ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍ​ກົມ​ກອງ​ປະກາດການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ ໃຫ້​ນາຍ ແລະ ພົນທະຫານ​ຂັ້ນ​ຕ່າງໆ
ເວລາອອກຂ່າວ: 2022-09-29 08:58:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ:



ໃນ​ບໍ່​ດົນ​ມາ​ນີ້, ຫຼາຍກົມກອງ​ໄດ້ຈັດຕັ້ງປະກາດການ​ເລື່ອນ​ຊັ້ນ, ເລື່ອນທຽບ​ຊັ້ນ​ໃຫ້​ນາຍ ແລະ ພົນທະຫານ​ຂັ້ນ​ຕ່າງໆ, ເຊິ່ງ​ປະກອບ​ມີ ທະຫານ​ແຂວງ​ຊຽງ​ຂວາງ ເປັນປະ​ທານ​ໂດຍ ສະຫາຍ ພົນ​ຈັດຕະວາ ຂັນ​ທອງ ວົງອຳ​ຄາ ຫົວໜ້າ​ການເມືອງ ກອງບັນຊາ​ການ​ທະຫານ​ແຂວງ​ຊຽງຂວາງ, ທະຫານ​ແຂວງ​ຫຼວງພະ​ບາງ​ ເປັນ​ທານ​ໂດຍ ສະຫາຍ ພັນ​ໂທ ຄຳ​ສອນ ໂພທິ​ວັນ ຫົວໜ້າ​ຫ້ອງ​ເສ ນາ​ທິການ ກອງບັນຊາການທະ ຫານ​ແຂວງ​ຫຼວງ​ພະ​ບາງ, ກອງ​ພົນ​ທີ 3 ​ເປັນປະ​ທານ​ໂດຍ ສະ ຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ຫົວໜ້າ​ການເມືອງ ​ກອງ​ພົນທີ 3, ກອງ​ບັນຊາ​ການ​ທະຫານ​ອາກາດ​ ເປັນປະ​ທານ​ໂດຍ ສະຫາຍ ພັນ​ເອກ ພອນ​ສະ​ຫວັດ ໄຊ​ບຸນ​ເຮືອງ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ ກອງ​ບັນຊາ​ການ​ທະຫານ​ອາກາດ. ໃນ​ນີ້, ຢູ່​ທະຫານ​ແຂວງ​ຊຽງ​ຂວາງໄດ້ເລື່ອນ​ຊັ້ນ​ຮ້ອຍ​ເອກ​ ຂຶ້ນ​ຊັ້ນ​ພັນ​ຕີ​ ຈຳນວນ 48 ສະຫາຍ, ເລື່ອນ​ຊັ້ນ​ຮ້ອຍ​ໂທ ຂຶ້ນ​ ​ຮ້ອຍ​ເອກ 41 ສະຫາຍ, ເລື່ອນ​ຊັ້ນ​ຮ້ອຍ ຕີ ຂຶ້ນ ​ຮ້ອຍ​ໂທ 93 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນ​ ​ຮ້ອຍ​ຕີ 90 ສະຫາຍ ໃນ​ພິທີ​ຍັງໄດ້ຜ່ານຂໍ້ ຕົກລົງ​ຂອງ​ກົມ​ໃຫຍ່ການເມືອງ​ກອງທັບ ວ່າ​ດ້ວຍ ​ການ​ແຕ່ງຕັ້ງ​ຫົວໜ້າ​ພະ​ແນກ​ພົວພັນ​ຮ່ວມ​ມື ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງຄື: ແຕ່ງຕັ້ງ ສະຫາຍ ​ພັນ​ໂທ ສາຍທອງ ອາ​ນຸ​ລັກ ເປັນ​ຫົວໜ້າ​ພະ​ແນກ​ພົວພັນ​ຮ່ວມ​ມື. ຢູ່​ທະຫານ​ແຂວງ​ຫຼວງ​ພະ​ບາງ: ເລື່ອນ​ຊັ້ນ​ສິບ​ເອກ ​ຂຶ້ນ​ ວາທີ​ ຈຳນວນ 84 ສະຫາຍ. ຢູ່​ກອງ​ພົນ​ທີ 3: ໄດ້​ເລື່ອນ​ຊັ້ນ​ພັນ​ຕີ​ຂຶ້ນ​ ພັນ​ໂທ 2 ສະຫາຍ, ຮ້ອຍ​ໂທ ຂຶ້ນຮ້ອຍ​ເອກ 13 ສະ ຫາຍ. ໃນ​ພິທີ​ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ ​ການ​ຍົກ​ຂັ້ນ​ເງິນ​ເດືອນ​ຂອງ​ນາຍ​ທະຫານ ​ຈາກ​ຊັ້ນ​ພັນ​ຕີ ຂຶ້ນ​ຮັບ​ເງິນ​ຊັ້ນ​ພັນ​ໂທ ຈຳນວນ 2 ສະຫາຍ, ຊັ້ນ​ຮ້ອຍ​ເອກ ຂຶ້ນ​ຮັບ​ເງິນ​ຊັ້ນ​ພັນ​ຕີ 4 ສະຫາຍ, ຮ້ອຍ​ໂທ​ ຮັບ​ເງິນ​ຊັ້ນ​ຮ້ອຍ​ເອກ 4 ສະຫາຍ. ຢູ່​ກອງ​ບັນຊາ​ການ​ທະຫານ​ອາກາດ: ໄດ້​ປະດັບ​ທຽບ​ຊັ້ນ​ໃຫ້​ ນັກຮຽນ​ນາຍ​ຊ່າງ ​ຊັ້ນ​ຕົ້ນ​ຢູ່ກອງ ຮ້ອຍ​ຣາ​ດາ ໃນ​ນີ້, ປະດັບ​ທຽບ​ຊັ້ນ ຊັ້ນ I ຂຶ້ນ ສິບ​ເອກ ຈຳນວນ 24 ສະຫາຍ, ຍິງ 3 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ