ອີຣານ ຊະນະ ອູຣູໄກວ ຄັ້ງທຳອິດ ສ້າງຄວາມໝັ້ນໃຈກ່ອນລຸຍ ບານໂລກ 2022
ເວລາອອກຂ່າວ: 2022-09-27 10:02:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838947 | ຄວາມນິຍົມ:
ອະດີດແຊ້ມໂລກ 1 ສະໄໝ ທີມລະດັບແຖວໜ້າຂອງໂລກ 1-0 ໃນວັນທີ 23 ກັນຍາຜ່ານມາ ໄດ້ປະຕູໄຊຈາກຕົວສຳຮອງ ເມດີ້ ຕາເຣມີ້ ສູນໜ້າຈາກສະໂມສອນ ປໍຣໂຕ້ ທີມຊັ້ນນຳໃນລີກສູງສຸດຂອງປັອກຕຸຍການ ນາທີ 79 ຊ່ວຍທີມຄວ້າໄຊຊະນະຈາກທີມຊາດອູຣູໄກວຄັ້ງທຳອິດ ຈາກການພົບກັນສອງຄັ້ງ, ຄັ້ງທຳອິດຈົບດ້ວຍຜົນສະເໝີ.
ທີມຊາດອີຣານຊຸດນີ້ ຄຸມທີມໂດຍ ຄາລັອສ ເກຣັອສ ຄູເຝິກຊາວປັອກຕຸຍການ ອະດີດຜູ້ຊ່ວຍ ເຊີ ອາເລັກ ເຟີກູສັນ ເຊິ່ງກັບມາຄຸມທີມຮອບທີສອງ ຕໍ່ຈາກປີ 2011-2019 ເປັນນັດແລກແຮກໝານໃນການຄຸມທີມຮອບສອງຂອງຄູເຝິກປະສົບການສູງໄວ 69 ປີ ສ້າງຄວາມໝັ້ນໃຈກ່ອນລຸຍ ບານໂລກ 2022, ນັດຕໍ່ໄປ ທີມຊາດອີຣານ ຈະພົບກັບ ທີມຊາດເຊເນການ ແລະ ອູຣູໄກວ ຈະພົບກັບ ການາດາ ໃນວັນທີ 27 ກັນຍານີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ