິກ​ລົດ​ເປັນ​ປະຈຳ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ນຳ​ໃຊ້​ໄດ້​ຍາວ​ນານ ແລະ ຮັບປະກັນ​ຄວາມ​ປອດ​ໄພ 100% ໂດຍ: ໄຂ​ຄຳ ໂອນ​ທະ​ຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ