ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກການ​ທະຫານ​ທ້ອງຖິ່ນ​ແຂວງ​ໄຊ​ຍະ​ບູ​ລີ ຫັດ​ແອບ​ຍິງ​ເປົ້າໝາຍດ້ວຍລູກປືນ​ແທ້
ເວລາອອກຂ່າວ: 2022-09-30 09:08:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 104 | ຄວາມນິຍົມ:



ໃນ​ວັນ​ທີ 19 ກັນຍາ 2022 , ພະແນກການ​ທະຫານ​ທ້ອງຖິ່ນ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຫັດ​ແອບຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃຫ້​ນັກ​ສຶກ ​ສາ​ວິ​ທະຍາ​ໄລ ຮັງ​ທ່າວ ບໍລິຫານ ​ທຸລະ​ກິດ ແຂວງ​ໄຊ​ຍະ​ບູ​ລີ ພາຍ ຫຼັງ​ໄດ້​ຮັບ​ການ​ອົບຮົມ-ຫັດ​ແອບ ວຽກ​ງານ​ສຶກ​ສາ​ປ້ອງ​ກັນ​ຊາດ ມາ​ເປັນ​ເວລາ 7 ວັນ, ໂດຍມີ ສະຫາຍ ພັນໂທ ເສິກ ໄຊ​ຍະ​ພອນຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ ຄະນະ​ພະ​ແນກການ​ທະຫານ​ທ້ອງຖິ່ນ, ຄູ-ອາຈານ ແລະ ນັກ​ສຶກ​ສາ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ພອນ ແສງ​ພະ​ຈິດ ຫົວໜ້າ​ພະແນກການ​ທະຫານ​ທ້ອງຖິ່ນ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​​ອະທິບາຍ​ແຜນ​ໂຄງ​ຮ່າງ ການ​ຫັດ​ແອບ​ຍິງ​ຕົວ​ຈິງ​ໃຫ້​ນັກ ​ສຶກ​ສາ​ດັ່ງກ່າວກຳ​ໄດ້​ບາດກ້າວ, ທ່າ ແລະ ​ຈັງຫວະ​ໃນການ​ຈັບ​ ເປົ້າ​ໝາຍ, ​ທຳລາຍ​ເປົ້າ​ໝາຍ​ຕົວ​ຈິງ​ດ້ວຍ​ລູກປືນ​ແທ້. ທັງ​ນີ້ ກໍເພື່ອ​ເປັນ​ການ​ກວດກາ​ຄືນ​ທາງ​ດ້ານ​ຄວາມ​ຮູ້​, ຄວາມ​ສາມາດ​ຂອງ​ນັກສຶກ​ສາທີ່ໄດ້ຮ່ຳຮຽນຕາມ​ແຜນ​ການ​ອົບຮົມ-ຫັດ​ແອບ​​ວຽກ​ງານ​ສຶກ​ສາ​ປ້ອງ​ກັນ​ຊາດ ທັງ​ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ, ຜ່ານ​ການ​ກວດກາ​ທ່າ​ຍິງເປົ້າ​ໝາຍ​ຕົວ​ຈິງ​ສາມາດ​ບັນລຸ​ໄດ້​ດັ່ງນີ້: ຂັ້ນເກັ່ງ 9 ສະຫາຍ, ຂັ້ນ​ດີ 17 ສະຫາຍ, ຄາດໝາຍ 98 ສະຫາຍ. ການ​ຫັດ​ແອບ​ຍິງເປົ້າ​ໝາຍ​ຕົວ​ຈິງ​ໃນ​ຄັ້ງ​ນີ້ ​ເພື່ອ​ເຮັດ​ໃຫ້​ນັກ​ສຶກ​ສາ​ກຳ​ໄດ້​ບົດຮຽນ​ທີ່​ໄດ້​ຮຽນ​ມາ​ເພື່ອ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ​ຕາມ​ແນວທາງ​ຂອງ​ພັກ. ໂດຍ: ສົມ​ຈີນ ສິນ​ຕະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ