ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອີ​ຣານ ຊະນະ ອູ​ຣູ​ໄກວ ຄັ້ງ​ທຳ​ອິດ ສ້າງ​ຄວາມ​ໝັ້ນ​ໃຈ​ກ່ອນ​ລຸຍ ບານ​ໂລກ 2022
ເວລາອອກຂ່າວ: 2022-09-27 10:02:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838948 | ຄວາມນິຍົມ:



ອະດີດ​ແຊ້ມ​ໂລກ 1 ສະໄໝ ທີມ​ລະດັບ​ແຖວ​ໜ້າ​ຂອງ​ໂລກ 1-0 ໃນ​ວັນ​ທີ 23 ກັນຍາ​ຜ່ານ​ມາ ໄດ້​ປະຕູ​ໄຊ​ຈາກ​ຕົວ​ສຳຮອງ ເມ​ດີ້ ຕາ​ເຣ​ມີ້ ສູນ​ໜ້າ​ຈາກ​ສະໂມສອນ ປໍ​​ຣ​ໂຕ້ ທີມ​ຊັ້ນ​ນຳ​ໃນ​ລີກ​ສູງ​ສຸດ​ຂອງ​ປັອກ​ຕຸຍ​ການ ນາທີ 79 ຊ່ວຍ​ທີມ​ຄວ້າ​ໄຊຊະນະ​ຈາກ​ທີມ​ຊາດ​ອູ​ຣູ​ໄກວ​ຄັ້ງ​ທຳ​ອິດ ຈາກ​ການ​ພົບ​ກັນ​ສອງ​ຄັ້ງ, ຄັ້ງ​ທຳ​ອິດ​ຈົບ​ດ້ວຍ​ຜົນ​ສະເໝີ. ທີມ​ຊາດ​ອີ​ຣານ​ຊຸດ​ນີ້ ຄຸມ​ທີມ​ໂດຍ ຄາ​​ລັອສ ເກຣ​​ັອສ ຄູ​ເຝິກ​ຊາວ​ປັອກ​ຕຸຍ​ການ ອະດີດ​ຜູ້​ຊ່ວຍ ເຊີ ອາ​ເລັກ ເຟີ​ກູ​ສັນ ເຊິ່ງ​ກັບ​ມາ​ຄຸມ​ທີມ​ຮອບ​ທີ​ສອງ ຕໍ່​ຈາກ​ປີ 2011-2019 ເປັນ​ນັດ​ແລກ​ແຮກ​ໝານ​ໃນ​ການ​ຄຸມ​ທີມ​ຮອບ​ສອງ​ຂອງ​ຄູ​ເຝິກ​ປະສົບ​ການ​ສູງ​ໄວ 69 ປີ ສ້າງ​ຄວາມ​ໝັ້ນ​ໃຈ​ກ່ອນ​ລຸຍ ບານ​ໂລກ 2022, ນັດ​ຕໍ່​ໄປ ທີມ​ຊາດ​ອີ​ຣານ ຈະ​ພົບ​ກັບ ທີມ​ຊາດ​ເຊ​ເນ​ການ ແລະ ອູ​ຣູ​ໄກວ ຈະ​ພົບ​ກັບ ກາ​ນາ​ດາ ໃນ​ວັນ​ທີ 27 ກັນຍາ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ