ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ​ສູງ ເຮັດ​ໃຫ້ການ​ຟື້ນ​ຕົວ​ ເສດຖະກິດ​ຂອງ ​ສປປ ລາວ ຊ້າ​ລົງ
ເວລາອອກຂ່າວ: 2022-09-27 09:27:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ທະນາຄານ​ພັດທະນາ​ອາຊີ (ADB) ໄດ້​ອອກ​ບົດ​ລາຍ​ງານ ລະບຸ​ວ່າ: ການ​ຟື້ນ​ຕົວ​ທາງ​ດ້ານ​ເສດຖະກິດ​ຂອງ ​ສປປ ລາວ ຄາດຄະເນວ່າ​ຈະ​ຊ້າ​ກວ່າ​ທີ່​ໄດ້​ຄາດ​ຄະເນ​ໄວ້​ໃນເດືອນເມສາ 2022, ເນື່ອງ​ຈາກ​ບັນຫາ​ການ​ສະໜອງ ແລະ ລາຄາ​ສິນຄ້າ​ທີ່​ເພີ່ມ​ສູງ​ຂຶ້ນ ເຊິ່ງ​ໄດ້​ເຮັດ​ໃຫ້​ສ້າງ​ຄວາມ​ກົດ​ດັນ​ໃຫ້​ແກ່​ອັດຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນ. ບົດ​ລາຍ​ງານ​ການ​ຄາດ​ຄະເນ​ການ​ພັດທະນາ​ຂອງ​ອາຊີ 2022 ສະບັບ​ປັບປຸງ, ໄດ້​ປັບ​ຫຼຸດ​ອັດຕາ​ການ​ຄາດ​ຄະເນ​ການ​ເຕີບ​ໂຕ​ໂດຍ​ລວມ ຂອງ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະເທດ (ຈີ​ດີ​ພີ) ໃນ​ປີ 2022 ລົງ​ມາ​ຢູ່​ລະດັບ 2,5% ຈາກ​ການ​ຄາດ​ຄະເນ​ໄວ້​ກ່ອນ​ ໜ້າ​ນີ້​ລະດັບ 3,4% ແລະ ປັບ​ ລົງມາ​ລະດັບ 3,5% ຈາກ 3,7% ສຳລັບ​ປີ 2023. ທັງ​ນີ້ ທຸລະ​ກິດ​ສ່ວນຫຼາຍ​ໄດ້​ກັບ​ຄືນ​ສູ່​ສະພາບ​ການ​ດຳເນີນ​ງານ​ເປັນ​ປົກກະຕິ​ໃນ​ເຄິ່ງ​ປີ​ທຳ​ອິດ, ນັກ​ທ່ອງ​ທ່ຽວ​ສາກົນ​ໄດ້​ເລີ່ມ​ເຂົ້າ​ມາ​ເພີ່ມ​ຂຶ້ນ. ແນວໃດ​ກໍ​ດີ, ລາຄາ​ທີ່​ມີ​ການ​ຜັນ​ແປ ໂດຍ​ສະເພາະ​ແມ່ນ​ລາຄາ​ນ້ຳມັນເຊື້ອ ໄຟ ໄດ້​ເຮັດ​ໃຫ້​ຄ່າ​ຄອງ​ຊີບ​ເພີ່ມ​ສູງ​ຂຶ້ນ, ສົ່ງ​ຜົນ​ກະທົບ​ຕໍ່​ການ​ຊົມໃຊ້​ພາຍ​ໃນ​ປະເທດ​ຫຼຸດ​ລົງ. ການ​ເພີ່ມ​ຂຶ້ນ​ ກະທັນຫັນ​ຂອງ​ລາຄາ​ປຸ໋ຍ, ອາ ຫານ​ສັດ, ອາຫານ ແລະ ນ້ຳມັນ​ເຊື້ອ​ໄຟ ໄດ້​ຂັດຂວາງ​ກິດຈະກຳ​ທາງ​ດ້ານ​ກະສິກຳ ແລະ ການ​ຜະລິດ. ທ່າ​ອ່ຽງ​ເຫຼົ່າ​ນີ້ເຮັດ​ໃຫ້​ເສດຖະກິດ​ຟື້ນ​ຕົວ​ຊ້າ​ລົງ. ທ່ານ ນາງ ໂຊ​ໂນ​ມິ ທະ​ນາ​ກະ ຜູ້ຕາງໜ້າ ADB ປະຈຳ ​ສປປ ລາວ ໄດ້​ກ່າວ​ວ່າ: “ລາ ຄາ​ສິນຄ້າ​ທີ່​ເພີ່ມ​ສູງ​ຂຶ້ນ ກຳລັງ​ຂົ່ມຂູ່​ຕໍ່​ຄວາມ​ສະຫວັດດີ​ພາບ​ຂອງ​ບັນດາ​ຄົວ​ເຮືອນ​ໃນ ​ສປປ ລາວ, ໂດຍ​ສະເພາະ​ຄອບຄົວ​ທີ່​ທຸກ​ຍາກ, ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ສະ ບຽງ​ອາຫານ ແລະ ໂພຊະ​ນາ​ການ​ຂອງ​ຄອບຄົວ”. ທ່ານ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: “ບັນຫາ​ເຫຼົ່າ​ນີ້ ກຳລັງ​ສ້າງ​ສິ່ງ​ທ້າ​ທາຍ ບໍ່​ພຽງ​ແຕ່​ຕໍ່​ປະຊາຊົນ​ເທົ່າ​ນັ້ນ, ແຕ່​ຍັງ​ຕໍ່​ກັບ​ການ​ເງິນ​ຂອງ​ພາກ​ລັດ​ອີກ​ດ້ວຍ. ການ​ຄຸ້ມ​ຄອງ​ເສດ ຖະກິດ​ມະຫາ​ພາກ​ໄດ້​ດີ, ໄປ​ພ້ອມ​ກັບ​ການ​ແຊກ​ແຊງ ເພື່ອ​ປົກ​ປ້ອງ​ກຳລັງ​ຊື້, ແມ່ນ​ຈຳເປັນ​ເພື່ອ​ຟື້ນ​ຄວາມ​ໝັ້ນ​ໃຈ​ຂອງ​ຕະຫຼາດ”. ອັດຕາ​ເງິນ​ເຟີ້​ໃນເດືອນ​ສິງຫາ​ ເພີ່ມ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ໃນ​ຮອບ 22 ປີ ຢູ່​ລະດັບ 30%, ເຊິ່ງ​ອັດ ຕາ​ເງິນ​ເຟີ້​ສະເລ່ຍ​ແມ່ນ 15,5% ໃນ 8 ເດືອນ​ທຳ​ອິດ​ຂອງ​ປີ. ລາ ຄາ​ນ້ຳມັນ​ເຊື້ອ​ໄຟ​ທີ່​ຖືກ​ຄຸ້ມ​ຄອງ ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ເທົ່າ​ຈາກເດືອນ​ມັງກອນ ຫາ ເດືອນ​ກັນຍາ, ເຊິ່ງເຮັດ​ໃຫ້​ລາຄາ​ນໍ້າມັນ​ກາຊວນ ​ເພີ່ມຂຶ້ນ 90,3% ແລະ ລາຄານ້ຳ ມັນ​ແອັດ​ຊັງ​ເພີ່ມຂຶ້ນ 62,3%. ຄຽງ​ຄູ່​ກັນ​ນັ້ນ, ຄ່າ​ເງິນ​ກີບຫຼຸດ ​ລົງໜຶ່ງສ່ວນ​ສາມ ເມື່ອທຽບ​ກັບ ເງິນ​ໂດ​ລາສະຫະລັດ ແລະ ເງິນ​ບາດ​ໄທ ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ສິງຫາ. ຄາດ​ຄະເນວ່າ ​ອັດ​ຕາ​ເງິນ​ເຟີ້​ຈະ​ປັບ​ຂຶ້ນ​ສູງ​ຮອດ 17,0% ໃນ​ປີ 2022 ເນື່ອງ​ຈາກ​ລາຄາ​ນ້ຳມັນ​ເຊື້ອໄຟທີ່​ເພີ່ມ​ຂຶ້ນ​ສູງ​ກວ່າ​ທີ່​ຄາດຄະເນ​ໄວ້ ແລະ ການ​ອ່ອນ​ຄ່າຂອງເງິນກີບ. ໃນ​ຂະນະ​ດຽວ​ກັນ, ໜີ້​ສິນ​ສາທາລະນະ ແລະ ໜີ້​ທີ່​ພາກ​ລັດ​ຄໍ້າປະ ກັນ. ສ່ວນ​ຫຼາຍ​ແມ່ນ​ໜີ້​ຕ່າງປະ ເທດຢູ່​ໃນ​ລະດັບສູງເມື່ອ​ທຽບໃສ່​ລວມຍອດຜະລິດຕະພັນພາຍໃນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ