ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂ່ງຂັນ​ບານເຕະ​ມິດຕະພາບ ສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ
ເວລາອອກຂ່າວ: 2022-09-26 09:43:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 60 | ຄວາມນິຍົມ:



ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ ນະຄອນຫຼວງ​ວຽງ​ຈັນ (ນວ) ຮ່ວມ​ກັບ ວິທະຍາໄລ​ມິດຕະພາບ ວຽງ​ຈັນ-ຮ່າ​ໂນ້ຍ, ໂຮງຮຽນ ​ມສ ລາວ-ຫວຽດນາມ, ​ມ ​ປາຍ ໂຮ່​ຈີ​ມິງ, ​ມສ ວຽງ​ຈັນ ​ແລະ ມສ ຫວ​ງຽນ​ຢູ, ຈັດການ​ ແຂ່ງຂັນ​ບານເຕະ​ມິດຕະພາບ ຂຶ້ນ​ວັນ​ທີ 22 ກັນຍາ 2022 ຢູ່​ເດີ່ນ​ກິລາ​ບານເຕະ​ຮ່ອງ​ຄ້າ ໂດຍ​ມີ​ທ່ານ ຖະໜອມ ທຳ​ທອງ ປະທານ​ແນວ​ລາວ​ສ້າງ​ຊາດ ນວ, ທ່ານ ສົມ​ພອນ ສອນ​ດາລາ ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ ນວ, ມີ​ຜູ້ຕາງໜ້າ​ຈາກ​ສະຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສສ ຫວຽດນາມ ປະຈຳ ​ສປປ ລາວ, ສະມາຄົມ​ ການ​ສຶກ​ສາ​ພາກ​ເອກະ​ຊົນ, ຕະຫຼອດ​ເຖິງ​ຄູ​ເຝິກ ແລະ ນັກກິລາ​ທຸກ​ພາກສ່ວນ​ເຂົ້າ​ຮ່ວມ.     ທ່ານ ສົມ​ພອນ ສອນ​ດາລາ ກ່າວ​ວ່າ:ການ​ແຂ່ງຂັນ​ຄັ້ງ​ນີ້ແມ່ນ ຈັດຂຶ້ນ ເພື່ອ​ເປັນ​ສ້າງ​ຂະ​ບວນການ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ ປະຈຳ​ປີ 2022 ແລະ ເພື່ອ​ສະຫຼອງ​ວັນ​ປະຫວັດສາດ​ການ​ຮ່ວມ​ມື​ແບບ​ພິເສດ ລາວ-ຫວຽດນາມ ຄື​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ ການ​ຮ່ວມ​ມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ໃຫ້​ມີ​ເນື້ອ​ໃນ ແລະ ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ​ໃນ​ຂະແໜງການ​ສຶກ​ສາ ແລະ ກິລາ.    ໃນ​ນາມ​ຄະນະ​ຈັດການ​ແຂ່ງຂັນ​ບານເຕະ​ມິດຕະພາບ​ຄັ້ງ​ນີ້ ໂດຍ​ປະຕິບັດ​ການເຄື່ອນໄຫວ ເພື່ອ​ສະເຫຼີມສະຫຼອງ​ສອງ​ວັນ​ປະຫວັດສາດ ລາວ-ຫວຽດນາມ ທີ່​ຮັກ​ແພງ​ກັນ​ຢ່າງ​ກົມກຽວ ຄຽງ​ບ່າ​ຄຽງ​ໄຫຼ່​ຕໍ່ສູ້​ກູ້​ຊາດ ຕະຫຼອດຮອດ​ການ​ຮ່ວມ​ມື​ແບບ​ອ້າຍ​ນ້ອງ ​ຄອບຄົວ ເພື່ອ​ສົ່ງເສີມ​ເຊິ່ງ​ກັນ ແລະ ກັນ ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ ໄດ້​ມີ​ຄວາມ​ຈະເລີນ​ຮຸ່ງ​ເຮື່ອງ​ຈົນ​ຮອດ​ປັດຈຸບັນ ເພື່ອ​ເສີມ​ຂະຫຍາຍ​ມູນເຊື້ອ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ລະຫວ່າງ​ສອງ​ປະເທດ​ໃຫ້​ງອກ​ງາມ ມີ​ປະ​ສິດທິ​ຜົນ​ຕົວ​ຈິງ ແລະ ຕາມ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ວຽກ​ງານ​ການ​ສຶກ​ສາ-ກິລາ ແຕ່​ນີ້​ຮອດ​ປີ 2025 ໃນ​ທົ່ວ ນວ ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຕາມ 3 ລັກສະນະ 5 ຫຼັກ​ມູນ ແລະ 4 ບຸກ​ທະລຸ ຂອງ​ການ​ສຶກ​ສາ ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ວາງ​ອອກ ແນວໃດ​ກໍ​ຕາມ ຂໍ​ຮຽກຮ້ອງ​ມາຍັງ​ບັນດາ​ທ່ານ​ຄະນະ​ຮັບຜິດຊອບ​ຈັດການ​ແຂ່ງ ຂັນ ນັກກິລາ​ທຸກ​ຄົນ ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄັ້ງ​ນີ້ ຈົ່ງ​ໄດ້​ມີ​ຄວາມ​ຮັບຜິດຊອບ​ສູງ ຕໍ່ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ ຢຶດ​ໝັ້ນ​ຄວາມ​ສາມັກຄີ ມີ​ລະບຽບ​ວິໄນ ບົນ​ຫຼັກການ​ລະບຽບ​ກະຕິ​ກາ​ຂອງ​ການ​ແຂ່ງຂັນ ຮູ້​ເສຍ-ຮູ້​ຊະນະ ຮູ້​ໃຫ້​ອະໄພ​ເຊິ່ງ​ກັນ ແລະ ກັນ. ສຳລັບ​ການ​ແຂ່ງຂັນ​ບານເຕະ​ມິດຕະພາບ ຄັ້ງ​ນີ້ ປະກອບ​ມີ 4 ຄະນະ ຄື:ທີມ​ຄະນະ​ນຳ​ຈາກ​ກົມ​ພົວພັນ​ຕ່າງປະເທດ​ສູນ​ກາງ​ພັກ, ທີມ​ຄະນະ​ນຳ​ຈາກ​ສະຖານທູດ ​ສສ ຫວຽດນາມ ປະຈຳ ​ສປປ ລາວ, ທີມ​ຄະນະ​ນຳ​ຈາກ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ແລະ ທີມ​ຄະນະ​ນຳ​ຈາກ​ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ບັນຍາກາດ​ການ​ແຂ່ງຂັນ ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ​ມິດຕະພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ