ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ສະຫຼຸບ​​ຖອດ​ຖອນບົດຮຽນ​ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ຮ່ວມ 3 ກອງທັບ
ເວລາອອກຂ່າວ: 2022-09-27 08:57:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 332 | ຄວາມນິຍົມ:



ໃນ​ວັນ​ທີ 26 ກັນຍາ 2022 ນີ້, ຢູ່​ສະໂມສອນ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ​ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ຮ່ວມ 3 ກອງທັບ (ກຳ ປູເຈຍ-ຫວຽດນາມ-ລາວ), ໂດຍ ​ການ​ເປັນປະທານຂອງ ສະຫາຍ ພົນ​ຈັດຕະວາ ສົມ​ພອນ ມິດ​ຕະ​ພອນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການກອງທັບ, ມີ​ຄະນະ​ຊີ້​ນຳ, ອະນຸ​ກຳມະການ​ແຕ່​ລະ​ດ້ານ​ເຂົ້າ​ຮ່ວມ.           ສະຫາຍ ພັນ​ເອກ ປາດ​ຖະ​ໜາ ພົນ​ທິ​ຈັກ ຮອງ​ຫົວໜ້າ​ຫ້ອງການ​ກົມ​ໃຫຍ່​ເສນາ​ທິ​ການ​ ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ຮ່ວມ​ເຝິກຊ້ອມ​ກອບ​ກູ້​ໄພພິບັດຮ່ວມ 3 ກອງທັບ ຄັ້ງ​ນີ້ ສຸດ​ທີ່​ມີຄວາມໝາຍ​ສຳຄັນທາງ​ດ້ານ​ປະຫວັດສາດ ສຳລັບ 3 ກອງທັບ, ຍ້ອນ​ໄດ້​ຮັບ​ການ ນຳພາ-ຊີ້​ນຳ, ບັນຊາ​ຢ່າງ​ໃກ້ຊິດ ແລະ ເປັນ​ລະບົບ​ຈາກ​ຂັ້ນ​ເທິງ​ໂດຍ​ສະເພາະ​ແມ່ນ​ຄະນະ​ຊີ້​ນຳ​ການ​ເຝິກຊ້ອມ​ຮ່ວມ, ຍ້ອນ​ພວກ​ເຮົາ​ມີ​ການ​ກະກຽມ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ ແລະ ໄດ້​ຈັດ​ກອງປະ ຊຸມ​ເອກະ​ພາບ​ທາງດ້ານເນື້ອ ​ໃນ, ແຜນການ​ຮ່ວມ​ກັນ 3 ກອງ ທັບ, ຍ້ອນ​ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ ແລະ ຜ່ານ​ຜ່າ​ ອຸປະສັກ​ຄວາມ​ຫຍຸ້ງຍາກຂອງ ​ພະນັກງານ-ນັກຮົບ​ສູງ, ຍົກ​ສູງ​ໄດ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງປ້ອງ​ກັນ​ປະເທດ​ແຫ່ງ ​ສປປ ລາວ ກັບ ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສສ.ຫວຽດນາມ ແລະ ກະຊວງ​ປ້ອງກັນ​ປະເທດ​ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ຂຶ້ນ​ຕື່ມ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້ ການ​ນຳ​ຂັ້ນ​ສູງ​ຂອງ ​ສປປ ລາວ, ການ​ນຳ​ຂັ້ນ​ສູງ​ຂອງ 3 ກະຊວງ​ປ້ອງ​ກັນ​ປະເທດ ແລະ ນັກ​ການ​ທູດ​ບັນດາ​ເພື່ອນ​ມິດ​ທີ່​ປະຈຳ​ຢູ່ ​ສປປ ລາວ ສະແດງ​ໃຫ້​ອົງການ​ປົກຄອງ​ທ້ອງຖິ່ນ ພາກສ່ວນ​ທີ່​ກ່ຽວຂ້ອງ ແລະ ປະຊາຊົນ​ຮັບ​ຮູ້ ແລະ ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາມາດ​ຂອງ​ກອງທັບ​ໃນ​ດ້ານ​ວຽກ​ງານ​ຊ່ວຍເຫຼືອ​ມະນຸດສະທຳ ແລະ ບັນເທົາ​ໄພພິບັດ​ສູງ​ຂຶ້ນ​ຕື່ມ, ຍົກ​ສູງ​ໄດ້​ຄວາມ​ຮູ້, ຄວາມ​ສາມາດ ແລະ ໄດ້​ຮັບ​ບົດຮຽນ​ໃໝ່​ຈາກ​ເພື່ອນ​ມິດ​ໃນ​ການ​ຊອກ​ຄົ້ນ-ກອບ​ກູ້ ແລະ ຊ່ວຍເຫຼືອ​ຜູ້​ປະສົບ​ໄພພິບັດ​ຂອງ 3 ກອງທັບ​ພວກ​ເຮົາ, ໄດ້​ແລກປ່ຽນ​ບົດຮຽນ, ປະ ສົບ​ການ-ຄວາມ​ຊຳນິ​ຊຳນານ​ດ້ານ​ວິຊາ​ສະເພາະ​ແລ້ວ​ຍັງ​ໄດ້​ແລກປ່ຽນ​ດ້ານ​ວັດທະນະທຳ, ກິລາ ແລະ ຮີດຄອງ​ປະເພນີ​ຮ່ວມ​ກັນ ທັງ​ເປັນ​ການ​ເສີມ​ສ້າງ​ຄວາມ​ສາມັກຄີ, ສາຍ​ພົວພັນ​ມິດຕະພາບ ແລະ ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ເຊິ່ງ​ກັນ ແລະ ກັນ​ໃຫ້​ແໜ້ນ​ແຟ້ນຍິ່ງໆ​ ຂຶ້ນ​ລະຫວ່າງ​ຄະນະ​ຊີ້​ນຳ ແລະ ຜູ້​ ເຂົ້າ​ຮ່ວມ​ການ​ເຝິກຊ້ອມ. ໄດ້​ຈັດ ​ຕັ້ງ​ຍ້ອງຍໍ​ມອບ​ຫຼຽນ​ກາມິດຕະ ພາບ ກອງທັບ​ປະຊາຊົນ​ລາວ ຈຳນວນ 217 ໜ່ວຍ ມອບ​ໃຫ້ ຄະນະ​ເຝິກຊ້ອມ​ກອງທັບ​ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ​ຈຳນວນ 60 ໜ່ວຍ ແລະ ມອບ​ໃຫ້ ຄະນະ​ເຝິກຊ້ອມ​ກອງທັບ​ປະຊາຊົນ ຫວຽດນາມ​ຈຳນວນ 157 ໜ່ວຍ, ຈັດ​ຕັ້ງ​ມອບ​ໂລ້​ທີ່​ລະນຶກ​ກະຊວງ​ປ້ອງ​ກັນ​ປະເທດ​ໃຫ້​ຫົວໜ້າ​ຄະ ນະ​ກອງທັບກຳປູເຈຍ ແລະ ຫວຽດນາມ. ຈາກ​ນັ້ນ, ໄດ້​ມີ​ພິທີມອບ​ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກົມ​ໃຫຍ່​ການເມືອງ​ກອງທັບ​ໃຫ້​ຄະນະຂອງກອງທັບ​ລາວ ຈຳ ນວນ 758 ໃບ​ມີ​ດັ່ງນີ້: ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ​ໃຫ້​ກົມ​ກອງ​ລວມ​ໝູ່ ຈຳນວນ 13 ກົມ​ກອງ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ​ໃຫ້​ບຸກຄົນ ຈຳນວນ 473 ສະຫາຍ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການ ເມືອງ​ກອງທັບ​ຈຳນວນ 273 ສະ ຫາຍ. ໂອກາດ​ນີ້, ສະຫາຍ ພົນ​ຈັດ ຕະວາ ສົມ​ພອນ ມິດ​ຕະ​ພອນ ໄດ້​ສະແດງ​ຄວາມ​ຊົມເຊີຍຕໍ່ຄະນະ​ ຮັບຜິດຊອບ​ທຸກ​ພາກສ່ວນຕະ ຫຼອດ​ຮອດນັກ​ເຝິກອົບຮົມ ທີ່ໄດ້​ ຕັ້ງໜ້າ​ເອົາໃຈໃສ່​ເຂົ້າ​ໃນ​ບັ້ນເຝິກ ຊ້ອມ​ຄັ້ງ​ນີ້ ນັບ​ແຕ່​ມື້​ເລີ່ມຕົ້ນຈົນ ​ຮອດ​ມື້​ປິດວຽກງານໃນແຕ່ລະ​ ດ້ານແມ່ນມີ​ແບບແຜນ​ໃນການ ເຮັດ​ວຽກຢ່າງ​ລະອຽດ​ເຮັດໃຫ້​ ບັ້ນ​ເຝິກຊ້ອມ​ທີ່​ສຳຄັນ​ທາງ​ປະ ຫວັດສາດ​ຄັ້ງ​ນີ້​ປະສົບ​ຜົນສຳເລັດ​ຢ່າງ​ຈົບງາມ ເຖິງ​ແນວໃດ​ກໍຕາມ​ ຈາກ​ຜົນງານ​ດັ່ງກ່າວ​ນີ້ ກໍ​ຕ້ອງ​ ນຳ​ເອົາ​ບົດຮຽນ​ໃນ​ຄັ້ງ​ນີ້​ມາ​ປັບ ປຸງ​ໃນ​ຂອດ​ຄົງ​ຄ້າງ​ເພື່ອ​ຮັບ​ປະ​ກັນເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ໃຫ້​ໄດ້​ຮັບ​ປະ​ສິດທິ​ຜົນ​ສູງ. ໂດຍ: ນາງ ຄຳ​ປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ