ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈັດ​ເຝິກ​ອົບຮົມ​ຄູ​ເຝິກ​ບານເຕະ​ຂັ້ນ​ພື້ນຖານ​ຢູ່​ເມືອງ​ນ້ຳ​ທາ
ເວລາອອກຂ່າວ: 2022-09-28 09:28:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1353 | ຄວາມນິຍົມ:



ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ(​ສຕລ)ສົມທົບ​ກັບ​ພະ​ແນກ​ສຶກ​ສາ​ທິ​ການ ​ແລະ​ ກິລາ​ ແຂວງ ​ຫຼວງ​ນ້ຳ​ທາ ​ແລະ ​ສະຫະພັນ​ບານເຕະ​ ແຂວງ ​ຫຼວງ​ນ້ຳ​ທາ ໄດ້​ຮວ່ມ​ກັນ​ຈັດ​ເຝິກ​ອົບຮົມ​ຄູ​ເຝິກ​ກິລາ​ບານ ເຕະ​ຂັ້ນ​ພື້ນຖານ LFF “D” Certificate Coaching Course 2022 ຂຶ້ນ​ຢ່າງ​ເປັນ​ທາງ​ການ​ທີ່​ຫ້ອງການ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ ຂອງ​ແຂວງ​ດັ່ງກ່າວ​ ເມື່ອ​ວັນ​ທີ 26 ກັນຍາ 2022,ໂດຍ​ໃຫ້​ກຽດ​ເຂົ້າ​ ຮວ່ມ​ພິທີ​ເປີດ​ມີ​ ທ່ານ ພູນ​ແກ້ວ ຫຼ່າວ​ອີນ ປະທານ​ສະຫະພັນ​ບານ ເຕະ​ ແຂວງ​ຫຼວງ​ນ້ຳ​ທາ, ທ່ານ ທອງ​ສອນ ອາດ​ຜາ​ສຸກ ຮອງ​ຫົວໜ້າ​ສຶກ​ສາ​ທິ​ການ ແລະ ກິລາ ແຂວງ ​ຫຼວງ​ນ້ຳ​ທາ, ທ່ານ ສີສະ​ເຫວີ​​ຍ ໄຊຊະນະ​ສີ ແລະ ທ່ານ ​ພັນຕີ ໂກ​ວັນ ນາມ​ທະວີ​ໄຊ ຄູ​ເຝິກ​ສອນ ຈາກ ​ສຕລ ແລະ​ ມີ​ນັກ​ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ​ທັງ​ໝົດ 25 ທ່ານ ໃນ​ນັ້ນ, ​ເປັນ​ຍິງ 3 ທ່ານ ທີ່​ມາ​ຈາກ 13 ພາກສ່ວນ ພາຍ​ໃນ ​ແຂວງ ຫຼວງ​ນ້ຳ​ທາ. ກ່າວ​ມີ​ຄຳ​ເຫັນ​ໃນ​ພິທີ, ທ່ານ ພູນ​ແກ້ວ ຫຼ່າວ​ອີນ ໄດ້​ກ່າວ​ວ່າ ''ໃນ​ນາມ ປະທານ ສະຫະພັນ​ບານເຕະ​ແຂວງ ຫຼວງ​ນ້ຳ​ທາ ຂໍ​ຂອບໃຈ​ມາ​ຍັງ ສະຫະພັນ​ບານ ເຕະ​ແຫ່ງ​ຊາດ​ລາວ ເປັນ​ຢ່າງ​ຍິ່ງ​ທີ່​ສົ່ງ​ຄະນະ​ຄູ​ເຝິກ​ມາ​ຊ່ວຍ​ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ແກ່​ນັກ​ສຳ​ມະ​ນາ​ກອນ​ຂອງ​ພວກ​ເຮົາ ແລະ ໃນ​ໄລຍະ 3-4 ວັນ​ນີ້ ຂໍ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ທຸກ​ທ່ານຈົ່ງ​ຕັ້ງໃຈ​ຮ່ຳຮຽນ, ຖອດ​ຖອນ​ບົດຮຽນ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​ບໍ່​ວ່າ​ຈະ​ເປັນ​ເຕັກ ນິກ ຫຼື ຍຸດທະວິທີ ທີ່​ທາງ​ຄູ​ເຝິກ​ໄດ້​ມາ​ສິດສອນ ແລະ​ ໃຫ້​ກຳ​ແໜ້ນ​ເນື້ອ​ໃນ​ລວມ​ຂອງ​ບົດຮຽນ​ໃຫ້​ເລິກເຊິ່ງ ເພື່ອ​ນຳໄປ​ພັດທະນາ ສ້າງ​ນັກ​ກິລາ​ຮຸ່ນ​ໃໝ່ ພາຍ​ໃນ ແຂວງ ຫຼວງ​ນ້ຳ​ທາ ໃຫ້​ມີ​ຄວາມ​ກ້າວໜ້າ ແລະ ເກັ່ງ​ຂຶ້ນ​ໄປ​ເລື້ອຍໆ'' ຈຸດປະສົງ ແລະ ເປົ້າ​ໝາຍ​ໃນ​ການ​ຈັດ​ເຝິກ​ອົບຮົມ​ຄູ​ເຝິກ​ບານເຕະ​ຂັ້ນ​ພຶ້ນຖານ LFF “D” Certificate Coaching Course ມີ​ລາຍ​ລະອຽດ​ດັ່ງ​ລຸ່ມ​ນີ້: ດ້ານ​ຈຸດປະສົງ​ແມ່ນ​ 1. ເພື່ອ​ພັດທະນາ​ກິລາ​ບານເຕະ​ໃຫ້​ມີ​ຄວາມ​ກ້າວໜ້າ ແລະ ແຜ່​ຂະຫຍາຍ​ໄປ​ທົ່ວ​ປະເທດ​ໃນ​ໄວໆ​ນີ້. 2. ເພື່ອ​ໃຫ້ການ​ພັດທະນາ​ກິລາ​ບານເຕະ​ມີ​ຄວາມ​ສອດຄ່ອງ ແລະ ເອກ​ກະ​ພາບ​ກັນ​ໃນ​ທົ່ວ​ປະເທດ.3.ເພື່ອ​ໃຫ້ການ ເຝິກ​ສອນນັບ​ມື້​ນັບ​ມື້​ມີ​ມາດຕະຖານ ຮັບປະກັນ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ. 4. ເພື່ອ​ໃຫ້​ນ້ອງໆ​ນັກຮຽນ​ໄດ້​ມີ​ສຸຂະພາບ​ແຂງແຮງ ແລະ ມັກ​ກິລາ​ບານເຕະ, ໃຫ້​ມີ​ຄວາມ​ຮັກແພງ, ມີ​ນ້ຳໃຈ​ນັກ​ກິລາ, ມ່ວນຊື່ນກັບ​ການ​ຫຼິ້ນ​ກິລາ ແລະ ຫ່າງ​ໄກ​ກັບ​ສິ່ງ​ອະບາຍ​ຍະ​ມຸກ​ທີ່​ບໍ່​ດີ​ຕ່າງໆ. 5. ເພື່ອ​ໃຫ້​ເດັກນ້ອຍ​ມີ​ຄວາມ​ມຸ່ງ​ຫວັງ ແລະ ມີ​ຄວາມ​ບຸກ​ບືນ ໃຫ້​ກາຍເປັນ​ນັກ​ກິລາ​ທີ​ດີເດັ່ນ​ໃນ​ເວທີ​ຕ່າງໆ​ ບໍ່​ວ່າ​ຈະ​ຢູ່​ພາຍ​ໃນ​ ຫຼື ຕ່າງປະເທດ. 6. ເພື່ອ​ໃຫ້​ກາຍ​ເປັນ​​ນັກ​ກິລາ​ທີ່​ມີ​ຈຸດ​ມຸ້ງ​ໝາຍ​ກ້າວ​ໄປ​ສູ່​ນັກ​ກິລາ​ອາຊີບ​ທີ່​ມີ​ປະສິດທິພາບ​ໃນ​ອະນາຄົດ. ໃນ​ດ້ານ​ເປົ້າ​ໜາຍ:1.ເພື່ອ​ເສີມ​ສ້າງ​ພັດທະນາ​ລຸ້ນ​ສືບ​ທອດກິລາ​ບານເຕະ​ໃຫ້​ໄດ້​ທົ່ວ​ທຸກ​ເຂດ​ທີ່​ຫ່າງ​ໄກ ແລະ ດ້ອຍ​ໂອກາດ. 2. ເພື່ອ​ນຳ​ໃຊ້​ການ​ເຝິກ​ສອນ​ທັກ​ສະ​ກິລາ​ບານເຕະ​ຂັ້ນ​ພື້ນຖານ​ໃຫ້​ຖືກ​ຕອ້ງ​ຕາມ​ຂັ້ນ​ຕອນ ແລະ ມີ​ຄວາມ​ຄ່ອງ​ແຄ້ວ. 3. ເພື່ອ​ປັບປຸງ​ ແລະ ​ພັດທະນາ​ຄູ​ເຝິກ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ເຂົ້າ​ຮ່ວມ​ການ​ອົບຮົມ​ຄູ​ເຝິກ​ລະດັບ​ພາກ​ພື້ນ​ຂອງ​ອາຊີ​ຕາມ​ລຳດັບ​ໃນ​ອະນາຄົດ. 4. ເພື່ອ​ຊອກ​ເຫັນ​ນັກ​ກິລາ​ບານເຕະ​ໜຸ່ມ​ລຸ້ນ​ສືບ​ທອດ​ທີ່​ມີ​ພອນ​ສະຫວັນ​. 5. ເພື່ອ​ໃຫ້​ນັກ​ກິລາ​ທີ່​ໜຸ່ມ​ນ້ອຍ​ມີ​ທັກ​ສະ ​ແລະ​ ພັດທະນາ​ຕົວ​ເອງ​ໃຫ້​ກາຍເປັນ​ນັກ​ກິລາ​ຕົວ​ແທນ​ໃນ​ຂະແໜງການ​ຕ່າງໆ ເພື່ອ​ກ້າວ​ໄປ​ເຖີງ​ນັກ​ກິລາ​ທີມ​ຊາດ​ໃນ​ອາ ນາຄົດ. ຊຸດ​ເຝິກ​ອົບຮົມ​ນີ້​ຈະ​ດຳເນີນ​ໄປ​ຈົນ​ຮອດ​ວັນ​ທີ 29 ກັນຍາ2022.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ