ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ ໜ່ວຍ​ປະສານ​ງານ​ປະຈຳ​ພື້ນ​ທີ່​ ຊາຍ​ແດນ 3 ແຂວງ​ພາກ​ໃຕ້​ຂອງ​ລາວ
ເວລາອອກຂ່າວ: 2022-09-29 09:00:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 290 | ຄວາມນິຍົມ:



ກອງ​ປະຊຸມ​ໜ່ວຍ​ປະສານ​ງານ​ປະຈຳ​ພື້ນ​ທີ່​ຊາຍ​ແດນ 3 ແຂວງ​ພາກ​ໃຕ້​ຂອງ​ລາວ ​ຄື: ແຂວງ​ຈຳປາ​ສັກ, ສາລະ​ວັນ ແລະ ແຂວງ​ສະຫວັນ​ນະ​ເຂດຮ່ວມ ກັບ​ກອງ​ກຳລັງສຸ​ຣະ​ນາລີ​ກອງທັບ ພາກ​ທີ 2 ຣາ​ຊະ​ອານາຈັກ​ໄທ ເພື່ອ​ສືບຕໍ່ພົວພັນ ​ຮ່ວມ​ມື​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ​ປະຈຳ​ພື້ນ​ທີ່​ຊາຍ​ແດນ ລາວ-ໄທ, ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນຍາ 2022 ນີ້, ທີ່​ແຂວງ​ຈຳປາສັກ, ຝ່າຍ​ລາວ​ນຳ​ໂດຍ ​ສະຫາຍ ພັນ​ໂທ ບຸນ​ສົງ ຈັນທະ​ວົງ​ສັກ ຮອງ​ຫົວໜ້າ​ກອງ​ບັນຊາ​ການ ​ປກສ ແຂວງ​ຈຳປາ​ສັກ, ທັງ​ເປັນ​ຫົວໜ້າ​ຄະນະ​ຊຸດ​ປະສານ ງານ​ ປະຈຳ​ພື້ນ​ທີ່​ຊາຍ​ແດນ ​ລາວ-ໄທ ແລະ ຝ່າຍ​ໄທ​ນຳ​ໂດຍ​ ພັນ​ເອກ ຈິ​ຣັກ ຊ່ວງ​ສໍ່າ ເສນາ​ທິ​ການ​ກອງ​ກຳລັງສຸ​ຣະ​ນາລີ ທັງ​ເປັນ​ຫົວໜ້າ​ຄະນະ​ຊຸດ​ປະສານ​ງານ​ປະຈຳ​ພື້ນ​ທີ່​ຊາຍ​ແດນ ​ລາວ-ໄທ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ການ​ດຳເນີນ​ກອງ​ປະຊຸມຄັ້ງ​ ນີ້, ເພື່ອ​ປະຕິບັດ​ຕາມ​ບົດ​ບັນທຶກ​ກອງ​ປະຊຸມ ​ລະຫວ່າງໜ່ວຍ​ປະສານ​ງານ​ປະຈຳ​ພື້ນ​ທີ່​ຊາຍ​ແດນ 3 ແຂວງ​ພາກ​ໃຕ້​ຂອງ​ລາວ ກັບ​ກອງ​ກຳລັງ​ສຸ​ຣະ​ນາລີ ແຂວງ​ອຸບົນ​ຣາ​ສະ​ທານີ ຣາ​ຊະ​ອານາຈັກ​ໄທ ໃນ​ຄັ້ງ​ວັນ​ທີ 7-9 ກໍລະກົດ 2022 ວ່າ​ດ້ວຍ​ ການ​ຕ້ານ ແລະ ສະກັດ​ກັ້ນ​​ແກ້ໄຂ​ບັນ ຫາ​ຢາ​ເສບ​ຕິດຕາມ​ຊາຍ​ແດນ​ລາວ-ໄທ ຄັ້ງ​ທີ 1, ໃນ​ກອງ ​ປະຊຸມ​ ພັນ​ໂທ ວິໄລ​ ສອນນວນ​ສີ ຮອງ​ຫົວໜ້າ​ຫ້ອງການປ້ອງ ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບ​ແຂວງ​ຈຳປາສັກ, ໄດ້​ທົບ​ທວນຄືນ​ການຈັດຕັ້ງ​ປະ ຕິ​ບັດ​ບົດ​ບັນທຶກ​ການ​ຮ່ວມ​ມື​ ຄັ້ງ​ທີ I ລະຫວ່າງ​ແຂວງ​ຈຳປາ​ສັກກັບ ແຂວງ​ອຸບົນ​ຣາ​ສະ​ທານີ ໃນການ ​ປະຕິບັດ​ການ​ຮ່ວມ​ມື​ແກ້​ໄຂ​ບັນ ຫາ​ຢາ​ເສບ​ຕິດ​ປະຈຳ​ພື້ນ​ທີ່​ຊາຍ​ແດນ ລາວ-ໄທ 3 ແຂວງ​ພາກ ໃຕ້ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນດ້ານ​ດີ, ຂໍ້ຄົງຄ້າງ ແລະ ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້, ໃນ​ໄລຍະຜ່ານ​ມາ ຄະ​ນະ​ໜ່ວຍ​ງານ​ທຸກ​ຂັ້ນ​ໄດ້​ເປັນ​ເຈົ້າການ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ ດ້ວຍ​ຄວາມ​ຮັບຜິດຊອບສູງ, ເຮັດ​ໃຫ້ການ​ຮັກສາ​ຄວາມ​ສະ ຫງົບ​ຕາມ​ຂອບ​ເຂດ​ບໍລິເວນ​ຊາຍ​ແດນ ມີ​ຄວາມ​ເປັນລະບຽບ​ ຮຽບ​ຮ້ອຍ ແລະ ມີຄວາມປອດ ໄພໂດຍ​ ພື້ນຖານ. ນອກຈາກນີ້, ຍັງໄດ້​ໂຄສະນາ-ເຜີຍແຜ່, ສຶກສາ​ອົບຮົມ​ໃຫ້​ແກ່​ປະຊາຊົນ-ພົນລະເມືອງ​ຂອງ​ສອງຝ່າຍທີ່ຢູ່ອາໄສບໍລິເວນ​ ຊາຍແດນ​ຮັບ​ຮູ້​ເຂົ້າໃຈແຈ້ງຕໍ່ຜົນ ຮ້າຍຂອງ​ຢາ​ເສບ​ຕິດ, ຕ້ານ​ສະ ກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້ຕ່າງໆ​ເຊັ່ນ: ການ​ເຄື່ອນໄຫວຂອງຂະ​ບວນ​ການ​ຄ້າຂາຍຢາເສບຕິດຂ້າມ ​ຊາດ ແລະ ການລັກລອບ​ເຂົ້າ​ເມືອງແບບ​ຜິດ​ກົດໝາຍ. ໃນ​ກອງ​ປະຊຸມ​ຍັງ​ໄດ້​ເປັນ​ເອກະ​ພາບ​ກັນ​ໃນ​ການເຄື່ອນໄຫວ​ກວດກາລາດ ຕະເວນ​ຂອບ​ເຂດ​ຫຼັກ​ໝາຍ​ຊາຍ​ແດນ​ຮ່ວມ​ກັນ ເພື່ອ​ໃຫ້​ທັນ​ເວລາ ແລະ ທັນ​ເຫດການ, ສຳລັບ​ແຜນ ການ​ໃນຕໍ່ໜ້າ​ຈະ​ສືບຕໍ່​ການ​ພົບ​ປະ ແລະ ປຶກ​ສາ​ຫາລື​ກັນ​ຢ່າງເປັນ​ ທາງ​ການ, ພ້ອມ​ທັງ​ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ເຮັດ​ໃຫ້​ຂອບ​ເຂດ​ບໍລິເວນ​ຊາຍ​ແດນ​ລະຫວ່າງ ລາວ-ໄທ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ. ໂດຍ: ວິໄລ​ພອນ ວົງ​ວິ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ