ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ອາກາດ ສະຫຼຸບ​ວຽກງ​​ານ​ການ​ນຳພາ
ເວລາອອກຂ່າວ: 2022-09-27 08:52:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ວັນ​ທີ 20 ກັນຍາ 2022, ຄະ ນະ​ພັກ ກອງ​ບັນຊາ​ການ​ທະຫານ​ ອາກາດ​ ໄດ້ຈັດ​ກອງ​ປະຊຸມສະ ຫຼຸບ​ວຽກ​ງານ​ການ​ນຳພາ​ຮອບ ດ້ານ​ປະຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ​ແຜນການ​ທ້າຍ​ປີ 2022 , ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ຄຳ​ເຫຼັກ ແສງ​ພະຈັນ ເລຂາ​ຄະນະພັກ ຜູ້​ບັນຊາ​ການ​ທະຫານ​ອາ ກາດ, ມີ​ຄະ​ຄະນະ​ພັກ-ຄະນະ​ບັນ ຊາພ້ອມ​ດ້ວຍ​ພະແນກການເຂົ້າ​ ຮ່ວມ. ສະຫາຍ ພົນ​ຈັດຕະວາ ບຸນ ​ມາ ຈັນທະ​ວົງສາ ຮອງ​ເລຂາ​ຄະ ນະ​ພັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ອາກາດ​ໄດ້​​ຜ່ານ​ບົດ​ສະຫຼຸບການ​ນຳພາ​ວຽກ​ງານ​ຮອບດ້ານ​ປະຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ​ແຜນການ​ທ້າຍ​ປີ 2022 ຂອງ​ຄະນະ​ພັກ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນສະ ພາບ​ການ​ຂອງ​ໂລກ, ໃນ​ພາກ ພື້ນທັງ​ພາຍ​ໃນ​ປະເທດ ແລະ ກົມ​ ກອງ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ ໄດ້​ ຈັດ​ຕັ້ງ​ປະຕິບັດ​ນຳພາ-ຊີ້​ນຳ​ບັນ ຊາ​ກົມ​ກອງ​ເຮັດ​ໜ້າທີ່​ການເມືອງ ​ມີ​ຜົນສຳເລັດ​ສູງສ້າງ​ໃຫ້ສະພາບ ​ຂອບ​ເຂດ​ຮັບຜິດຊອບ​ມີ​ຄວາມ ​ສະຫງົບ ໂດຍພື້ນຖານ, ວຽກງານ ກໍ່ສ້າງ​ຮາກ​ຖານ​ການເມືອງໄດ້ ​ສົມທົບ​ກັບ​ອຳນາດການປົກຄອງ ​ທ້ອງຖິ່ນ ເຮັດ​ໜ້າທີ່​ຕິດຕາມ, ກວດກາ​ການເຄື່ອນໄຫວກຸ່ມ​ຄົນ ​ບໍ່​ຫັວງ​ດີ​ເພື່ອ​ສະກັດກັ້ນ ແລະ ແກ້​ໄຂ​ປະກົດ​ການຫຍໍ້ທໍ້ຕ່າງໆ​ຢູ່​ພາຍ​ໃນ ແລະ ພາຍ​ນອກມີ​ຄວາມ​ສະຫງົບ​ປອດ​ໄພ100%, ເອົາໃຈໃສ່​ສຶກສາອົບຮົມ​ການ ເມືອງ-ນຳພາ​ແນວຄິດໃຫ້​ພະນັກ ງານ, ນາຍ ແລະ ພົນທະຫານ ​ດ້ວຍ​ຫຼາຍ​ຮູບ ຫຼາຍ​ວິທີ ​ທີ່​ສອດ​ຄ່ອງ​ກັບ​ວຽກ​​​ງານ​ການເມືອງ​ ໂດຍ​ສະເພາະ​ໂຄສະນາ​ເຜີຍແຜ່​ເຊື່ອມ​ຊຶມ​ປາຖະກະຖາ​ຫວນ​ຄືນ ມູນເຊື້ອ​ຂອງ​ພັກ-ຂອງ​ຊາດ​ ຂອງ​ກອງທັບ ແລະ ບັນດາ​ມະຕິ, ຄຳ​ ສັ່ງ​ຕ່າງໆ​ຂອງ​ຂັ້ນ​ເທິງ​ຢ່າງ​ຕໍ່​ເນື່ອງ, ຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ ງານ​ຕາມ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ​ປະຕິບັດ​ໜ້າທີ່​ການເມືອງ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ໃນ​ການ​ດຳເນີນ​ຊີວິດ​ການເມືອງ​ສຳ​ຫຼວດ​ກວດກາ​ພາຍ​ໃນ​ພັກ, ປະຈຳ​ອາທິດ, ປະຈຳ​ເດືອນ, ປະຈຳ​ໄຕ​ມາດເປັນປົກກະຕິ ແລະ ເອົາໃຈໃສ່​ປ້ອງກັນ​ເວນຍາມ​ຄ້າຍຄູ​ທີ່ຢູ່​ອາ​ໄສ​ຂອງ​ກົມກອງ, ສະໜາມ​ບິນ​ຕະຫຼອດ 24 ຊົ່ວໂມງ​ໃຫ້​ມີ​ຄວາມ​ຮັບປະກັນ ແລະ ມີ​ຄວາມ​ປອດ​ໄພ​ເປັນ​ຢ່າງ​ດີ, ຈັດ​ຕັ້ງ​ປັບປຸງ​ກໍ່ສ້າງ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໂດຍ​ມີ​ການ​ສຳ​ຫຼວດ​ກວດກາ​ຕີລາຄາ​ຈັດ​ແບ່ງ​ປະເພດ​ສະມາຊິກ​ພັກ ແລະ ໜ່ວຍ​ພັກ​ປະຕິບັດ​ຕາມ​ຮູບ​ການ​ຂອງ​ພັກ​ວາງ​ອອກ​ໄດ້​ຢ່າງ​ເຂັ້ມ​ງວດ, ຂະຫຍາຍ​ຈຳນວນ​ສະມາຊິກ​ພັກ​ປະຕິບັດ​ຕາມ 3 ທິດ​ນຳ ແລະ 5 ຫຼັກການ​ກົດໝາຍ​ພັກ​ວາງ​ອອກ. ໃນ​ໄລຍະ 6 ເດືອນ​ຜ່ານ​ມາ, ຄະນະ​ພັກ​ທຸກ​ຂັ້ນ​ໄດ້​ເອົາໃຈໃສ່​ເຄື່ອນໄຫວ​ຕາມ​ພາລະ​ ບົດບາດ​ໜ້າທີ່​ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ​ນຳພາ​ຂອງ​ພັກ, ຕາມ​ທິດ​ຊີ້​ນຳ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຍົກ​ສູງ​ຄຸນ​ທາດ​ການເມືອງ, ມີ​ຄຸນສົມບັດ​ສິນທຳປະຕິວັດ, ປະຕິບັດ​ຫຼັກການລວມ​ສູນ​ປະຊາທິປະໄຕ, ເຮັດ​ວຽກ​ງານ​ເປັນ​ໝູ່​ຄະນະ, ແບ່ງ​ບຸກຄົນ​ຮັບຜິດຊອບ ແລະ ມອບ​ໝາຍ​ໜ້າທີ່​ໃຫ້​ແຕ່​ລະ​ຂັ້ນ​ບັນຊາ​ຈັດ​ຕັ້ງ​ນຳພາ​ເຄື່ອນ​ໄຫວ​ຕາມ 4 ໜ້າທີ່​ໃຫຍ່ 26 ແຜນງານ​ຂອງຄະນະພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ແລະ ເພີ່ມທະວີ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ບັນດາ​ສະມາຊິກ, ພະນັກງານ-ນັກຮົບ​ໃນ​ກົມ​ກອງ​ມີ​ຄວາມ​ອຸ່ນ​ອຽນທຸ່ນ​ທ່ຽງປະຕິບັດ​ໜ້າທີ່ວິຊາ​ສະເພາະ​ຢ່າງ​ມີ​ຜົນສຳເລັດ​ສູງ. ພ້ອມ​ນັ້ນ,​ກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ຄົ້ນ​ຄວ້​​າ​ປຶກສາ​ຫາລື​ປະກອບ​ຄຳ​ເຫັນ ແລະ ຄຳ​ສະເໜີ​ໃສ່​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ​ນຳພາ 6 ເດືອນ​ທ້າຍ​ປີ 2022. ໂດຍ: ສີ​ທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ