ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດມິດຕະພາບ 206 ​ສສ ຫວຽດນາມ ຮັດ​ແໜ້ນ​ຄວາມ​ສາມັກ​ຄີ​ ແບບ​ພິເສດ ກັບ ກອງ​ບັນຊາ​ການ​ທະຫານ​ແຂວງສາລະ​ວັນ
ເວລາອອກຂ່າວ: 2022-09-29 09:02:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 353 | ຄວາມນິຍົມ:



ໃນ​ວັນ​ທີ 5 ກັນຍາ 2022 ​ນີ້, ຄະນະ​ຜູ້​ແທນບໍລິສັດ ມິດຕະ ພາບ 206 ​ສສ ຫວຽດນາມ​ໄດ້​ມາ​ຢ້ຽມຢາມ ​ເພື່ອຮັດ​ແໜ້ນຄວາມ​ສາມັກ​ຄີ​ ແລະ ມອບ​ເງິນ​ຊຸກຍູ້​ໃຫ້​ກອງບັນຊາ​ການ​ທະຫານ​ແຂວງສາລະ​ວັນ ຈຳນວນ 50 ລ້ານກີບ ໂດຍ​ໃຫ້​ກຽດ​ມອບ​ຂອງ ​ສະຫາຍ ໂງ ແມ້ງ​ຮູ່ງ ປະທານ​ບໍລິສັດມິດ ຕະພາບ 206 ​ສສ ຫວຽດນາມ. ກ່າວ​ຮັບ​ໂດຍ ສະຫາຍ ພັນເອກ ສຳລີ ແກ້ວ​ວົງ​ສອງ ຫົວໜ້າ​ ການ​ທະຫານ ກອງ​ບັນຊາການ​ທະຫານ​ແຂວງ​ສາລະ​ວັນ, ມີຄະ ນະ​ຜູ້​ແທນ​ທັງ​ສອງ​ຝ່າຍເຂົ້າຮ່ວມ ​ເປັນ​ສັກຂີ​ພະຍານ. ການ​ຢ້ຽມ​ຢາມ ແລະ ມອບ​ເງິນ​ຊຸກຍູ້​ໃນ​ຄັ້ງ​ນີ້​ ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ບົນ​ຈິດ​ໃຈ​ແຫ່ງ​ສາຍ​ພົວພັນ​ອັນ​ຍິງໃຫຍ່, ໃນ​ການ​ສືບ ຕໍ່​ສາຍ​ພົວພັນ, ຄວາມ​ສາມັກຄີ​ ມິດຕະ​ພາບ​ແບບ​ພິເສດ, ທັງເປັນ ​ການຮັດ​ແໜ້ນ​ສາຍ​ພົວພັນແມ່ນ ​ການເພີ່ມພູນຄູນສ້າງສາຍພົວ ພັນ​ຮ່ວມ​ມື​ແບບ​ພິເສດ​ຂອງສອງ​ ພັກ, ສອງ​ກອງທັບ. ເວົ້າສະເພາະ ກອງ​ບັນຊາ​ການທະຫານ​ແຂວງ​ສາລະ​ວັນກັບບໍລິສັດ ມີດ​ຕະ​ພາບ 206 ​ສສ ຫວຽດນາມ, ເຊິ່ງ​​ໄດ້​ກາຍເປັນ​ເອ​ກະ​ລັກ, ຈຸດພິເສດ​ຂອງ​ສອງ​ຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ. ເພາະ​ສອງ​ຊາດໄດ້​ຮ່ວມກັນ​ຕີ​ ສັດຕູ​ໂຕ​ດຽວ​ກັນ, ຮ່ວມ​ຂຸມ​ຄອງ​ອັນ​ດຽວ​, ຮ່ວມ​ສຸກ, ຮ່ວມ​ທຸກ​ນຳ​ກັນ​ຕໍ່​ສູ້​ກູ້​ຊາດ​ໃນ​ເມືອ​ກ່ອນ ກໍຄື​ປັດ​ຈຸ​ບັນ, ບໍ່​ໄດ້​ລົດ​ລະ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ອູ້ມຊູ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ຕະຫຼອດ​ມາ. ໃນ​ປັດຈຸບັນ​ນີ້ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ພ້ອມ​ທັງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່ນ ແລະ ປະຊາຊົນ​ບັນດາເຜົ່າ ພວມ​ອອກແຮງ​ແຂ່ງຂັນ​ສ້າງ​ຂະ​ບວນ​ການ ເພື່ອ​ຂຳ​ນັບ​ຮັບ​ຕ້ອນ 2 ວັນ​ປະຫວັດສາດ​ຄື: ວັນ​ສ້າງ ຕັ້ງ​ສາຍພົວພັນການ​ທູດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນ​ເຊັນ​ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ, ຫວຽດນາມ-ລາວ ຄົບ ຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022)ໃຫ້​ແໜ້ນ​ແຟ້ນ​ເລິກເຊິ່ງ​ຍິ່ງໆ​ຂຶ້ນ. ສະຫາຍ ພັນ​ເອກ ສຳລີ ແກ້ວ​ວົງ​ສອງ ໄດ້​ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາຕະຫຼອດ​ຮອດ​ນາຍ ແລະ ພົນທະຫານ​ທົ່ວ​ກອງ​ບັນຊາ​ການ​ທະຫານສະແດງ​ຄວາມຮູ້ ບູນ​ຄຸນ ແລະ ຂອບໃຈ​ຕໍ່ ສະຫາຍ ໂງ ແມ້ນ​ຮູ່ງ ພ້ອມ​ດ້ວຍຄະນະທີ​່ ມາ​ຢ້ຽມຢາມ​ ແລະ​ ນຳເອົາເງິນ​​ ມາ​ມອບ​ໃຫ້. ເຊິ່ງ​ຍາມ​ໃດ, ເວລາ​ໃດ​ກໍເຫັນ​ໄດ້​ເຖິງ​ຄວາມ​ໝາຍ​ຄວາມ​ສຳຄັນ​ເບິ່ງ​ແຍງ​ດູແລ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ພ້ອມ​ທັງ​ໃຫ້​ຄຳໝັ້ນ​ສັນຍາ​ວ່າຈະ​ນຳ​ເອົາ​ເງິນດັ່ງກ່າວນີ້​​ໃຊ້​ເຂົ້າ​ໃນ​ວຽກ​ງານ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ພ້ອມ​ກັນ​ສືບຕໍ່​ຮັດ​ແໜ້ນ​ຄວາມ​ສະມັກ​ຄີ​ຮັກແພງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະ​ຫ່ວ​​າງ​ສອງ​ຊາດ, ສອງ​ກອງທັບ, ເວົ້າ​ສະເພາະລະ​ຫວ່​າງ​ກອງ​ບັນຊາ​ການ​ທະຫານ ​ແຂວງ​ສາລະ​ວັນ ກັບ​ບໍລິສັດມິດ ​ຕະ​ພາບ 206 ໃຫ້​ເຕີບ​ໃຫຍ່ເຂັ້ມ ແຂງ​ຂຶ້ນ​​ເລື້ອຍໆ, ພ້ອມ​ນີ້​ ສະຫາຍ​ ຍັງ​ໄດ້​ຝາກ​ຄວາມຢ້ຽມຢາມ ຖາມ​ຂ່າວ ແລະ ໄດ້​ອວຍພອນ ໃຫ້ບັນດາ​ສະຫາຍ​ຈົ່ງມີສຸຂະ ພາບເຂັ້ມແຂງຂໍ​ສົ່ງ​ຄຳອວຍ ພອນໄປ​ເຖິງພະນັກງານພ້ອມ​ປະຊາຊົນຫວຽດນາມຈົ່ງມີສຸຂະ ພາບເຂັ້ມແຂງ, ມີ​ຄວາມ​ຜາສຸກ, ເຮັດ​ສຳເລັດ​ທຸກ​ໜ້າທີ່​ວຽກ​ງານ ແລະ ພ້ອມ​ກັນ​ສະເຫຼີມສະຫຼອງ​ວັນຊາດ ​ສສ ຫວຽດນາມ ທີ 2 ກັນຍາ 1945-2 ກັນຍາ 2022 ຄົບຮອບ 77 ປີ ທີ່​ຜ່ານ​ມາ​ບໍ່​ພໍ​ເທົ່າໃດ​ວັນ​ນີ້ ໃຫ້​ມີ​ຄວາມ​ເບີກບານ​ມ່ວນຊື່ນ ແລະ ປອດ​ ໄພ 100%. ໂດຍ: ພອນ​ມະນີ ລັດສະໝີ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ