ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານ​ພະລາທິການ​ກອງທັບ ໄຂ​ສົກຮຽນ​ໃໝ່ 2022-2023
ເວລາອອກຂ່າວ: 2022-09-30 08:52:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379 | ຄວາມນິຍົມ:



ວິທະຍາຄານ​ພະລາທິການ​ ກອງທັບ ໄດ້​ຈັດ​ພິທີ​ໄຂ​ສົກຮຽນ​ໃໝ່ 2022-2023 ຂື້ນ​ໃນ​ວັນ​ທີ 29 ກັນຍາ 2022 ນີ້, ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ຕາງໜ້າ 4 ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ມະຫາວິທະຍາໄລ​ແຫ່ງ​ຊາດ, ບັນດາ​ວິທະຍາຄານ​ກອງທັບ, ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ, ໂຮງຮຽນ, ຄະ ນະ​ພັກ-ຄະນະ​ອຳນວຍ​ການ ພ້ອມ​ດ້ວຍ​ພະນັກງານ​ຄູ-ອາຈານ, ນັກ ​ສຶກ​ສາ ແລະ ອຳນາດ​ການ​ປົກ ຄອງ​ບ້ານ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ສອນ​ທັນ ສຸ​ວົງ​ໄຊ ຮອງ​ອຳນວຍ​ການ ຫົວ ໜ້າ​ຫ້ອງ​ອົບຮົມ​ວິທະຍາຄານ​ພະລາທິການ​ກອງທັບ ໄດ້​ລາຍ​ງານ​ຕໍ່​ພິທີ​ເປິດ​ຊຸດ​ອົບຮົມ​ກໍ່ສ້າງ​ນາຍ​ທະຫານ​ພະລາທິການ​ກອງ ທັບ ປະຈຳ​ສົກຮຽນ 2022-2023 ມີ​ນັກຮຽນ, ນັກ​ສຶກ​ສາ​ທັງ​ໝົດ 560 ສະຫາຍ, ໃນ​ນີ້ ມີ​ນັກຮຽນ-ນັກ​ສຶກ​ສາ​ເກົ່າ​ທີ່​ເລື່ອນ​ປີຮຽນ 277 ສະຫາຍ, ນັກ​​​ຮຽນ-ນັກ​ສຶກ​ສາ​ເຂົ້າ​ໃໝ່ 283 ສະຫາຍ, ປະກອບ​ມີ 5 ລະບົບ​ຄື: ກໍ່ສ້າງ​ປະລິນຍາ​ໂທ ລະບົບ 2 ປີ, ກໍ່ສ້າງ​ປະລິນຍາ​ຕີ​ຂັ້ນ​ກອງພັນ, ກອງ​ພົນ ລະບົບ 2 ປີ, ກໍ່ສ້າງ​ປະລິນຍາ​ຕີ​ ຂັ້ນ​ກອງພັນ​ນ້ອຍ ລະບົບ 4 ປີ, ກໍ່ສ້າງ​ຊັ້ນ​ກາງ ລະບົບ 2 ປີ ແລະ ກໍ່ສ້າງ​ເລັ່ງ​ລັດ ລະບົບ 1 ປີ ເຊິ່ງ​ລວມ​ມີ 8 ສາຂາ ແລະ 23 ຫ້ອງ​ຮຽນ, ນັກຮຽນ​ນັກ​ສຶກ​ສາ​ເຫຼົ່າ​ນີ້​ ແມ່ນ​ມາ​ຈາກ​ກຳລັງ​ຫຼວງ, ກຳລັງ​ທ້ອງ​ຖີ່ນ ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈຳນວນ​ໜຶ່ງ. ກ່ຽວ​ກັບ​ການ​ຮຽນ-ການ​ສອນ​ບັນດາ​ຄູ-ອາຈານ ແມ່ນ​ຈະ​ໄດ້​ສົ່ງເສີມ​ການ​ຄົ້ນຄວ້າ​ຮ່ຳຮຽນ​ທາງ​ດ້ານ​ທິດ​ສະ​ດີ-ຫຼັກການ​ໃຫ້​ແທດເໝາະ​ກັບ​ຕົວ​ຈິງ, ສົມທົບ​ກັບ​ການ​ຄົ້ນຄວ້າໄຈ້​ແຍກ​ບັນດາ​ ການ​ຂະຫຍາຍຕົວ​ຂອງ​ສະຖາ ນະ​ການ​ຢູ່​ພາຍ​ໃນ ແລະ ຕ່າງປະ ເທດ, ການ​ສຶກ​ສາ​ອົບຮົມ​ແມ່ນ​ຖື​ເອົາ​ນັກຮຽນ-ນັກ​ສຶກ​ສາ​ເປັນ​ໃຈ​ກາງ ໃຫ້​ເຂົາເຈົ້າ​ໄດ້​ຄົ້ນຄວ້າ​ດ້ວຍ​ຕົນ​ເອງ​ມີ​ເວລາ​ຄົ້ນຄວ້າ​ແລກປ່ຽນ​ບົດຮຽນ​ດ້ວຍ​ຫຼາຍ ​ຮູບ​ແບບ​ຫຼາຍ​ວິທີ​ການ, ສ່ວນ​ການ​ຂຶ້ນ​ຫ້ອງ​ສິດສອນ​ຂອງ​ຄູ-ອາຈານ​ແມ່ນ​ຕ້ອງ​ຮູ້​ໄຈ​້ແຍກ​ການ​ ອະທິບາຍ​ເນື້ອ​ໃນ ແລະ ລົງ​ທັດ ສະນະ​ສຶກ​ສາ​ຕົວ​ຈິງ​ຢູ່​ບັນດາ​ຫົວ ໜ່ວຍ​ກົມ​ກອງ​ໃຫ້​ແທດເໝາະ​ກັບ​ສະພາບ​ແວດ​ລ້ອມ​ຕົວ​ຈິງ, ມີ​ຫົວ ຄິດ​ປະດິດ​ສ້າງ​ໃນ​ການ​ສິດສອນ​ ເພີ່ມ​ອັດຕາ​ສ່ວນ​ໃນ​ການເຄື່ອນ ໄຫວ​ຄົ້ນຄວ້າ​ສົນທະນາ​ແລກ ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ລະຫວ່າງ​ນັກຮຽນ-ນັກ​ສຶກ​ສາ​ກັບ​ຄູ-ອາຈານ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ແນໃສ່​ສ້າງ​ແຜນ ການ​ຮຽນ-ການ​ສອນ​ໃຫ້​ມີ​ຄຸນ ນະພາບ​ສູງ, ປະຕິບັດ​ແຜນການ​ຮຽນ-ການ​ສອນ​ຕິດ​ພັນ​ກັບ​ຂໍ້​ມູນ​ຂ່າວສານ​ພາຍ​ນອກ, ນຳ​ໃຊ້​ອຸປະກອນ​ເຄື່ອງມື​ໃນ​ການ​ສິດສອນ​ທີ່​ມີ​ຢູ່​ໃນ​ວິທະຍາຄານ​ພະລາທິ ການ​ກອງທັບ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ. ໂດຍ: ເພັດ​ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ