ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຕ້ອນຮັບ ຮອງ​ຫົວໜ້າ​ກົມ​ອາ​ວະ​ກາດ ແຫ່ງ ​ສປ ຈີນ
ເວລາອອກຂ່າວ: 2022-09-26 08:46:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 369 | ຄວາມນິຍົມ:



ວັນ​ທີ 23 ກັນຍາ 2022, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະ ມົນຕີ​ ລັດຖະມົນຕີ​ກະຊວງ​ປ້ອງ ​ກັນ​ປະເທດ ແຫ່ງ ​ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ສະຫາຍ ອູ່ ຢ້ຽນ ຫົວ ຮອງ ​ຫົວໜ້າ​ກົມ​ອຸດສາຫະກຳເຕັກໂນ​ໂລ​ຢີ​ປ້ອງ​ກັນ​ຊາດ ຮອງ​ຫົວໜ້າ​ກົມ​ອາ​ວະ​ກາດ ແຫ່ງ ​ສປ ຈີນ ພ້ອມ​ດ້ວຍ​ຄະນະ, ເນື່ອງໃນ​ໂອ ກາດ ທີ່​ເດີນທາງ​ມາ​ເຄື່ອນໄຫວ​ ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ. ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບອຸ່ນ ແລະ ຊົມເຊີຍຕໍ່ ສະຫາຍ ອູ່ ຢ້ຽນ ຫົວ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ເດີນ ທາງ​ມາ​ເຄື່ອນ​ໄຫວ ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ ໃນ​ຄັ້ງ​ນີ້ ພ້ອມ​ທັງ, ໄດ້​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ອັນດີງາມ​ຂອງ ​ສປປ ລາວ-ສປ ຈີນ, ການ​ປະກອບສ່ວນ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ດ້ານ​ຕ່າງໆ ໃຫ້​ມີ​ຄວາມ​ຮັດ​ແໜ້ນ​ຂຶ້ນ ໂດຍ​ສະເພາະ ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຊາດ ໃນ​ການ​ກໍ່ສ້າງ​ນາຍ​ທະຫານ ກອງທັບ​ປະຊາຊົນ​ລາວ ໃຫ້​ເຕີບ​ໃຫຍ່ ເຂັ້ມແຂງ ແລະ ມີ​ແບບແຜນ​ທີ່​ທັນ​ສະໄໝ. ສະຫາຍ ອູ່ ຢ້ຽນ ຫົວ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ຕໍ່ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ທີ່​ໄດ້​ໃຫ້ການ​ຕ້ອນ ຮັບ​ອັນ​ອົບ​ອຸ່ນ ແລະ ເຕັມ​ໄປ​ດ້ວຍ​ມີດ​ໄມຕີ​ຈິດ​ມິດຕະພາບ ພ້ອມ​ທັງ, ໄດ້​ທົບ​ທວນຄືນ​ເຖິງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ດີລະຫວ່າງ ສອງ​ປະເທດ ຈີນ-ລາວ, ລາວ-ຈີນ ໃນ​ໄລຍະ​ຜ່ານ​ມາ, ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ ໂຫຍດ​ຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ປະເທດ ເປັນຕົ້ນ​ແມ່ນ​ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ດ້ານ​ຕ່າງໆ ໃນ​ແຕ່​ລະ​ໄລຍະທັງ​ໝົດ​ລ້ວນ​ແຕ່​ແມ່ນ​ການ​ປະກອບ ສ່ວນ​ເຮັດ​ໃຫ້ການ​ພົວພັນ, ການ​ຮ່ວມ​ມື​ຂອງສອງ​ປະເທດ ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ​ຂະຫຍາຍຕົວ​ຂຶ້ນ​ຫຼາຍ​ກວ່າ​ເກົ່າ ແລະ ໄດ້​ສະເໜີ​ແຜນການເຄື່ອນໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ​ໃນ​ຄັ້ງ​ນີ້ທີ່​ເປັນ​ການປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະ ຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມື​ຂອງປະຊາຊົນ​ສອງ​ຊາດ ເວົ້າ​ລວມ ເວົ້າ​ສະເພາະການ​ຮ່ວມ​ມື​ຂອງ​ສອງ​ກອງທັບ ລາວ-ຈີນ ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຍິງໆ​ຂຶ້ນ. ໂດຍ : ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ