ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງ​ຄຳ​ມ່ວນ ແລະ ແຂວງ​ກວາງ​ບິ່ງ ສືບຕໍ່​ຮ່ວມ​ມື ວຽກ​ງານ​ທ້ອນໂຮມ​ອັດຖິ​ທະຫານ​ອາສາ​ສະໝັກ ຫວຽດນາມ
ເວລາອອກຂ່າວ: 2022-09-27 08:47:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ:



ໃນ​ວັນ​ທີ 22 ກັນຍາ 2022 ຢູ່​ທີ່ແຂວງ​ຄຳ​ມ່ວນ, ຄະນະປະຕິ ບັດງານ​ພິເສດ​ແຂວງຄຳ​ມ່ວນ ​ສປປ ລາວ ແລະ ແຂວງ​ກວາງ​ບິ່ງ ​ສສ ຫວຽດນາມ ໄດ້​ຈັດກອງ ປະຊຸມ​ພົບປະແລກປ່ຽນບົດຮຽນ​ເພື່ອ​ສືບຕໍ່​ການ​ຮ່ວມ​ມື​ຊອກຄົ້ນ, ທ້ອນໂຮມ​ອັດຖິທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ ຫວຽດ ນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ໃນ​ຂອບ​ເຂດ​ພື້ນ​ທີ່ແຂວງ​ ຄຳ​ມ່ວນ, ເຊິ່ງ​ຝ່າຍ​ລາວ​ນຳໂດຍ ສະຫາຍ ​ແກ້ວ​ອຸດອນ ບຸດ​ສິງ ຂອນ ຮອງ​ເຈົ້າແຂວງແຂວງ​ຄຳ​ມ່ວນ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຄຳ​ມ່ວນ, ມີ ສະຫາຍ ພົນ​ຈັດຕະວາ ສົມ​ແຄນ ອັບປະສອນ ຫົວໜ້າ​ການເມືອງ ກອງ ​ບັນຊາ​ການທະຫານແຂວງ​ຄຳ​ມ່ວນ, ຮອງ​ຫົວໜ້າ​ຄະນະ​ປະ ຕິບັດ​ງານ​ພິເສດ​ແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນ ຊາ ​ປກຊ - ​ປກສ ແຂວງ, ຝ່າຍ​ຫວຽດນາມ​ນຳ​ໂດຍ ສະຫາຍ ໂຮ່ ອານ ຟອງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ,ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ກວາງ​ບິ່ງ, ມີ ສະຫາຍ ພັນ​ເອກ ດິງ ຊັວນ ເຫືອງ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ, ຮອງ​ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ກວາງ​ບິ່ງ ​ສສ ຫວຽດນາມ ພ້ອມ​ດ້ວຍ​ພະແນກການ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ​ໄດ້​ພົບ​ປະ​ແລກປ່ຽນ​ບົດຮຽນ ແລະ ລາຍ​ງານ​ສະພາບການ​ຮ່ວມກັນໃນແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຂອງສອງ​ແຂວງ ເວົ້າລວມ, ເວົ້າ​ສະເພາະ ໃນການ​ຊອກ​ຂຸດ​ຄົ້ນ, ທ້ອນ ໂຮມ​ອັດຖິ​ທະຫານອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່ເສຍ ສະຫຼະ​ຊີວິດ​ໃນ​ປາງ​ສົງຄາມໃນ​ຂອບ​ເຂດ​ພື້ນ​ທີ່​ແຂວງ​ຄຳ​ມ່ວນ ປະຈຳ​ລະດູແລ້ງ ປີ 2021 - 2022 ທີ່​ຜ່ານ​ມາ, ສາມາດ​ຂຸດ​ຄົ້ນ ແລະ ທ້ອນໂຮມ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ຢູ່​ພື້ນ​ທີ່​ແຂວງ​ຄຳ​ມ່ວນ ແລະ ຈັດ​ສົ່ງ​ກັບ​ຄືນ​ປະ ເທດ​ຫວຽດນາມ​ຢ່າງ​ສົມ​ກຽດ ໄດ້​ຈຳນວນ 17 ອັດຖິ. ສຳລັບທິດ ​ທາງແຜນການໃນຕໍ່ໜ້າແມ່ນ​ ຈະ​ສືບຕໍ່​ຂຸດ​ຄົ້ນ​ອັດຖິ​ໃນ​ສົກ​ປີ 2022-2023 ທີ່​ມີ​ເປົ້າ​ໝາຍ​ສຳ ຄັນ ແມ່ນ​ເລັ່ງ​ໃສ່​ການ​ພົວພັນ​ຮ່ວມ​ມື ແລະ ສ້າງ​ເງື່ອນໄຂ​ອຳ ນວຍ​ຄວາມ​ສະດວກ​ສືບຕໍ່​ຂຸດ​ຄົ້ນ​ອັດຖິ​ໃຫ້​ສຳເລັດ​ຕາມ​ເປົ້າ​ໝາຍ, ສືບຕໍ່​ເອົາໃຈໃສ່​ໂຄສະນາ​ປຸກລະດົມ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ພໍ່​ແມ່​ປະ ຊາຊົນ​ໃນ​ແຕ່​ລະ​ຂັ້ນ​ໃຫ້ມີສ່ວນ​ ຮ່ວມ​ເປັນ​ເຈົ້າ​ການ ​ເພື່ອ​ເປັນ​ການ​ ສະໜອງ​ຂໍ້​ມູນ​ໃນ​ການ​ຊອກ​ຂຸດ​ ຄົ້ນ​ອັດຖິ​ໃນ​ບັນດາ​ເມືອງ​ຕ່າງໆ ໃຫ້​ຖືກຕ້ອງ​ຕາມ​ເປົ້າ​ໝາຍ ທັງ​ນີ້​, ເພື່ອ​ເປັນ​ການ​ແນໃສ່​ເອື້ອ​ອຳ ນວຍ​ຄວາມ​ສະດວກ​ໃນ​ການ​ເຂົ້າມາ​ປະຕິບັດ​ໜ້າທີ່​ໃຫ້​ກອງ​ປະຕິບັດ​ງານ​ພິເສດ 589 ​ສສ ຫວຽດ ນາມ, ການ​ຊອກ​ຄົ້ນ​ທ້ອນໂຮມ​ອັດຖິ​ຂອງ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ໃຫ້​ໄດ້ຮັບ​ປະ​ສິດທິ​ຜົນ​ສູງ, ຈາກ​ນັ້ນ​ ໄດ້​ຜ່ານ​ຂໍ້​ຕົກລົງ​ມອບ​ໃບຍ້ອງຍໍ​ຂອງ​ຄະນະ​ກຳມະການ​ປະຊາຊົນແຂວງ​ກວາງ​ບິ່ງໃຫ້​ ຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ປະກອບສ່ວນ​ການ​ຂຸດ​ຄົ້ນ ແລະ ທ້ອນໂຮມ​ອັດຖິທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍ ສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ມີ 10 ກົມ​ກອງ​ລວມ​ໝູ່ ແລະ ບຸກຄົນ ຈຳນວນ 15 ສະຫາຍ, ໂດຍ​ແມ່ນ ສະຫາຍ ໂຮ່ ອານ ຟອງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ຫົວ ໜ້າ​ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ກວາງ​ບິ່ງ ​ສສ ຫວຽດນາມ ເປັນ​ຜູ້​ມອບ​ຢ່າງ​ສົມ​ກຽດ. ຄະນະ​ຜູ້​ແທນທັງ​ສອງ​ຝ່າຍ ຍັງ​ໄດ້​ລົງ​ນາມ​ເຊັນ​ບົດ​ບັນທຶກ​ຮ່ວມ​ກັນ ເພື່ອ​ສືບຕໍ່​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ຊາດ ລາວ- ຫວຽດນາມ, ຫວຽດ ນາມ-ລາວ ເວົ້າ​ລວມ, ເວົ້າ​ສະ ເພາະສອງ​ແຂວງຄຳ​ມ່ວນ-ກວາງ​ບິ່ງ ໃຫ້​ມີ​ຄວາມ​ໝັ້ນຄົງ​ທະໜົງ​ແກ່ນ​ຍິ່ງໆ​ຂຶ້ນ ພ້ອມ​ນັ້ນ ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ​ຍັງ​ໄດ້​ມອບ​ຂອງຂວັນ​ເປັນ​ທີ່​ລະນຶກ​ເຊິ່ງ​​ກັນ ແລະ ກັນ ຕື່ມອີກ. ໂດຍ: ວິໄລ​ວອນ ພົມ​ມະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ