ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງຮັກສາການຫົວໜ້າສາງກົນຈັກ 2
ເວລາອອກຂ່າວ: 2018-11-14 10:24:21 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 387 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 2 ພະຈິກ 2018 ນີ້ , ສາງກົນຈັກ 2 ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮັກສາການຫົວໜ້າສາງກົນຈັກ 2, ໂດຍການເປັນປະທານຂອງ ທ່ານພົນຈັດຕະວາ ວຽງສະຫວັນ ລາດສະເພົາ ກຳມະການຄະນະ ປະຈໍາພັກກົມໃຫຍ່, ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີ ຄະນະກົມ, ຫ້ອງການ ແລະ ພະ ແນກການທີ່ກ່ຽວຂ້ອງເຂົ້າ ຮ່ວມ . ໃນພິທີ ພັນໂທ ວຽງນາກ ວິລະວົງ ຫົວໜ້າພະແນກພະ ນັກງານ ຫ້ອງການເມືອງກົມ ໃຫຍ່ເຕັກນິກກອງທັບໄດ້ຂຶ້ນ ອ່ານຂໍ້ຕົກລົງຂອງກົມໃຫຍ່ເຕັກ ນິກກອງທັບວ່າດ້ວຍການຍົກ ຍ້າຍ ແລະ ແຕ່ງຕັ້ງພະນັກງານ ໄປຮັກສາການຫົວໜ້າສາງກົນ ຈັກ 2. ອີງຕາມທິດທາງກ່ຽວ ກັບການປັບປຸງບູລະນະກົງຈັກ ການຈັດຕັ້ງນໍາພາ-ບັນຊາໃນ ກໍາລັງປະກອບອາວຸດໃຫ້ເຂັ້ມ ແຂງໜັກແໜ້ນໃນຮອບດ້ານ, ອີງຕາມການຄົ້ນຄວ້າສະເໜີ ຂອງກົມວິຊາສະເພາະ. ດັ່ງນັ້ນ ກົມໃຫຍ່ເຕັກນິກກອງທັບຕົກ ລົງ: ຍົກຍ້າຍ ພັນໂທ ບຸນເພັງ ພົມອາສາ ຫົວໜ້າສາງກົນຈັກ 2 ໄປໃຫ້ຫ້ອງການບໍລິຫານກົມ ໃຫຍ່ເຕັກນິກກອງທັບ ແລະ ແຕ່ງ ຕັ້ງພັນຕີ ສີສະຫວັນ ປານສີວົງ ໄຊ ຮອງຫົວໜ້າພະແນກເຕັກ ນິກສ້ອມແປງລົດກົມຄຸ້ມຄອງ ລົດໄປຮັບໜ້າທີ່ຮັກສາການຫົວ ໜ້າສາງກົນຈັກ. ໃນໂອກາດນີ້ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ໄດ້ ເນັ້ນໜັກຜູ້ຮັບການແຕ່ງຕັ້ງໜ້າ ທີ່ໃໝ່ໃຫ້ເອົາໃຈໃສ່ເຝິກຝົນຫຼໍ່ ຫຼອມຕົນເອງ, ຊອກຮູ້ຮໍ່າຮຽນ ດ້ານວິຊາສະເພາະເຕັກນິກ, ວິ ທະຍາສາດໃຫ້ສູງ, ຮໍ່າຮຽນ ທາງດ້ານການນໍາພາ-ບັນຊາ, ທິດສະດີການເມືອງ, ເຝິກຝົນ ຄຸນສົມບັດສິນທໍາປະຕິວັດໃຫ້ ໜັກແໜ້ນ. ເພີ່ມທະວີຄວາມຮັບ ຜິດຊອບໜ້າທີ່ການເມືອງໃຫ້ສູງ ຂຶ້ນກ່ວາເກົ່າ, ເປັນແບບຢ່າງທີ່ດີ ເປັນຜູ້ໄວ້ວາງໃຈຈາກການຈັດ ຕັ້ງຂັ້ນເທິງ ແລະ ພະນັກງານ-ນັກຮົບໃນກົມກອງ, ຕ້ອງເປັນ ຜູ້ທີ່ກໍາໄດ້ແນວທາງແຜນນະໂຍ ບາຍຂອງພັກ-ລັດຢ່າງເລິກເຊິ່ງ ເຮັດວຽກຢ່າງມີແບບແຜນ, ລວມສູນປະຊາທິປະໄຕ, ປຶກ ສາຫາລືໃນໝູ່ຄະນະ ແລະ ເຮັດ ສໍາເລັດທຸກໜ້າທີ່ການຈັດຕັ້ງ ມອບມາຍໃຫ້. ໂດຍ: ອິນທະຫວາ ບຸດສະດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ